ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - FB IMG 1653005620222 edit 476135334840368 - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ
ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - kitchen vibe - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ຕົ້ນທຶນຊີວິດຂອງຄົນບໍ່ຄືກັນ ການດຳລົງຊີວິດຍ່ອມປະສົບທັງຫຍຸ້ງຍາກ ຫລື ອ່າວສະດວກໜ້ອຍຫລາຍຕ່າງກັນ, ແຕ່ທີ່ຍົກບັນຫານີ້ຂຶ້ນມາໃນທ່າມຄວາມຫຍຸ້ງຍາກ, ທຸກການໃຊ້ຈ່າຍຕ້ອງຄໍານຶງເຖິງການປະຢັດ ບໍ່ຟຸມເຟືອຍ ແລະ ພະຍາຍາມຫາລາຍຮັ ທີ່ປອດໃສຂາວສະອາດມາຕື່ມ (ຫລາຍຄົນອາດຄັນແຂ້ວວ່າ“ຈະເອົາຫຍັງມາປະຢັດ ມັນມີຈໍາກັດຢູ່ແລ້ວ(ເວົ້າເລື່ອງເງິນ)ຫລື ຈະປະຢັດແນວໃດ ມັນບໍ່ມີຮອດຈະຈ່າຍຊໍ້າ). ຄວາມຈິງແລ້ວ, ການປະຢັດ ບໍ່ແມ່ນຂີ້ຖີ່, ແຕ່ເປັນການໃຊ້ຈ່າຍ ທີ່ກຸ້ມຄ່າມີປະໂຫຍດ.

ຄວາມຄຶກຄັກເກີດຂຶ້ນພາຍຫລັງເປີດປະເທດ ເຕັມຮູບແບບ, ແຕ່ລາຄານໍ້າມັນເຊື້ອໄຟ ພັດມາເປັນພາລະສ້າງຄວາມຫຍຸ້ງຍາກຕື່ມ ແພງເອົາແພງເອົາ ບາງປໍ້າກໍໂກງໄດ້ໂກງເອົາ ທັງຮຽກການເກັບເງິນທີ່ບໍ່ໜ້າຈະເຮັດນຳຜູ້ຊື້ນໍ້າມັນ ຊຶ່ງໃນຄວາມເປັນຈິງຫລາຍທ່ານຄົງເຂົ້າໃຈດີວ່າ: ຄວາມຫຍຸ້ງຍາກເລື່ອງນໍ້າມັນເຊື້ອໄຟ ທົ່ວໂລກກໍເປັນຄືກັນ, ແຕ່ປະເທດເຮົາໜັກກວ່າ ຍ້ອນເປັນປະເທດນໍາເຂົ້າ ຍ້ອນພື້ນຖານເສດຖະກິດຍັງບໍ່ທັນເຂັ້ມແຂງ.

ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - Visit Laos Visit SALANA BOUTIQUE HOTEL - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ
ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - Visit Laos Visit SALANA BOUTIQUE HOTEL - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ຊຸມປີຜ່ານມາ ປະເທດເຮົາພົບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍດ້ານການເງິນ-ງົບປະ ມານ ຊຶ່ງທັງພາກລັດ ແລະ ເອກະຊົນ ກໍຄືທົ່ວສັງຄົມ ໄດ້ຊ່ວຍກັນຄໍ້າຊ່ວຍກັນຊູຕາມເງື່ອນໄຂໃຜລາວ.

ບໍ່ມີໃຜທີ່ບໍ່ຢາກສະດວກສະບາຍ, ແຕ່ຊີວິດຈິງ ບໍ່ຄືຝັນ. ແນວໃດກໍດີ, ຄວາມຫຍຸ້ງຍາກຍ່ອມຄຽງຄູ່ກັບຄວາມສະດວກ, ຕ່າງແຕ່ວ່າໜ້ອຍ ຫລື ຫລາຍເທົ່ານັ້ນ ຊຶ່ງບົນເສັ້ນທາງກ້າວໄປໜ້າປາສະຈາກບໍ່ໄດ້ອຸປະສັກ-ຄວາມຫຍຸ້ງຍາກນາໆປະການຕ້ອງການໃຫ້ມີສະຕິ, ອົດທົນ-ສູ້ຊົນຜ່ານຜ່າ.

ຂະນະດຽວກັນກໍບໍ່ສາມາດຄາດຄະເນໄດ້ຢ່າງແນ່ນອນວ່າ ຫລັງວິກິດນໍ້າມັນເຊື້ອໄຟ ຄວາມຫຍຸ້ງຍາກຫຍັງຈະເຂົ້າມາອີກ. ປະຢັດໄດ້ກໍປະຢັດ ປະຢັດເສດຖະກິດໃຊ້ຈ່າຍໃຫ້ກຸ້ມ, ໃຊ້ເວລາຫາຢູ່ຫາກິນດ້ວຍຄວາມສຸຈະລິດໃຫ້ຫລາຍກວ່າເວລາໄປທ່ຽວສ້າງສັນ…

ພວກເຮົາ ສ້າງເກາະປ້ອງກັນ ໂດຍສົ່ງເສີມການຜະລິດພາຍໃນນັ້ນ, ເຂັ້ມແຂງເປັນຮູບປະທໍາຍືນຍົງແລ້ວຫລື ບໍ່? ລັດ ສົ່ງເສີມການປະຢັດ-ຕ້ານການຟຸມເຟືອຍຕາມດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການ ຟຸມເຟືອຍ, ດໍາລັດວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ…ປະສົບຜົນສຳເລັດໜ້ອຍຫລາຍແນວ ໃດ? ຕ່າງຄົນຕ່າງເຮັດໜ້າທີ່ໃຜລາວ.

ເບື້ອງລັດ ເຮັດແລ້ວກໍຕ້ອງກວດກາວ່າໄດ້ຫລືບໍ່ໄດ້?ຖ້າບໍ່ໄດ້ຈະເຮັດຈະແກ້ໄຂແນວໃດ? ເອົາເປັນວ່າ ທັງພາກລັດ-ເອກະຊົນ ກໍຄືທົ່ວສັງຄົມ ຕ້ອງເປັນເຈົ້າການປະຕິບັດຢ່າງແຂງແຮງແລະໃຫ້ເປັນຮູບປະທໍາ ເພື່ອເກີດຜົນດີຢ່າງໃຫຍ່ຫລວງຕໍ່ການພັດທະນາ ຖ້າບໍ່ປະຢັດ ຫລື ຍັງພາກັນຟຸມເຟືອຍອີກ ບັນຫາຈະຖືກບົ່ມ ຖືກກອງໄວ້ ສຸດທ້າຍກໍຕ້ອງແບກຫາບໜັກ, ແຕ່ເຊື່ອວ່າອີກບໍ່ດົນຄວາມຫຍຸ້ງຍາກຈະຄ່ອຍໝົດໄປ.

ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - 5 - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ
ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - 3 - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ
ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ - 4 - ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ