ກະຊວງການເງິນເປີດຊຸດຝືກອົບຮົມການນຳໃຊ້ Excel ຊຸດທີ II ສຳລັບການກະກຽມ ແລະ ລວບລວມແຜນງົບປະມານ


ກົມງົບປະມານແຫ່ງລັດ ກະຊວງການເງິິນ, ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ Excel ຊຸດທີ II ສໍາລັບການກະກຽມ ແລະ ລວບລວມແຜນງົບປະມານແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຕາງໜ້າກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີພະນັກງານທີ່ກ່ຽວຂ້ອງຈາກກົມງົບປະມານ ມີວິທະຍາກອນ, ນັກສຳມະນາກອນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍພາຍໃຕ້ການສະໜັບສະໜູນໂດຍແຜນງານຂອງທະນາຄານໂລກໃນການຊຸກຍູ້ການປະຕິບັດການຄຸ້ມຄອງການເງິນແຫ່ງລັດໂດຍການໃຫ້ທຶນຈາກສະຫະພາບເອີຣົບ.
ຈຸດປະສົ່ງຂອງການຝຶກອົບຮົມແມ່ນເພື່ອນຳສະເໜີຮ່າງຟາຍ Excel ແລະ ຄວາມຈໍາເປັນໃນການນຳໃຊ້ຮ່າງຟາຍດັ່ງກ່າວ ສຳລັບການກະກຽມແຜນງົບປະມານ, ຮຽນຮູ້ ແລະ ເຂົ້າໃຈການນຳໃຊ້ຟາຍ Excel ເພືອກະກຽມ ແລະ ລວບລວມແຜນງົບປະມານຂອງພະແນກການທີຕົນໄດ້ຮັບຜິດຊອບ, ຮຽນຮູ້ ແລະ ເຂົ້າໃຈຂັ້ນຕອນການປະສານງານ ແລະ ການສົ່ງຮ່າງຟາຍ Excel ໃຫ້ກົມງົບປະມານແຫ່ງລັດກະຊວງການເງິນ, ປືກສາຫາລືບັນຫາ, ສິ່ງທ້າທາຍ ແລະ ວິທີການແກ້ໄຂ້ບັນຫາຕ່າງໆໃນການນຳໃຊ້ຮ່າງຟາຍ Excel.
ສຳລັບຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້ກ່ຽວກັບຄວາມຈຳເປັນໃນການນຳໃຊ້ຮ່າງຟາຍ Excel ໃນການກະກຽມແຜນງົບປະມານຂອງຕົນ, ໄດ້ຮຽນຮູ້ ແລະ ລົງມືປະຕິບັດຕົວຈິງໃນການປ້ອນຂໍ້ມູນເຂົ້າໃສ່ຮ່າງຟາຍ Excel ແລະ ຮຽນຮູ້ວິທີ ປລະ ຂັ້ນຕອນການນຳສົ່ງຮ່າງຟາຍ Excel ໃຫ້ກົມງົບປະມານແຫ່ງລັດກະຊວງການເງິນ,ໄດ້ມີໂອກາດສົນທະນາປຶກສາຫາລືກ່ຽວກັບຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວິທີແກ້ໄຂໃນການກະກຽມ ແລະ ລວບລວມແຜນງົບປະມານໂດຍການນຳໃຊ້ຟາຍ Excel, ການຝຶກອົບຮົມໃນຄັ້ງນີ້ໃຊ້ເວລາ 5 ວັນທາງລັດຖະການ.
ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ມີຄໍາເຫັນໃນຊຸດ ຝຶກອົບຮົມຄັ້ງນີ້ວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ທົດລອງເອົາບັນດາກະຊວງທີກ່ຽວຂ້ອງເຂົ້າຝຶກອົບຮົມຮຽນຮູ້, ເພື່ອເປັນພື້ນຖານໃນການນຳໃຊ້ລະບົບທີ່ຈະກ້າວໄປສູ່ການສ້າງແຜນ, ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຸ້ມຄອງວຽກງານງົບ ປະມານແຫ່ງລັດໃນຕໍ່ໜ້າເພື່ອນໍາເອົາລະບົບດັ່ງກ່າວໄປຈັດຕັ້ງປະຕິວັດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.