ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ

ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - 282560848 1896514427218995 5830192146078156783 n - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - kitchen vibe - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ບໍລິສັດ ນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ຫລີກລ້ຽງການໄປຫລິ້ນ-ໄປທ່ຽວໂດຍທີ່ບໍ່ຈຳເປັນ ເພື່ອເກັບຮັກສານໍ້າມັນ ນຳໃຊ້ເຂົ້າໃນການຜະລິດກະສິກຳ, ການເຮັດໄຮ່, ໄຖນາ ເພື່ອລ້ຽງຊີບປະຈຳວັນ ໃນໄລຍະວິກິດນີ້, ຖ້າພວກເຮົາຟຸມເຟື່ອຍ ຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງຍາກ.
ວັນທີ 19 ພຶດສະພາ 2022 ທ່ານ ວົງສອນ ພິມມະວົງສາ ຫົວໜ້າ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາ ແຂວງຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງກ່ຽວກັບການຕອບສະໜອງນໍ້າມັນ ທີ່ບໍ່ພຽງພໍໃນປັດຈຸບັນ ໂດຍລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ຈັດແບ່ງນໍ້າມັນ ໃຫ້ປໍ້າຕົວແທນພາຍໃນເທສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍ ປະມານອາທິດລະ 1-2 ຄັ້ງ ແລະ ໃຫ້ຈຳ ນວນໜ້ອຍ. ພ້ອມທັງຫ້າມບໍ່ໃຫ້ຂາຍໃສ່ຕຸກ ເພື່ອນຳໄປຂາຍຕໍ່ເກງກຳໄລຢ່າງເດັດຂາດ. ສຳລັບ ໃນເທສະບານແຂວງ ປໍ້າແບບຢ່າງຂອງລັດ (ປໍ້າຫລັກ2) ໄດ້ກຳນົດໃຫ້ຈຳໜ່າຍ ລົດໃຫຍ່ ບໍ່ເກີນ 4 ແສນກີບ/ຄັນ, ສ່ວນປະຊາຊົນສ່ວນໜຶ່ງທີ່ ຮຽກຮ້ອງຂໍຊື້ໃສ່ຕຸກເພື່ອນຳໃຊ້ເຂົ້າໃນການຜະລິດ (ໄຖນາ) ໄດ້ກຳນົດໃຫ້ບໍ່ເກີນ 20 ລິດ/ຄົນ.
ທ່ານ ວົງສອນ ພິມມະວົງສາ ຍັງໃຫ້ຮູ້ອີກວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງຕິດຕາມບັນດາປໍ້າຕົວແທນ ທັງປໍ້າຂອງລັດ ຫລື ເອກະຊົນ ໃນການແກ້ໄຂ, ກວດກາສາງ, ປໍ້າ ເພາະບໍລິສັດຂອງລັດ ແລະ ເອກະຊົນເຄື່ອນໄຫວມີທັງໝົດ 10 ບໍລິສັດ ເພື່ອສ້າງຄວາມເຂົ້າໃຈແກ່ສັງຄົມ ຕໍ່ເຫດນໍ້າມັນບໍ່ພຽງພໍ ເນື່ອງຈາກບໍ່ມີເງິນຕາພຽງພໍ ເພາະເວລາຊື້ສິນຄ້າແມ່ນເປັນເງິນຕາຕ່າງປະເທດ ບວກກັບອັດຕາແລກ ປ່ຽນເພີ່ມຂຶ້ນໃນແຕ່ລະວັນ ແລະ ອີກບັນຫາໜຶ່ງປະເທດຜູ້ຜະລິດນໍ້າມັນໄດ້ຫລຸດລົງ ຜູ້ຊົມໃຊ້ພັດຫລາຍຂຶ້ນ ແລະ ບັນຫາກ່ຽຂ້ອງອື່ນໆ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງສັງຄົມ ພ້ອມກັນໃຊ້ນໍ້າມັນຢ່າງປະຍັດ ຫລີກລ້ຽງການເດືນທາງໄປຫລີ້ນ-ໄປທ່ຽວ ໂດຍທີ່ບໍ່ຈຳ ເປັນ ເພື່ອຮັກສານໍ້າມັນໄວ້ໃຊ້ໃນຍາມສຸກເສີນ.
อาจเป็นรูปภาพของ 5 คน และ กลางแจ้ง ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - 283096094 1896514167219021 4686176658081292567 n - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - 5 - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - 4 - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ - 3 - ລັດວິສາຫະກກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ