ອິນເດຍອອກມາດຕະການດຶງດູດ ‘ຜູ້ຜະລິດຮູບເງົາຕ່າງປະເທດ’ ທັງມອບເງິນໂບນັດ-ເລັ່ງອອກວີຊາ
ວັນທີ 18 ພຶດສະພາ 2022, ສຳນັກຂໍ້ມູນສື່ມວນຊົນອິນເດຍເປີດເຜີຍການເປີດຕົວໂຄງການດຶງດູດການຖ່າຍທຳຮູບເງົາຕ່າງປະເທດໃນອິນເດຍ ແລະ ການຮ່ວມຜະລິດຮູບເງົາກັບຕ່າງປະເທດ ເພື່ອປົດປ່ອຍປະສິດທິພາບຂອງສື່ ແລະ ອຸດສາຫະກຳບັນເທີງໃນປະເທດ.
ຖະແຫລງການຈາກສຳນັກຂໍ້ມູນສື່ມວນຊົນອິນເດຍລະບຸວ່າ: ບໍລິສັດຜູ້ຜະລິດຮູບເງົານາໆຊາດສາມາດຮັບເງິນຄືນສູງສຸດ 30% ສຳລັບການໃຊ້ຈ່າຍຕາມເງື່ອນໄຂທີ່ກຳນົດໃນອິນເດຍ ໂດຍຈຳກັດວົງເງິນບໍ່ເກີນ 260.000 ໂດລາສະຫະລັດ.
ນອກຈາກນັ້ນ, ຜູ້ຖ່າຍທຳຮູບເງົາຕ່າງປະເທດໃນອິນເດຍສາມາດຮັບເງິນໂບນັດເພີ່ມອີກ 5% ສູງສຸດ 65.000 ໂດລາສະຫະລັດ ຖ້າພວກເຂົາເລືອກຈ້າງແຮງງານຊາວອິນເດຍໃນອັດຕາ 15% ຫລື ຫລາຍກວ່າ.
ທັງນີ້ ອິນເດຍັງດຳເນີນມາດຕະການທາງບຸກ ດ້ວຍການອອກວີຊາໃຫ້ຜູ້ຜະລິດຮູບເງົາ ແລະ ທີມງານຈາກຕ່າງປະເທດພາຍໃນໄລຍະເວລາ 3-4 ອາທິດ ເມື່ອທຽບໃສ່ 5-6 ເດືອນກ່ອນໜ້ານີ້.
ອ້າງອີງ:
https://www.xinhuathai.com/inter/283586_20220519