ຄະນະພັກຮາກຖານ ຫ້ອງການກະຊວງການເງິນ ເລື່ອນສະມາຊິກພັກສໍາຮອງ ຂຶ້ນປັນສະມາຊິກພັກສົມບູນ

ໃນທ້າຍອາທິດຜ່ານມານີ້, ຄະນະພັກຮາກຖານຫ້ອງການກະຊວງການເງິນ, ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ໂດຍການເປັນປະທານຂອງສະຫາຍ ສົມບູນ ອິນທະປັດຖາ ຄະນະປະຈຳພັກກະຊວງ, ເລຂາຄະນະພັກຮາກຖານຫ້ອງການກະຊວງ, ຫົວໜ້າຫ້ອງການະຊວງການເງິນ, ມີຕາງໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ມີຕາງໜ້າກົມກວດກາກະຊວງການເງິນ, ມີຄະນະພັກຮາກຖານຫ້ອງການ, ບັນດາສະຫາຍເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນທີີ່ກັບຄະນະຮາກຖານຫ້ອງການກະຊວງເຂົ້າຮ່ວມ.
ໃນພິທີ ສະຫາຍ ວຽງທາ ຈິດດາລາ ຮອງປະທານກວດກາ, ຄະນະພັກຮາກຖານຫ້ອງການະຊວງ, ຮອງຫົວໜ້າຫ້ອງການກະຊວງການເງິນ, ໄດ້ຜ່ານມະຕິຕົກລົງສະບັບລກທີ 067/ຄປຈ.ກງ, ວັນທີ 05 ພຶດສະພາ 2022 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ມີຈຳນວນ 03 ສະຫາຍຄື: ສະຫາຍ ແສງສະຫວ່າງ ຕັນນະວົງ, ສະຫາຍ ນາງ ພອນທິບ ຕັນນະວົງ, ສະຫາຍ ນາງ ນົງຄານ ແສງມະນີ ສັງກັດຢູ່ຄະນະພັກຮາກຖານຫ້ອງການກະຊວງການເງິນ
ໂອກາດດັ່ງກ່າວ, ສະຫາຍ ສົມບູນ ອິນທະປັດຖາ ໄດ້ມີຄໍາຄິດເຫັນໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະ ສະແແດງຄວາມຊົມເຊີຍທີ່ໄດ້ຮັບການຕົກລົງຈາກຄະນະພັກຂັ້ນເທິງໃຫ້ເລື່ອນຈາກສະມາຊິກພັກສຳຮອງຂຶ້ນເປັນສົມບູນ, ຊຶ່ງເປັນຜົນແຫ່ງຂະບວນການຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງຂອງພວກສະຫາຍ, ໃນຄັ້ງນີ້ໂດຍສະເພາະການຖືສຳຄັນວຽກງານການເຊື່ອມຊຶມການເມືອງແນວຄິດ, ສິນທຳປະຕິວັດ, ຄວາມອຸ່ນອຽງ ທຸ່ນທ່ຽງ ແລະ ທັດສະນະຊົນຊັ້ນກຳມະກອນອັນຖືກຕ້ອງຕາມທິດສັງຄົມນິຍົມ ໄປພ້ອມກັບການກໍ່ສ້າງເສີມຂະຫຍາຍຄວາມຮູ້ຄວາມສາມາດ.
ພ້ອມນັ້ນ, ໃຫ້ບັນດາສະຫາຍພ້ອມກັນເປັນເຈົ້າການ, ເຊື່ອມຊຶມ, ບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ບັນດາລະບຽບການຕ່າງໆທີ່ພັກວາງອອກໃຫ້ເລິກເຊິ່ງ,ເຖິງວ່າຈະກາຍເປັນສະມາຊິກພັກສົມບູນແລ້ວແຕ່ກໍຂໍໃຫ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງ, ທັງດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະເພື່ອເຮັດແນວໃດໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ແລະ ເປັນກຳລັງແຮງໃຫ້ແກ່ໜ່ວຍພັກໃນຕໍ່ໜ້າ, ຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍຂອງພັກວາງອອກແຕ່ລະໄລຍະໃຫ້ເປັນຮູບປະທໍາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ກໍຄືປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກຮາກຖານຫ້ອງການກະຊວງໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໃຫ້ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາມະຫາຊົນເພື່ອເຮັດໃຫ້ໜ່ວຍພັກຄະນະພັກຮາກຖານຫ້ອງການກະຊວງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.