ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ

ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - vna potal sea games 31 u23 thailand fetch 1 0 win over u23 laos stand - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ
ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - kitchen vibe - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ

ໂດຍ: ທິດກໍ່າ
ງານມະຫະກຳກິລາຊີເກມຄັ້ງທີ 31 ທີ່ປະເທດຫວຽດນາມເປັນເຈົ້າພາບ ພວມດຳເນີນໄປດ້ວຍບັນຍາກາດມ່ວນຊື່ນ, ຄຶກຄື້ນ ບົນພື້ນຖານຄວາມສາມັກຄີອັນເປັນປຶກແຜ່ນ ແລະ ມີຄວາມໝາຍທາງດ້ານປະຫວັດສາດຂອງປະຊາຄົມອາຊີຕາເວັນອອກສຽງໃຕ້. ງານມະຫະກຳກິລາຊີເກມໃນຄັ້ງນີ້ ມີ 10 ປະເທດອາຊຽນເຂົ້າຮ່ວມ, ມີ 40 ປະເພດກິລາ ແລະ 526 ລາຍການແຂ່ງຂັນ. ສະເພາະ ສປປ ລາວເຮົາ ໄດ້ສົ່ງນັກກິລາເຂົ້າຮ່ວມເຖິງ 29 ປະເພດ ປະກອບດ້ວຍ: ເປຕັງ, ບິນລຽດ, ສະນຸກເກີ, ຄິກບອກຊິງ, ມວຍລາວ, ວູຊູ, ແຂ່ງລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ຄາຣາເຕ, ຢູໂດ, ມວຍປ້ຳ, ຍິງທະນູ, ແລ່ນລານ, ຍົກນ້ຳໜັກ, ວໍວີນາມ, ລອຍນ້ຳ, ບານເຕະ, ດອກປີກໄກ່, ເທັນນິສ, ບານສົ່ງຫາດຊາຍ, ກິລາກ໊ອບ, ຢີມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດນສະປອດ.

ແຕ່ແນວໃດກໍຕາມ, ໃນບັນດາປະເພດກິລາທີ່ກ່າວມາຂ້າງເທິງນີ້ ໂຕທີ່ເປັນກິລາຍອດນິຍົມ, ມີຄົນຊົມຄົນເຊຍ, ຄຶກຄື້ນມ່ວນຊື່ນຫລາຍກວ່າໝູ່ກໍແມ່ນກິລາບານເຕະ ບໍ່ວ່າປະເພດຍິງ ຫລື ປະເພດຊາຍ ເພາະວ່າກິລາປະເພດນີ້ໃຊ້ຈຳນວນພົນຫລາຍ, ມີຍຸດທະວິທີ, ສິລະປະຍຸດທີ່ຫລາກຫລາຍເຂົ້າໃນເກມການຫລິ້ນ ຈຶ່ງເຮັດໃຫ້ຄົນສ່ວນຫລາຍນິຍົມຊົມຊອບ ແລະ ນອກຈາກນັ້ນ ຍັງເປັນກິລາທີ່ມີການລົງທຶນຫລວງຫລາຍ ບໍ່ວ່າໃນດ້ານກຳລັງຄົນ, ກຳລັງຊັບ, ທຶນຮອນ ແລະ ພື້ນຖານໂຄງລ່າງ ຕະຫລອດເຖິງວັດຖຸເຕັກນິກອື່ນໆກໍຕ້ອງພຽບພ້ອມສົມຄວນ.

ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - Visit Laos Visit SALANA BOUTIQUE HOTEL - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ
ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - Visit Laos Visit SALANA BOUTIQUE HOTEL - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ

ເພາະສະນັ້ນ, ມັນຈຶ່ງພົວພັນໄປເຖິງການພັດທະນາຢ່າງບໍ່ຂາດໄລຍະ ໝາຍວ່າຖ້າປະເທດໃດມີທຶນຮອນຫລາຍທຸ້ມໃສ່ໃຫ້ມີການພັດທະນາໄປຢ່າງກ້າວໄກຈົນກາຍເປັນອາຊີບ ນັກກິລາກໍມີຄົນເກັ່ງຫລາຍ, ມີຄ່າຕົວສູງ ສາມາດລ້ຽງປາກລ້ຽງທ້ອງ ແລະ ກາຍເປັນຜູ້ຮັ່ງມີຍ້ອນເຕະບານເກັ່ງ ທັງມີຊື່ສຽງໂດ່ງດັງຢູ່ໃນປະເທດ, ພາກພື້ນ ແລະ ໃນໂລກ.

ຫາກຕັ້ງໂຈດກັນວ່າ, ມາເຖິງໄລຍະນີ້ ດ້ວຍສາເຫດໃດວົງການກິລາບານເຕະລາວເຮົາຈຶ່ງບໍ່ມີການພັດທະນາທີ່ກ້າວໄກ ຖ້າທຽບໃສ່ບັນດາປະເທດອາຊຽນດ້ວຍກັນ. ຄຳຕອບໂຈດກໍຄື ມີຫລາຍປັດໄຈທັງນອກຕົວ ແລະ ໃນຕົວຄື: ອັນທີໜຶ່ງ ໂຄງສ້າງໃນການບໍລິຫານຈັດການຂອງສະຫະພັນບານເຕະແຫ່ງຊາດລາວຍັງໃສ່ນ້ຳມັນກາເຕົ່າ, ຢຶດຖືອັນເກົ່າຄົນເກົ່າ, ແບບແຜນອັນເກົ່າ ເຊິ່ງເບິ່ງຢ່າງໜຶ່ງຄືມີການຜູກຂາດໄປໃນຕົວ. ອັນທີສອງ ແມ່ນຂາດທຶນຮອນທີ່ຈະເອົາມາພັດທະນາ. ສະເພາະນັກກິລາເອງໃນຊ່ວງຫລາຍປີຜ່ານມາໄປແຂ່ງຢູ່ຕ່າງປະເທດກໍໄດ້ຍິນແຕ່ເຂົາຊ່າລືກັນວ່າລົ້ມບານ. ຈາກສະຖິຕິຜູ້ຖືກລົງໂທດຈາກອົງການບານເຕະສາກົນມີເຖິງ 45 ຄົນ. ອີກຍ້ອນເລື່ອງງົບ, ເລື່ອງເງິນ ຈຶ່ງເຮັດໃຫ້ຄວາມຫ້າວຫັນມັນຄືໂສ້ບໍ່ເຄັ່ງ ແລະ ມາຮອດປັດຈຸບັນ ຢູ່ບ້ານເຮົາບໍ່ທັນມີສະໂມສອນອາຊີບບານເຕະຈັກສະໂມສອນເລີຍ. ອັນທີສາມຄືການພັດທະນາຄົນບໍ່ທັນໄປຕາມຫລັກມູນດ້ານພາລະສຶກສາຢ່າງແຂງແຮງ ໝາຍວ່າບໍ່ທັນໄປຕາມຮູບແບບໂຄງສ້າງການສຶກສາຂອງລາວຕາມ 5 ຫລັກມູນຢ່າງແຂງແຮງ, ຊ້ຳບໍ່ໜຳໃນໄລຍະສອງສາມປີຜ່ານມາພັດຖືກຜົນກະທົບຈາກໂຄວິດ-19 ຈົນເຮັດໃຫ້ການເຄື່ອນໄຫວກິລາທຸກປະເພດກາຍເປັນອຳມະພາດໄປໃນຕົວ.

ຈາກຜົນງານການເຂົ້າຮ່ວມຊີເກມຄັ້ງທີ 31 ຄັ້ງນີ້ ສະແດງໃຫ້ເຫັນວ່າລາວເຮົາສູ້ເຂົາບໍ່ໄຫວ ເປັນຕົ້ນຜົນການແຂ່ງຂັນເປັນຕົວເລກອອກມາຄື: ສະເໝີກັບສິງກະໂປ 2 ຕໍ່ 2, ເສຍໃຫ້ກຳປູເຈຍ 1 ຕໍ່ 4, ເສຍໃຫ້ມາເລເຊຍ 1 ຕໍ່ 3 ແລະ ເສຍໃຫ້ໄທ 1 ຕໍ່ 0. ສ່ວນໃນໄລຍະຜ່ານມານັ້ນ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊ້ມແຫ່ງຊາດອາຊຽນ ຫລື AFF Suzuki Cup 2020 ຜົນອອກມາຄື: ບໍ່ໄດ້ຈັກຄະແນນ ຜູ້ນຳທີມແມ່ນຄູຝຶກຊາວສິງກະໂປ ທ່ານ ເຊວາໄຣ ເວັນກາ ດາຣາມ ຈາກນັ້ນມາ ທາງສະຫະພັນບານເຕະແຫ່ງຊາດກໍເລີກຈ້າງ ໂດຍເອົາຄູຝຶກຄົນໃໝ່ມາແທນຄືທ່ານ ໄມເຄີ້ນ ໄວ ຄູຝຶກຊາວເຢຍລະມັນ. ຄູຝຶກທ່ານນີ້ເຫັນວ່າດີກວ່າຄູຝຶກຄົນເກົ່າຫລາຍ ເພາະວ່າລາວບໍ່ໄດ້ຢືນກອດເອິກຄຸມທີມໃນເວລາມີການແຂ່ງຂັນແບບສູ້ເປັນສູ້ຕາຍ. ເມື່ອຢ້ອນຄືນໃນອະດີດໄລຍະປີ 2005-2010 ຍຸກລຳເນົາ ສິງໂຕ ໂດ່ງດັງ ເຫັນວ່າກິລາບານເຕະບ້ານເຮົາຊະນະກຳປູເຈຍເກືອບເຄິ່ງໂຫລ, ຊະນະບຣູໄນ ແລະ ຕີມໍເລສເຕແບບຖະຫລົ່ມຖະລາຍ, ແຕ່ມາບາດນີ້ມັນເລີຍກົງກັນຂ້າມ ເຮົາຖືກເຂົາປາບຄືນເບິ່ງຄືເຂົາໃສ່ນ້ຳມັນກາມ້າ ບາດເຮົາພັດຄືໃສ່ນ້ຳມັນກາເຕົ່າ. ນີ້ກໍສະແດງວ່າວົງການກິລາບານເຕະບ້ານເຮົາພາກັນນັບຖອຍຫລັງ, ແຕ່ເພື່ອນບ້ານເຂົາພັດພາກັນນັບໄປໜ້າ.

ເຖິງຢ່າງໃດກໍດີ, ໃນອະນາຄົດຕໍ່ໜ້າ ຄົນລາວເຮົາຍັງພໍມີຄວາມຫວັງທີ່ຈະເຫັນຜົນງານຂອງນັກກິລາບານເຕະລາວຫວນກັບມາໂດ່ງດັງ ແລະ ມີການພັດທະນາທີ່ດີຂຶ້ນເໝືອນດັ່ງປະເທດເພື່ອນບ້ານເຂົາ.

ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - 3 - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ
ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - 4 - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ
ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ - 5 - ຢາກເຫັນວົງການກິລາບານເຕະລາວກ້າວໜ້າພັດທະນາເໝືອນດັ່ງປະເທດເພື່ອນບ້ານ