ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ

ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ - 283467949 1899025836967854 7626570377696521419 n - ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ
ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ - kitchen vibe - ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ

ສຳນັກຂ່າວ ຣອຍເຕີລາຍງານວ່າ: ວັນທີ 23 ພຶດສະພາ 2022 ນີ້, ທ່ານ ໂຈ ໄບເດັນ, ປະທານາ ທິບໍດີ ສ.ອາເມລິກາ ປະກາດແຜນການເຈລະຈາການຮ່ວມມືທາງເສດຖະກິດອິນໂດ-ປາຊີຟິກ(IPEF) ທີ່ປະກອບດ້ວຍ 3 ເສົາຄ້ຳຄື: ຄວາມສົມດຸນດ້ານການຄ້າ, ການພັດທະນາພື້ນຖານໂຄງລ່າງບໍ່ມີຄາບອນແລະ ຕ້ານການສໍ້ລາດບັງຫລວງເປັນວຽກງານແຖວໜ້າ.

IPEF ບໍ່ແມ່ນການຍົກເວັ້ນກຳແພງພາສີ ຫລື ການເປີດເສລີດ້ານຕະຫລາດໃຫ້ກັບປະເທດທີ່ເຂົ້າຮ່ວມ ແຕ່ເປັນການສ້າງພື້ນຖານ ໄປສູ່ການຍົກລະດັບການຮ່ວມມືໃນປະເດັນສຳຄັນຕັ້ງແຕ່ການແກ້ໄຂ ບັນຫາການປ່ຽນແປງສະພາບອາກາດໄປຈົນເຖິງການເພີ່ມຄວາມສົມດຸນໃຫ້ກັບການຄ້າດີຈິຕອນ.

ທ່ານ ໂຈ ໄບເດັນ ຄາດຫວັງໃຫ້ IPEF ຈະຍົກສູງມາດຕະຖານດ້ານແຮງງານ, ສິ່ງແວດລ້ອມ ແລະ ຈັດຕັ້ງປະຕິບັດໃນຫລາຍຂົງເຂດທີ່ສຳຄັນຢູ່ອາຊີ ແລະ ປາຊີຟິກ.

ເຖິງຢ່າງໃດກໍຕາມ, ເງື່ອນໄຂຂອງແຕ່ລະຂົງເຂດອາດຈະປ່ຽນແປງຕາມການເຈລະຈາກັບ 13 ປະເທດ ທີ່ເຂົ້າຮ່ວມ. ໃນຖານະ ເປັນຜູ້ກໍ່ຕັ້ງລວມມີ: ອົດສະຕຣາລີ, ບຣູໄນ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ສ.ເກົາຫລີ, ມາເລເຊຍ, ນູແວນເຊລັງ, ຟີລິບປິນ, ສິງກະໂປ, ຫວຽດນາມ, ໄທ ແລະ ສ.ອາເມລິກາ ເພື່ອກຳນົດແນວທາງການປະຕິບັດໃຫ້ມີຄວາມສອດຄ່ອງການໃຫ້ສັດຕະຍາບັນຂອງສະພາແຕ່ລະປະເທດແລະໂອກາດທີ່ຈະໄດ້ຮັບສະມາຊິກເພີ່ມອີກໃນອະນາຄົດ.

ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ - 5 - ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ
ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ - 4 - ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ
ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ - 3 - ຜູ້ນຳ ສ.ອາເມລິກາ ປະກາດແຜນເຈລະຈາເສດຖະກິດ ອິນໂດ-ປາຊີຟິກ ດ້ວຍ 3 ເສົາຄໍ້າ