ຟີລິບປິນພົບໂຄວິດ-19 ໂອມິຄຣອນ ‘ພັນຍ່ອຍ BA.2.12.1’ ລະບາດໃນທ້ອງຖິ່ນ
ວັນທີ 17 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ນາງ ມາເຣຍ ໂຣຊາຣິໂອ ເວີເຈ ຮອງລັດຖະມົນຕີກະຊວງສາທາລະນະສຸກຟີລິບປິນ ຢືນຢັນການກວດພົບການແພ່ລະບາດໃນທ້ອງຖິ່ນຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຊະນິດກາຍພັນ ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2.12.1 (BA.2.12.1) ເຊິ່ງມີການແພ່ເຊື້ອສູງ.
ນາງ ເວີເຈ ລະບຸວ່າ: ການຕິດເຊື້ອແບບກຸ່ມກ້ອນຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ສາຍພັນຍ່ອຍເບື້ອງຕົ້ນ ຖືກກວດພົບໃນເຂດມະຫານະຄອນມະນິລາ, ພາກພື້ນວິຊາໄຍຕະວັນຕົກທາງຕອນກາງ ແລະ ເມືອງປູເວໂຕປຣິນເຊຊາໃນແຂວງປາລາວັນ ເຊິ່ງບົ່ງຊີ້ວ່າຜູ້ຕິດເຊື້ອທີ່ກວດພົບໃນພື້ນທີ່ເຫລົ່ານີ້ບໍ່ມີການກ່ຽວຂ້ອງກັບຜູ້ຕິດເຊື້ອທີ່ມາຈາກຕ່າງປະເທດ.
ປັດຈຸບັນ ຟີລິບປິນລາຍງານພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2.12.1 ສະສົມທັງໝົດ 17 ຄົນ ໂດຍນາງ ເວີເຈ ລະບຸວ່າ: ຟີລິບປິນຕ້ອງດຳເນີນມາດຕະການຢ່າງຮີບດ່ວນ ຫລັງກວດພົບການແພ່ລະບາດໃນທ້ອງຖິ່ນຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ສາຍພັນຍ່ອຍເບື້ອງຕົ້ນ. ຂະນະກະຕຸ້ນໜ່ວຍງານລັດຖະບານທ້ອງຖິ່ນກວດຫາຜູ້ຕິດເຊື້ອ ແລະ ກັກຕົວຜູ້ຕ້ອງສົງໄສທັນທີ. ພ້ອມກ່າວວ່າ: ຍັງບໍ່ພົບການແພ່ລະບາດໃນຊຸມຊົນຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ສາຍພັນຍ່ອຍນີ້.
ການສຶກສາພົບວ່າ: ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2.12.1 ສາມາດແພ່ເຊື້ອໄດ້ສູງ ເນື່ອງຈາກການກາຍພັນທີ່ຫລາຍກວ່າສາຍພັນໂອມິຄຣອນດັ້ງເດີມ ເຖິງວ່າຈະຍັງບໍ່ພົບວ່າສາຍພັນຍ່ອຍນີ້ກໍ່ໃຫ້ເກີດອາການຮຸນແຮງ ຫລື ເສຍຊີວິດເພີ່ມຂຶ້ນ, ແຕ່ມັນສາມາດຫລົບຫລີກພູມຕ້ານທານໄດ້.
ທັງນີ້, ຟີລິບປິນລາຍງານພົບຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 3.688.292 ຄົນ ເຊິ່ງລວມທັງຜູ້ເສຍຊີວິດ 60.458 ຄົນ. ຂະນະທີ່ຜູ້ຕິດເຊື້ອໃໝ່ຫລຸດລົງຢ່າງຕໍ່ເນື່ອງສະເລ່ຍມີ 157 ຄົນຕໍ່ວັນ.
ອ້າງອີງ:
https://www.xinhuathai.com/high/283251_20220517