ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022

ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - 283729850 730075021774534 9114228606879362112 n - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022
ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - kitchen vibe - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022

ວັນທີ 20 ພຶດສະພາ ຜ່ານມາ ທີ່ສູນບັນຊາການດຳເນີນງານ ແລະ ບຳລຸງຮັກສາເຂື່ອນໄຟຟ້ານ້ຳອູ ທີ່ແຂວງຫຼວງພະບາງ ໄດ້ເປີດການຝຶກຊ້ອມຮັບມືການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 ໄດ້ມີຂຶ້ນໃນ , ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຊົ້ງ ຫຸ້ຍຫົງ (Mr. SONG HUIHONG) ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດໄຟຟ້າພະລັງງານນ້ຳ ນ້ຳອູ ຈຳກັດ, ມີບັນດາພະນັກງານຈາກພະແນກການບໍາລຸງຮັກສາ, ຄຸ້ມຄອງຄວາມປອດໄພ, ໜ່ວຍງານນໍ້າ ແລະ ອຸຕຸນິຍົມວິທະຍາຄຸນໝິງ, ອຳນາດການປົກຄອງທ້ອງຖິ່ນ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາເຂື່ອນໄຟຟ້ານ້ຳອູ ຮ່ວມມືກັບ ເຂື່ອນໄຟຟ້ານ້ຳງື່ມ 5 ຊຶ່ງເປັນປີທໍາອິດ ທີ່ເຂື່ອນໄຟຟ້ານ້ຳອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 5 ຈັດການຝຶກຊ້ອມໃຫ້ພະນັກງານຮັບມືຕ້ານອຸທົກກະໄພສຸກເສີນ ເພື່ອຍົກສູງຂີດຄວາມສາມາດ ໃນການເຊື່ອມຕໍ່ແບບສຸກເສີນຂອງທຸກພາກສ່ວນ ແລະ ເປັນສິ່ງສຳຄັນທີ່ສຸດ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພໃນການດຳເນີນງານຂອງເຂື່ອນໄຟຟ້າ ແນໃສ່ຮັບປະກັນຄວາມປອດໄພຂອງບັນດາເຂື່ອນໄຟຟ້າ ຕະຫຼອດຮອດຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສິນປະຊາຊົນ ທີ່ດຳລົງຊີວິດລຽບຕາມສາຍແມ່ນ້ຳອູ.

ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - Visit Laos Visit SALANA BOUTIQUE HOTEL - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022
ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - Visit Laos Visit SALANA BOUTIQUE HOTEL - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022

ການຝຶກຊ້ອມດັ່ງກ່າວ ຈັດຂຶ້ນຢູ່ສູນບັນຊາການດໍາເນີນງານ ແລະ ບໍາລຸງຮັກສາ ຂອງເຂື່ອນໄຟຟ້ານ້ຳອູ ແລະ ຢູ່ເຂື່ອນໄຟຟ້ານ້ຳອູ 3, 5, 6 ແລະ 7 ໂດຍມີການຝຶກຊ້ອມແບບຈຳລອງເຫດການ ແລະ ການປະຕິບັດຕົວຈິງຢູ່ພາກສະໜາມ ຊຶ່ງມີຜູ້ເຂົ້າຮ່ວມທາງອອນລາຍ ແລະ ແບບເຊິ່ງໜ້າ, ມີການຄວບຄຸມການຝຶກຊ້ອມພາກສະໜາມດ້ວຍວິດີໂອຄອນເຟີເຣນທາງໄກ. ການຝຶກຊ້ອມໄດ້ປະຕິບັດການກູ້ໄພສຸກເສີນ ທີ່ອາດຈະເກີດໄພນ້ຳຖ້ວມຄັ້ງໃຫຍ່ ໃນຮອບ 20 ປີ ຢູ່ໃນແຕ່ລະເຂື່ອນແບບສົມຈິງ, ມີຈຳລອງການກູ້ໄພສຸກເສີນທາງດ້ານທໍລະນີວິທະຍາ, ມີການຝຶກຊ້ອມການກູ້ໄພສຸກເສີນໃນກໍລະນີເຂື່ອນໄຟຟ້າມີການປ່ອຍນ້ຳ ແລະ ການຝຶກຊ້ອມຮັບມືເຫດການອື່ນໆອີກ, ທັງນີ້ກໍເພື່ອເປັນການທົດສອບ ແຜນການຮັບມືສຸກເສີນ, ການຝຶກຊ້ອມໜ່ວຍງານ, ກົນໄກການດຳເນີນງານ, ການເຜີຍແຜ່ຄວາມຮູ້, ປັບປຸງລະບົບການຄຸ້ມຄອງຮັບມືສຸກເສີນ, ເພີ່ມຄວາມສາມາດໃນການເຂົ້າຮ່ວມຂອງແຕ່ລະພາກສ່ວນ.

ຜ່ານການຝຶກຊ້ອມດັ່ງກ່າວ ໄດ້ຊອກເຫັນເຖິງຂັ້ນຕອນທີ່ຍັງບົກຜ່ອງ ເພື່ອເປົ້າໝາຍໃນການເສີມຂະຫຍາຍສິ່ງທີ່ຖືກຕ້ອງ, ເພີ່ມຂີດຄວາມສາມາດຮອບດ້ານໃຫ້ແກ່ບັນດາເຂື່ອນເຊັ່ນ: “ການປ້ອງກັນໄພນໍ້າຖ້ວມ, ຕ້ານໄພພິບັດ, ຮັບປະກັນຄວາມສ່ຽງ” ແລະ ຮັບປະກັນຄວາມປອດໄພໃນເວລາເກີດໄພນ້ຳຖ້ວມ.

ເຂື່ອນໄຟຟ້ານ້ຳອູ ທັງ 3 ເຂື່ອນ ແລະ ສູນບັນຊາການດຳເນີນງານ ແລະ ບໍາລຸງຮັກສາ ທີ່ຕັ້ງຢູ່ໃນເຂດແຂວງຫຼວງພະບາງ, ເປັນໂຄງການເຂື່ອນໄຟຟ້າທີ່ໃຫຍ່. ສະນັ້ນ, ການປ້ອງກັນໄພນ້ຳຖ້ວມ ໃນລະດູຝົນຂອງທຸກໆປີ ກໍເປັນວຽກງານໜຶ່ງທີ່ສຳຄັນ, ບໍລິສັດ ພາວເວີໄຊນາຣີສອດ, ເຂື່ອນຜະລິດໄຟຟ້າໄດ້ໃຫ້ຄວາມສຳຄັນຫຼາຍ ໃນການກະກຽມວຽກງານປ້ອງກັນອຸທົກກະໄພດັ່ງກ່າວ.

ແມ່ນ້ຳອູ ມີຕົ້ນກຳເນີດມາຈາກເມືອງຈຽງເຊີງ ແຂວງຢູນນານ ສປ ຈີນ ເຊື່ອມຕໍ່ກັບແຂວງຜົ້ງສາລີ, ຕັ້ງຢູ່ຝັ່ງຊ້າຍຂອງແມ່ນ້ຳຂອງ, ເປັນສາຍນ້ຳທີ່ໃຫຍ່ສາຍໜຶ່ງຂອງລາວ, ໄຫຼແຕ່ເໜືອຫາໃຕ້ ແລະ ໄຫຼລົງສູ່ແມ່ນ້ຳຂອງຢູ່ບໍລິເວນແຂວງຫຼວງພະບາງ, ມີເນື້ອທີ່ອ່າງຮັບນ້ຳ 25.600 ຕາລາງກິໂລແມັດ, ມີຄວາມຍາວ 475 ກິໂລແມັດ, ປະສິດທິພາບນ້ຳດີເລີດ, ເປັນໜຶ່ງສາຍນ້ຳ ທີ່ລັດຖະບານລາວສົ່ງເສີມໃຫ້ມີການລົງທຶນດ້ານພະລັງງານ.

ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - 3 - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022
ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - 5 - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022
ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022 - 4 - ພະນັກງານເຂື່ອນໄຟຟ້ານ້ຳອູ ຝຶກຊ້ອມຮັບມື ການເກີດອຸທົກກະໄພສຸກເສີນ ປະຈຳປີ 2022