ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ

ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ -           11 - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ
ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - kitchen vibe - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ

ວັນທີ 22 ພຶດສະພາ 2022, ລັດຖະບານຕາລີບັນຂອງອັບການິດສະຖານມີຄຳສັ່ງໃຫ້ຜູ້ອ່ານຂ່າວຍິງຕ້ອງໃສ່ຜ້າຄຸມປິດບັງໃບໜ້າເວລາອອກອາກາດ ເຊິ່ງຄຳສັ່ງດັ່ງກ່າວມີຂຶ້ນນັບແຕ່ວັນທີ 19 ພຶດສະພາຜ່ານມາ, ແຕ່ມີຜູ້ອ່ານຂ່າວພຽງບໍ່ເທົ່າໃດສຳນັກເທົ່ານັ້ນທີ່ປະຕິບັດຕາມ ກ່ອນທີ່ກຸ່ມຕາລີບັນຈະບັງຄັບໃຊ້ກົດດັ່ງກ່າວຢ່າງຈິງຈັງ.

ທາງດ້ານກະຊວງວັດທະນະທຳ ແລະ ຂໍ້ມູນຂ່າວສານລະບຸ ນະໂຍບາຍດັ່ງກ່າວຖືເປັນຈຸດສິ້ນສຸດ ແລະ ບໍ່ສາມາດຕໍ່ລອງໄດ້. ຂະນະທີ່ຜູ້ອ່ານຂ່າວຍິງຈຳນວນຫລາຍຮູ້ສຶກບໍ່ສະບາຍໃຈ. ອີກທັງຍັງລະບຸວ່າ: ຄຳສັ່ງດັ່ງກ່າວເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້ ແລະ ສາສະໜາອິດສະລາມບໍ່ໄດ້ບັງຄັບໃຊ້ເຮົາຕ້ອງປິດບັງໃບໜ້າ.

ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - Visit Laos Visit SALANA BOUTIQUE HOTEL - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ
ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - Visit Laos Visit SALANA BOUTIQUE HOTEL - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ

ນອກຈາກນີ້, ຕາລີບັນຍັງຊີ້ວ່າ: ພຣີເຊັນເຕີຜູ້ຍິງໃນອັບການິດສະຖານເອງກໍຄວນໃສ່ຜ້າປິດປາກ. ຂໍ້ບັງຄັບຕ່າງໆທີ່ບັງຄັບໃຊ້ກັບຜູ້ຍິງອັບການິດສະຖານເລີ່ມບັນທອນສິດ ແລະ ເສລີພາບໃນການໃຊ້ຊີວິດຂອງພວກນາງໃນປະເທດແຫ່ງນີ້ ນັບແຕ່ກຸ່ມຕາລີບັນບຸກຍຶດນະຄອນຫລວງກາບູນ ຢຶດອຳນາດປະທານາທິບໍດີ ແລະ ຄະນະລັດຖະບານຊຸດເກົ່າລົງ ພາຍຫລັງກອງທັບອາເມລິກາຕັດສິນໃຈຖອນທັບອອກຈາກອັບການິດສະຖານໃນທ້າຍເດືອນສິງຫາ 2021.

ໜຶ່ງໃນຜູ້ຍິງອັບການິດສະຖານທີ່ໄດ້ຮັບຜົນກະທົບເຜີຍວ່າ: “ຖ້າຄຳສັ່ງເຫລົ່ານີ້ຖືກບັງຄັບໃຊ້ ຜູ້ຍິງທົ່ວອັບການິດສະຖານຈະຖືກຕັດສິດຕ່າງໆຫລາຍປະການ ຄືເຫັນໃນຕອນນີ້ ຜູ້ຍິງອັບການິດສະຖານກຳລັງຄ່ອຍໆຖືກຈຳກັດສິດຂອງຕົນເພີ່ມຂຶ້ນ”.

ກ່ອນໜ້ານີ້ ກຸ່ມຕາລີບັນກ້າວຂຶ້ນມາປົກຄອງ ແລະ ບໍລິຫານປະເທດໃນໄລຍະປີ 1996-2001 ຖືເປັນຍຸກມືດຂອງບັນດາຜູ້ຍິງ ແລະ ເດັກນ້ອຍຜູ້ຍິງ, ພວກນາງຖືກຈຳກັດສິດ ແລະ ພື້ນທີ່ໃນການໃຊ້ຊີວິດ ໂດຍສະເພາະໃນມິຕິຂອງການສຶກສາ ແລະ ການໃຊ້ຊີວິດໃນພື້ນທີ່ສາທາລະນະ.

ທາງດ້ານ ຟາວຊອຍ ໂຄຟີ ອະດີດຮອງປະທານລັດຖະສະພາອັບການິດສະຖານ ຊີ້ໃຫ້ເຫັນເຖິງຄວາມພະຍາຍາມໃນການຈຳກັດສິດເສລີພາບ ແລະ ພື້ນທີ່ຂອງຜູ້ຍິງໃນອັບການິດສະຖານ. ການອອກກົດຂໍ້ບັງຄັບເຫລົ່ານີ້ສ່ວນໜຶ່ງເປັນໄປເພື່ອໃຫ້ຄວາມສົນໃຈຂອງສາທາລະນະຊົນມຸ້ງເປົ້າໃສ່ບັນຫາດ້ານການຈຳກັດສິດທີ່ເກີດຂຶ້ນ ຫັນເຫໄປຈາກບັນຫາຫລັກບັນຫາສຳຄັນ ຄືບັນຫາປາກທ້ອງ, ບັນຫາເສດຖະກິດ ທີ່ຕາລີບັນເອງບໍ່ສາມາດຈະແກ້ໄຂບັນຫາເຫລົ່ານີ້ໄດ້.

ອ້າງອີງ:

·  https://www.politico.com/news/2022/05/22/afghanistan-taliban-women-face-covers-00034264

ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - 4 - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ
ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - 3 - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ
ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ - 5 - ຕາລີບັນມີຄຳສັ່ງ ຜູ້ອ່ານຂ່າວຍິງ ຕ້ອງໃສ່ຜ້າຄຸມປິດບັງໃບໜ້າ ເວລາອອກອາກາດ