9 ຄຸນປະໂຫຍດເດັດທີ່ຊຸກເຊື່ອງໄວ້ໃນໝາກສີດາ
ຫລາຍຄົນອາດມີໝາກໄມ້ທີ່ມັກໄວ້ກິນຫລາຍຊະນິດ ລອງເລີ່ມເປີດໃຈກັບໝາກໄມ້ ແລະ ລອງກິນເບີ່ງກໍບໍ່ເສຍຫາຍແນ່ນອນນັ້ນກໍຄື: ໝາກສີດາ ( Guava )ນັ້ນເອງ ຫລາຍຄົນຕ້ອງກຳລັງສົງໄສກັນຢູ່ວ່າພຽງໝາກສີດາຈະສຳຄັນຈັ່ງໃດ ເຊີ່ງແທ້ໆແລ້ວ ໝາກໄມ້ບ້ານໆທີ່ເຮົາກິນໄດ້ທົ່ວໄປຢ່າງໝາກສີດານີ້ແຫລະ ທີ່ມີຄຸນປະໂຫຍດເຊື່ອງໄວ້ຫລາຍຢ່າງເຮົາມາເບິ່ງນຳກັນເລີຍ
1.ປ້ອງກັນມະເຣັງ
ສັບພະຄຸນຂໍ້ທຳອິດຂອງ ສີດາ ກໍຄືຊ່ວຍຕ້ານການຈະເລີນເຕີບໂຕຂອງເຊວມະເຣັງບໍ່ໃຫ້ແພ່ລາມອອກລິດຄືຕົວຢາ anti-proliferative ທີ່ຄວບຄຸມການແບ່ງຕົວຂອງເຊວມະເຣັງໂດຍສະເພາະມະເຣັງທີເກີດຂື້ນໃນຕ່ອມລູກໝາກ ເຕົ້ານົມ ແລະ ໃນຊ່ອງປາກ ນອກຈາກນີ້ ໝາກສີດາຍັງມີສານໄລໂຄນປີນທີຊ່ວຍຫລຸດອັດຕາສ່ຽງການເກີດໂລກມະເຣັງໄດ້ອີກດ້ວຍ ເອີ້ນໄດ້ວ່າປົກປ້ອງໄດ້ສອງຊັ້ນເລີິຍ
2.ອຸດົມໄປດ້ວຍສານຕໍ່ຕ້ານອະນຸມູນອິດສະຫລະ
ຫລາຍຄົນອາດຮູ້ກັນດີວ່າ ໝາກສີດາ ຄືໝາກໄມ້ທີ່ມີວິຕາມີນ C ປະລິມານຫລາຍກວ່າສົ້ມເຖິງ 4 ເທົ່າ ເຊີ່ງ ວິຕາມີນ C ນີ້ເອງເປັນສານຕໍ່ຕ້ານອະນຸມູນອິດສະຫລະຊົງພະລັງ ຊ່ວຍເສີມສ້າງການເຮັດວຽກຂອງລະບົບພູມຄຸ້ມກັນ ເຮັດໃຫ້ບໍ່ເຈັບປ່ວຍໄດ້ງ່າຍ ແລະ ຍັງກຳຈັດອະນຸມູນອິດສະຫລະ (freeradicals) ເຊີ່ງເປັນຕົວການທຳລາຍເຊວອື່ນໆໃນຮ່າງກາຍນັ້ນເອງ
3.ຄວບຄຸມເບົາຫວານ
ຫາກຜູ້ປ່ວຍ ເບົາຫວານກຳລັງຊອກຫາໝາກໄມ້ທີ່ປອດໄພ ແລະ ມີປະໂຫຍດ ໝາກສີດາກໍເປັນອີກໜຶ່ງຊະນິດທີ່ດີນຳ ເນື່ອງຈາກມີນ້ຳຕານໜ້ອຍ ຊ່ວຍຄວບຄຸມເບົາຫວານຊະນິດທີ 2 ໄດ້ຢ່າງແນ່ນອນ
4.ບຳລຸງສາຍຕາ
ຖ້າຮູ້ສຶກວ່າປວດເມື່ອຍສາຍຕາ ແລະ ອ່ອນເພຍຈາກການເບິ່ງໂທລະສັບ ຫລື ຄອມພິວເຕີເປັນເວລາດົນກໍສາມາດກິນໝາກສີດາທີ່ຊ່ວຍບັນເທົາໄດ້ເຊັ່ນກັນເນື່ອງຈາກໃນໝາກສີດາຍັງອຸດົມໄປດ້ວຍວິຕາມີນ A ເຊິ່ງຊັດເຈນ ແລະ ບໍ່ອ່ອນເພຍນັ້ນເອງ ອີກທັງຍັງຊ່ວຍປ້ອງກັນການເປັນຕາຕໍ້ໄດ້ອີກດ້ວຍ
- ຄວບຄຸບຄວາມດັນເລືອດ
ໝາກສີດາຍັງມີລິດຊ່ວຍລົດຄໍເລສເຕິຣໍໃນເລືອດ ເຮັດໃຫ້ລະດັບຄວາມດັນເລືອດຢູ່ໃນເກນປົກກະຕິ ແລະ ຍັງຊ່ວຍໃຫ້ເລືອດໄຫລວຽນໄດ້ດີອີກດ້ວຍ
- ເບິ່ງແຍງຕ່ອມໄທລອຍ
ຄຸນປະໂຫຍດອີກໜຶ່ງຂໍ້ຂອງໝາກສີດາກໍຄືຊ່ວຍບຳລຸງຕ່ອມໄທລອຍໃຫ້ເຮັດວຽກຢ່າງມີປະສິດທິພາບ ເນື່ອງຈາກຕ່ອມໄທລອຍມີໜ້າທີ່ສຳຄັນໃນການຄວບຄຸມການຜະລິດຮໍໂມນ ແລະ ກະຕຸ້ນລະບົບການເຜົາຜານໃນຮ່າງກາຍ ເຊີ່ງໃນໝາກສີດາກໍມີທອງແດງ ( copper ) ເປັນແຮ່ທາດທີ່ມີໜ້າທີ່ຊ່ວຍບຳລຸງຕ່ອມໄທລອຍນັ້ນເອງ
- ປ້ອງກັນການຖອກທ້ອງ
ໝາກສີດາຍັງມີລິດຄ້າຍຄືຢາ (astringent) ເຊີ່ງສາມາດຮັກສາໂລກກ່ຽວກັບລະບົບຍ່ອຍອາຫານ ອີກທັງຍັງຊ່ວຍຂ້າເຊື້ອແບັດທິເຣຍອັນເປັນສາເຫດທີ່ເຮັດໃຫ້ອາການຖອກທ້ອງ, ເຈັບທ້ອງ ຫລື ອາການອື່ນໆໃນລະບົບຍ່ອຍອາຫານໄດ້ເຊັ່ນດຽວກັນ
- ຫລຸດອາການເຈັບທ້ອງບິດ
ຖ້າມີອາການເຈົບທ້ອງບິດຢູ່ເປັນປະຈຳ ລອງກິນໝາກສີດາເປັນປະຈຳທຸກມື້ ຈະເຫັນວ່າລະບົບຂັບຖ່າຍຄ່ອຍໆດີຂື້ນຢ່າງເຫັນໄດ້ຊັດ ເນື່ອງຈາກໃນໝາກສີດາມີໄຟເບີ້ເປັນຈຳນວນຫລາຍເຮັດໃຫ້ລະບົບຂັບຖ່າຍ ແລະ ລະບົບທາງເດີນອາຫານເຮັດວຽກໄດ້ເປັນຢ່າງດີ
- ຜິວພັນກະຈ່າງໃສ
ຄຸນປະໂຫຍດຂອງສານຕໍ່ຕ້ານອະນຸມູນອິດສະຫລະນັ້ນ ນອກຈາກຈະຊ່ວຍເສີມພູມຄຸ້ມກັນກໍຍັງຊ່ວຍປົກປ້ອງຜີວຂອງເຮົາ ເຮັດໃຫ້ຜີວກະຈ່າງໃສ ແລະ ເບີ່ງສຸຂະພາບດີໜ້າສຳຜັດຈະໃສ່ຊຸດແບບໃດກໍໝັ້ນໃຈແນ່ນອນ
ວິທີໃຊ້: ປາດນວນໝາກສີດາ ເປັນຕ່ອນນ້ອຍໆ 1 ຖ້ວຍນ້ອຍ, ນໍ້າ 1/2 ຖ້ວຍ, ນໍ້າເຜິ້ງ 1/4 ຖ້ວຍນ້ອຍ ປັ່ນຈົນເປັນເນື້ອຄີມ ນຳມາພອກໜ້າ ປະໄວ້ 10-20 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ. ເຮັດແບບນີ້ທຸກມື້ກ່ອນເຂົ້ານອນ ໜ້າຈະສົດໃສ ແລະ ນຽນໃສຂຶ້ນ