ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ

ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - 342a644f 9c26 4fa6 b370 d90e8d76df9c - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ
ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - kitchen vibe - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ

ວັນທີ 20 ພຶດສະພາ 2022 ນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະໄດ້ລົງເຄື່ອນໄຫວພົບປະໂອ້ລົມຄະນະພະແນກ, ສະມາຊິກພັກ ແລະ ພະນັກງານພະແນກການເງິນແຂວງຈໍາປາສັກ ແລະ ສ່ວຍສາອາກອນປະຈໍາແຂວງ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຊຸກຍູ້ຫົວໜ່ວຍທຸລະກິດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ (ອມພ) ຕາມຂໍ້ຕົກລົງ 1073/ກງ, ເພື່ອເຜີຍແຜ່ແນະນໍາໃຫ້ວິສາຫະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມ(ອມພ).

ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງຈໍາປາສັກ, ໄດ້ກ່າວຕ້ອນຮັບທ່ານ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມທັງລາຍງາຍການຈັດຕັ້ງປະຕິບັດວຽກງານການເງິນງວດ I ແລະ ທິດທາງແຜນການ ງວດ II ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ. ພ້ອມນີ້ທ່ານ ທໍາມະລົດ ຣາຊພົນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານການຈັດຕັ້ງປະຕິບັດການເຜີຍແຜ່ແນະນໍາໃຫ້ຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມຢູ່ແຂວງຈຳປາສັກ ແລະ ທ່ານ ຫົວໜ້າຫ້ອງການ-ການເງິນ ນະຄອນປາກເຊ ໄດ້ລາຍງານສະພາບລວມການຫັນຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມຂອງນະຄອນປາກເຊ.

ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - Visit Laos Visit SALANA BOUTIQUE HOTEL - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ
ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - Visit Laos Visit SALANA BOUTIQUE HOTEL - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ

ຈາກນັ້ນ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄໍາເຫັນໂອ້ລົມ ແລະ ທິດຊີ້ນໍາຕໍ່ການນໍາ, ສະມາຊິກພັກ ແລະ ພະນັກງານຂະແໜງການເງິນເພື່ອນຳໄປຈັດຕັ້ງປະຕິບັດໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 18/ນຍ ແລະ ວາລະແຫ່ງຊາດທີ່ຕິດພັນກັບວຽກງານ ສ່ວຍສາອາກອນເປັນຕົ້ນ:
– ວຽກງານຫັນເປັນທັນສະໄໝ, ການຂະຫຍາຍຖານລາຍຮັບສ່ວຍສາອາກອນ ແລະ ການອໍານວຍຄວາມສະດວກໃຫ້ແກ່ຜູ້ດໍາເນີນທຸລະກິດ;
– ເອົາໃຈໃສ່ໃນການເຊີດຊູຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານທຸກຂັ້ນດ້ວຍຄວາມຮັບຜິດຊອບສູງ;
– ເອົາໃຈໃສ່ສ້າງຂີດຄວາມສາມາດ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານສ່ວຍສາອາກອນຕໍ່ກັບລະບຽບ ແລະ ກົດໝາຍຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ;
– ໃຫ້ສ່ວຍສາອາກອນແຂວງສົມທົບກັບບັນດາເມືອງ ກໍານົດເປົ້າໝາຍຫົວໜ່ວຍທຸລະກິດທີ່ມີເງື່ອນໄຂເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງຊັດເຈນ, ບໍ່ໃຫ້ມີຕົວເລກຫົວໜ່ວຍຊ້ໍາຊ້ອນກັນ, ກວດກາຄືນໃນລະບົບ TaxRIS ຫົວໜ່ວຍທີ່ມີການຢຸດເຊົາທີ່ຍັງຄ້າງຢູ່ໃນລະບົບ.

ພ້ອມດຽວກັນນັ້ນ, ໃຫ້ສຸມໃສ່ຕິດຕາມ, ກວດກາຫຼັງການແຈ້ງອາກອນມູນຄ່າເພີ່ມທີ່ແຈ້ງ ແລະ ບໍ່ມາແຈ້ງ ຫຼື ແຈ້ງຕໍ່ຢ່າງເປັນປົກກະຕິເປັນແຕ່ລະເດືອນເພື່ອຮັບປະກັນການແຈ້ງມອບພັນທະຢ່າງຖືກຕ້ອງ; ຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍຈຸນລະ ວິສາຫະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງເຂົ້າໃນລະບົບອາກອນມູນຄ່າເພີ່ມ ທີ່ຈະໄດ້ຮັບນະໂຍບາຍອັດຕາອາກອນກໍາໄລ 0,1%, 3% ແລະ 5% ໄລຍະ 3 ປີຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງສ່ວຍສາອາກອນ ເລກທີ 01/ສພຊ; ທັງອະນຸຍາດຮັບຮອງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍທຸລະກິດທີ່ມີການພັດທະນາ ຫຼື ຊື້ມານໍາໃຊ້ເອງເພື່ອອໍານວຍຄວາມສະດວກໃນການນໍໍາໃຊ້ໃບເກັບເງິນທີ່ຖືກຕ້ອງ; ແນະນໍາໃຫ້ຫົວໜ່ວຍທຸລະກິດນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການເຄື່ອນໄຫວເຊັ່ນ: ໂປຣແກຣມ APIS ເພື່ອອໍານວຍຄວາມສະດວກໃນການອອກໃບເກັບເງິນ ແລະ ສະຫຼຸບບັນຊີ; ລົງຕິດຕາມ, ກວດກາການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ APIS ທີ່ໄດ້ຕິດຕັ້ງໄປແລ້ວຢ່າງໃກ້ຊິດ, ເພື່ອຮັບປະກັນໃຫ້ຜູ້ປະກອບການນໍາໃຊ້ຢ່າງເປັນປົກກະຕິ ພ້ອມທັງເຮັດບົດບັນທຶກກັບຫົວໜ່ວຍທີ່ບໍ່ນໍາໃຊ້ ຫຼື ມີການລະເມີດເພື່ອເປັນບ່ອນອີງໃນການດໍາເນີນມາດຕະການໃນຕໍ່ໜ້າ.

ໃນຕອນທ້າຍພິທີເຊັ່ນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງຄະນະວິຊາການທີ່ຖືກແຕ່ງຕັ້ງຈາກ ກະຊວງການເງິນ ກັບ ສ່ວຍສາອາກອນປະຈໍາແຂວງຈໍາປາສັກໂດຍມີ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ປອ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນແຂວງພະແນກການເງິນແຂວງຈໍາປາສັກ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - 4 - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ
ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - 5 - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ
ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ - 3 - ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວ ຊຸກຍູ້ຫົວໜ່ວຍທຸລະກິດເຂົ້າ ອມພ ຢູ່ແຂວງຈໍາປາສັກ