ຄະນະທູດຈາກສະຫະພາບເອີຣົບຈັດກິດຈະກຳຂອງໂຄງການປູກຈິດສຳນຶກດ້ານໂພຊະນາການ ຢູ່ແຂວງຫລວງພະບາງ


ໃນວັນທີ 17 ພຶດສະພາ 2022 ທີີ່ຜ່ານມາ (EU) ນຳໂດຍທ່ານ ນາງ Ina Marciulionyte ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານສ້ຽວ ເມືອງປາກອູ ແຂວງຫລວງພະບາງ ໃຫ້ການຕ້ອນຮັບໂດຍທ່ານ ປອ ສົມເພັດ ເພັງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ ແລະ ປະຊາຊົນພາຍໃນບ້ານ ຈຸດປະສົງເພື່ອຟັງການລາຍງານສະພາບການຈັດຕັ້ງປະຕິບັດ ໂຄງການປູກຈິດສຳນຶກດ້ານໂພຊະນາການ NUSAP ເຊິ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ປີ 2019 ເປັນຕົ້ນມາໂດຍໃຫ້ການສະໜັບສະໜູນທາງດ້ານທຶນຮອນປະກອບມີ 2 ປະເພດຄື: ທຶນຂອງຄອບຄົວ ແລະ ທຶນລວມບ້ານ.
ການສະໜອງທຶນຄອບຄົວ ເປັນເງິນ 1.000.000 ກີບຕໍ່ຄອບຄົວ ຢູ່ພາຍໃນບ້ານມີຄອບຄົວເປົ້າໝາຍທີ່ໄດ້ຮັບທຶນ 19 ຄອບຄົວ ຄື:
– ກິດຈະກຳປູກຜັກສວນຄົວເຮືອນ 12 ຄອບຄົວ
– ກິດຈະກຳລ້ຽງປາ 13 ຄອບຄົວ
– ກິດຈະກຳລ້ຽງສັດປີກ 14 ຄອບຄົວ
– ກິດຈະກຳປູກເຫັດ 2 ຄອບຄົວ
ການສະໜອງທຶນລວມບ້ານ ເປັນ ເງິນ 32.301.000 ກີບ ປະກອບມີ:
– ກິດຈະກຳທະນາຄານເຂົ້າ: ໄດ້ຮັບຄອບຄົວລະ 10 ກິໂລ ຂອງສະມາຊິກ 56 ຄອບຄົວ ເປັນເຂົ້າ 560 ກິໂລ ແລະ ພ້ອມທັງວັດສະດຸທ້ອງຖິ່ນ ແລະ ແຮງງານ ທຶນຂອງໂຄງການ ສົມທົບກັບຫ້ອງການກະສິກຳທີ່ນຳມາມອບໃຫ້ໃນທ້າຍປີ 2021 ໄດ້ຮັບເຂົ້າຈຳນວນ 3.370 ກິໂລ ເປັນເງິນ 14.800.000ກີບ ລວມມີເຂົ້າເປືອກທັງໝົດ 3.930 ກິໂລ
ສ່ວນກິດຈະກຳບ້ານທີ່ຍັງຄ້າງມີ:
– ກິດຈະກຳສ້າງນໍ້າລິນ
– ກິດຈະກຳຄຸ້ມຄອງອານຸລັກປ່າໄມ້ບ້ານ
– ກິດຈະກຳສ້າງຕັ້ງຄຸ້ມວັງສະຫງວນ
ມາຮອດປັດຈຸບັນທາງບ້ານໄດ້ປ່ອຍເງິນກູ້ໃຫ້ແກ່ປະຊາຊົນກູ້ຢືມ 1 ຄັ້ງມີ 17 ຄອບຄົວ, ຈຳນວນເຂົ້າທີ່ປ່ອຍມີ 1,700 ກິໂລ ປັດຈຸບັນມີເຂົ້າທີ່ເຫລືອຢູ່ໃນສາງ 2,230 ກິໂລ ຄິດວ່າຈະປ່ອຍໃຫ້ປະຊາຊົນກູຢືມຄັ້ງທີ 2 ຢູ່ໃນທ້າຍເດືອນກໍລະກົດນີ້”
ທ່ານ ນາງບົວຈັນ ພົງສະຫວັນ ເລຂາພັກບ້ານ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳໃນໄລຍະທີ່ຜ່ານມາ: “ ໃນປີ 2019 ໂຄງການປູກຈິດສຳນຶກດ້ານກະສິກຳໂພຊະນາການໄດ້ເລີ່ມຈັດຕັ້ງປະຕິບັດຂຶ້ນໂດຍໃຫ້ການສະໜັບສະໜູນທາງດ້ານທຶນຮອນປະກອບມີ 2 ປະເພດຄື: ທຶນຂອງຄອບຄົວ ແລະ ທຶນລວມບ້ານ, ທຶນດັ່ງກ່າວເພື່ອແນໃສ່ການຄໍ້າປະກັນທາງດ້ານສະບຽງອາຫານໃຫ້ແກ່ກຸ່ມເປົ້າໝາຍຄອບຄົວເດັກ 1000 ວັນ, ແມ່ຖືພາ ແລະ ແມ່ລ້ຽງລູກນ້ອຍ, ເດັກອາຍຸ 2-5 ປີ, ຍິງໄວຈະເລີນພັນ.