ຜົນສຶກສາຊີ້ ມົນລະພິດຂ້າຊີວິດປະຊາກອນໂລກ 9 ລ້ານຄົນຕໍ່ປີ

ທີມນັກວິທະຍາສາດລາຍງານວ່າ: ມົນລະພິດທາງອາກາດ ແລະ ພິດຕະກົ່ວທີ່ຮ້າຍແຮງຂຶ້ນ ເຮັດໃຫ້ມີປະຊາກອນທົ່ວໂລກເສຍຊີວິດຈາກການປົນເປື້ອນໃນສິ່ງແວດລ້ອມປະມານ 9 ລ້ານຄົນຕໍ່ປີ ນັບແຕ່ປີ 2015 ເປັນຕົ້ນມາ ໂດຍປະເທດໃນທະວີບອາຟຣິກາໄດ້ຮັບຜົນກະທົບຫລາຍທີ່ສຸດ.
ວັນທີ 18 ພຶດສະພາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຂໍ້ມູນການວິເຄາະຂອງນັກວິທະຍາສາດໃນເລື່ອງການເສຍຊີວິດທົ່ວໂລກ ແລະ ລະດັບມົນລະພິດ ລະບຸວ່າ: ມົນລະພິດທາງອາກາດຈາກຂະບວນການອຸດສາຫະກຳ ລວມທັງການຂະຫຍາຍເນື້ອທີ່ເມືອງ ເຮັດໃຫ້ການເສຍຊີວິດທີ່ກ່ຽວກັບຝຸ່ນລະອອງເພີ່ມຂຶ້ນ 7% ຈາກປີ 2015-2019.
ເຖິງວ່າການເສຍຊີວິດຈາກມົນລະພິດດັ້ງເດີມເຊັ່ນ: ຄວັນໃນອາຄານ ຫລື ນ້ຳເໜົ່າເສຍ ຈະຫລຸດລົງທົ່ວໂລກ, ແຕ່ມັນຍັງເປັນບັນຫາໃຫຍ່ໃນທະວີບອາຟຣິກາ ແລະ ປະເທດກຳລັງພັດທະນາບາງປະເທດ ເຊິ່ງສາທາລະນະລັດຊາດ, ສາທາລະນະລັດອາຟຣິກາກາງ ແລະ ໄນເຈີ ຄື 3 ປະເທດທີ່ມີການເສຍຊີວິດກ່ຽວຂ້ອງກັບມົນລະພິດຫລາຍທີ່ສຸດ.
ນອກຈາກນີ້, ເຣເຊລ ຄຸບກາ ຜູ້ຂຽນຮ່ວມ ແລະ ກຳມະການບໍລິຫານຂອງພັນທະມິດໂລກດ້ານສຸຂະພາບ ແລະ ມົນລະພິດ (GAHP) ໃນນະຄອນນິວຢອກ ກ່າວວ່າ: ການເສຍຊີວິດທີ່ເກີດຈາກການສຳຜັດມົນລະພິດສະໄໝໃໝ່ເຊັ່ນ: ໂລຫະໜັກ, ເຄມີກະສິກຳ ແລະ ການປ່ອຍເຊື້ອໄຟຟໍຊິລ “ເພີ່ມຂຶ້ນແບບກ້າວກະໂດດ” ສູງເຖິງ 66% ນັບແຕ່ປີ 2000.
ອ້າງອີງ:
https://www.reuters.com/business/environment/pollution-killing-9-million-people-year-africa-hardest-hit-study-2022-05-17/