IMF ປັບເພີ່ມຄວາມສຳຄັນຂອງຄ່າເງິນຢວນ
May 20, 2022 - 11:10 AM

ຊີອາໄອ ລາຍງານຂ່າວ ວັນທີ 17 ພຶດສະພາ 2022 ທີ່ຜ່ານມາວ່າ: ອົງການກອງທຶນການເງິນສາ ກົນ (IMF) ໄດ້ປັບເພີ່ມຄວາມສຳຄັນຂອງຄ່າເງິນຢວນ. ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ນີ້ແມ່ນການຢືນຢັນຈາກປະຊາຄົມໂລກຢ່າງເຕັມສ່ວນຕໍ່ຜົນສຳເລັດທີ່ຈີນໄດ້ຮັບໃນການປະຕິຮູບເປີດປະຕູສູ່ພາຍນອກ ກໍຄືການພັດທະນາເສດຖະກິດສັງຄົມຊຶ່ງມີຜົນດີຕໍ່ການຍົກຖານະຂອງເງິນຢວນໃນເງິນຕາສຳຮອງສາກົນໃຫ້ສູງຂຶ້ນຕື່ມອີກ ຊຶ່ງຈະເປັນການເພີ່ມຄວາມໜ້າສົນໃຈຂອງສາກົນທີ່ມີຕໍ່ເງິນຢວນ. ແລະ ໃນໄລຍະຕໍ່ໜ້າ, ປະເທດຈີນຈະສືບຕໍ່ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຕະຫຼາດການເງິນຢ່າງໝັ້ນໜຽວບໍ່ປ່ຽນແປງ, ເຮັດໃຫ້ຂັ້ນຕອນການລົງທຶນຂອງນັກລົງທຶນຕ່າງປະເທດທີ່ເຂົ້າເຖິງຕະຫຼາດຂອງຈີນກະທັດຮັດຕື່ມອີກ, ເຮັດໃຫ້ປະເພດຊັບສິນທີ່ສາມາດລົງທຶນໄດ້ມີຄວາມອຸດົມສົມບູນຂຶ້ນ, ປັບປຸງການເຜີຍແຜ່ຂໍ້ມູນຂ່າວສານໃຫ້ສົມບູນຂຶ້ນ, ສືບຕໍ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ, ຂະຫຍາຍເວລາຊື່ຂາຍຂອງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານ, ເພີ່ມຄວາມສະດວກໃນການລົງທຶນຢູ່ຕະຫຼາດຈີນໃຫ້ສູງຂຶ້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຫຼາຍກວ່າເກົ່າໃຫ້ແກ່ນັກລົງທຶນຕ່າງປະເທດ ແລະ ອົງການລົງທຶນສາກົນເຂົ້າມາລົງທຶນຢູ່ຕະຫຼາດປະເທດຈີນ.