ພະນັກງານຂັ້ນກົມ-ຂັ້ນພະແນກ ແລະ ທຽບເທົ່າ ຢູ່ກະຊວງການເງິນ ຝຶກອົບຮົມ ການນໍາພາ-ຄຸ້ມຄອງ

ກະຊວງການເງິນ ຈັດຝຶກອົບຮົມ ໃຫ້ພະນັກງານການນຳຂັ້ນກົມ ແລະ ທຽບເທົ່າ ຊຸດທີ II ແລະ ຝຶກອົບຮົມພະນັກງານຂັ້ນພະແນກ ແລະ ທຽບເທົ່າຊຸດທີ I ໃນວັນທີ 16 ພຶດສະພາ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ການຝຶກອົບຮົມກະຊວງພາຍໃນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການສ້າງໃຫ້ພະນັກງານການນຳຂັ້ນກົມ ແລະ ທຽບເທົ່າມີຄວາມຮູ້ ໃນການນຳພາ-ຄຸ້ມຄອງ, ສ້າງທັກສະດ້ານຄວາມາມາດໃນການຄຸ້ມຄອງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງວຽກງານການນໍາຂັ້ນກົມ ແລະ ທຽບເທົ່າ, ລວມທັງເສີມສ້າງທັກສະດ້ານຈັນຍາບັນ, ຈັນຍາທໍາຂອງພະນັກງານ, ອັນເປັນການປະກອບສ່ວນສ້າງລະດັບການເຮັດວຽກທີ່ເໝາະສົມ.
ຊຸດຝຶກອົບຮົບຄັ້ງນີ້, ໄດ້ແບ່ງອອກເປັນ 2 ຂັ້ນຄື: ຂັ້ນກົມ ແລະ ທຽບເທົ່າ ປະກອບມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກການເງິນນະຄອນຫລວງ ແລະ ແຂວງ ແລະ ຂັ້ນພະແນກ ແລະ ທຽບເທົ່າ ປະກອບມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງບັນດາກົມ, ສະຖາບັນອອ້ມຂ້າງກະຊວງການເງິນ ໂດຍການຝຶກອົບຮົມຂັ້ນກົມ ແລະ ທຽບເທົ່າ ໃຊ້ເວລາ 10 ວັນທາງລັດຖະການ ແລະ ຂັ້ນພະແນກ ແລະ ທຽບເທົ່າ ຈະໃຊ້ເວລາໃນການຝຶກອົບຮົມ 20 ວັນລັດຖະການ ເຊິ່ງແຕ່ລະຂັ້ນ ຈະໄດ້ຝຶກອົບຮົມໃນຫລາຍຫົວຂໍ້ທີ່ສໍາຄັນເພື່ອໃຫ້ກໍາແໜ້ນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ເຂົ້າໃຈເລິກເຊິ່ງກ່ຽວກັບແນວຄິດ, ທິດສະດີການບໍລິຫານການປ່ຽນແປງ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ທີ່ຖືກມອບໝາຍຂອງຂະແໜງການຕົນ ຢ່າງມີປະສິດທິຜົນ,ສາມາດກໍາໄດ້ແນວຄິດ-ທິດສະດີການນໍາພາ ແລະ ການຄຸ້ມຄອງ, ຄຸນລັກສະນະ ແລະ ຮູບແບບການນໍາພາທີ່ດີ, ເພື່ອເປັນທິດທາງປັບປຸງວິທີການການຊີ້ນໍາ-ນໍາພາ, ເປັນເອກະພາບກ່ຽວກັບຫລັກການ ແລະ ຂະບວນການສ້າງແຜນຍຸດທະສາດ, ແຜນການປະຈໍາຂອງຂະ ແໜງການ, ສາມາດເຂົ້າໃຈກ່ຽວກັບຈັນຍາບັນ ແລະ ຄ່ານິຍົມ ໃນການປະຕິບັດງານ, ຈັນຍາບັນຂອງພະນັກງານ-ລັດຖະກອນ, ການຄຸ້ມຄອງພະນັກງານ-ລັດຖະກອນ, ການນໍາໝູນໃຊ້ຫລັກການ ແລະ ວິທີການຄຸ້ມຄອງ ປະເມີນຜົນການປະຕິບັດງານ ຂອງພະນັກງານ ໃນຂະແໜງການຂອງຕົນໃຫ້ມີປະສິດທິຜົນ.
ທ່ານ ບຸນປອນ ວັນນະຈິດ ໄດ້ມີຄຳເຫັນວ່າ: ປັດຈຸບັນ, ກະຊວງການເງິນ ຢູ່ໃນໄລ ຍະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ, ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ.ການຝຶກອົບຮົມຄັ້ງນີ້, ແມ່ນມີຄວາມສຳຄັນສຳລັບພະນັກງານການນຳ ໂດຍສະເພາະແມ່ນການນຳຂັ້ນກົມ ແລະ ທຽບເທົ່າກົມ, ຂັ້ນພະແນກ ແລະ ທຽບເທົ່າ ເພື່ອເປັນເງື່ອນໄຂສ້າງຄວາມສະດວກໃນການນຳພາ ປະຕິບັດວຽກງານ ໂດຍສະເພາະ ການນຳພາ-ຄຸ້ມຄອງ ແລະ ການພັດທະນາບຸກຄະລາກອນ ໃຫ້ມີຈັນຍາບັນ, ຈັນຍາທຳ ອີກດ້ວຍ.