ຜູ້ປ່ວຍມະເຮັງປອດສາມາດເດີນທາງທ່ອງທ່ຽວຢ່າງມ່ວນຊື່ນແລະປອດໄພໄດ້.
May 24, 2022 - 2:23 PM
ຜູ້ປ່ວຍມະເຮັງປອດສາມາດເດີນທາງທ່ອງທ່ຽວຄືກັບຄົນທົ່ວໄປໄດ້ ພຽງແຕ່ທ່ານຕ້ອງກຽມ ແລະ ຄຳນຶງເຖິງບາງຢ່າງກ່ອນການເດີນທາງ ດັ່ງນີ້ :
- ຄວນປຶກສາແພດກ່ອນການອອກເດີນທາງ : ໂດຍສອບຖາມວ່າທ່ານມີຄວາມພ້ອມສຳລັບການເດີນທາງຫລືບໍ່ ລວມທັງຂໍໜັງສືຮັບຮອງທາງການແພດກ່ຽວກັບການໃຊ້ຢາ ແລະ ອຸປະກອນທາງການແພດ, ແພດອາດແນະນຳເຖິງການກຽມໂຕ ແລະ ສິ່ງທີ່ຕ້ອງລະມັດລະວັງຍາມໄປທ່ຽວ ທ່ານອາດຂໍໃຫ້ແພດຂຽນບັນທຶກທາງການແພດໃນເລື່ອງຕໍ່ໄປນີ້ :
- ວິທີການໃຊ້ຢາ ແລະວິທີການປິ່ນປົວ.
- ອາການແພ້ຕ່າງໆ.
- ການບົ່ງມະຕິ ແລະ ແຜນການປິ່ນປົວ.
- ວິທີປະຕິບັດຕົນໃນສະຖານະການສຸກເສີນ.
ນອກຈາກຄຳແນະນຳຈາກແພດແລ້ວ ທ່ານຈຳເປັນຕ້ອງເອົາເອກະສານປະກັນຊີວິດ ແລະ ປະຫວັດການປິ່ນປົວ ພ້ອມທັງເບີໂທຕິດຕໍ່ສຸກເສີນຕິດໄວ້ກັບໂຕຕະຫລອດການເດີນທາງ ຫາກທ່ານເກີດເດີນທາງໄປຕ່າງປະເທດ ທ່ານອາດຕ້ອງແປເອກະສານໃຫ້ເປັນພາສາຂອງປະເທດທີ່ທ່ານໄປນຳ.
- ເອົາຢາຕິດໂຕໄປນຳ : ທ່ານຈະຕ້ອງເອົາຢາຕິດໂຕໄປນຳ ແລະ ຄວນເອົາໄປໃນປະລິມານທີ່ພຽງພໍ ໂດຍໃຫ້ເຜື່ອໄປນຳຍິ່ງດີ ປະມານ 2 – 3 ມື້ ເຊິ່ງສາຍການບິນບາງແຫ່ງບໍ່ອະນຸຍາດໃຫ້ເອົາຖັງອົກຊີແຊນ ແລະ ອຸປະກອນການແພດອື່ນໆ ເຊັ່ນ : ເຂັມສັກຢາ ຂຶ້ນເຮືອບິນໂດຍບໍ່ມີໜັງສືຮັບຮອງຈາກແພດ. ສະນັ້ນ ຈຶ່ງຄວນກຽມທຸກຢ່າງໄປພ້ອມ ແລະ ແຍກຢາໃສ່ກ່ອງໃຫ້ຈະແຈ້ງ ເພື່ອປ້ອງກັນບໍ່ໃຫ້ປະປົນກັນ ແລະ ປ້ອງກັນການກິນຢາທີ່ສັບສົນ.
- ຂໍ້ຄວນຮູ້ເມື່ອຄົນປ່ວຍມະເຮັງປອດຢູ່ເທິງເຮືອບິນ : ເທິງເຮືອບິນມັກຈະມີແຮງກົດອາການຕໍ່າກ່ວາ ເຊິ່ງອາດເຮັດໃຫ້ປອດເກີດການຫົດໂຕ ຈົນເຮັດໃຫ້ຫາຍໃຈໄດ້ລຳບາກ ເມື່ອມີອາການດັ່ງກ່າວເກີດຂຶ້ນກໍຄວນຂໍປ່ຽນບ່ອນນັ່ງ ຫລື ໃຊ້ຖັງອົກຊີແຊນເພື່ອຊ່ວຍການຫາຍໃຈ. ການນັ່ງເຮືອບິນເປັນເວລາດົນອາດເຮັດໃຫ້ເກັດເລືອດຈັບໂຕເປັນກ້ອນ ເຊິ່ງກໍ່ໃຫ້ເກີດອັນຕະລາຍໄດ້ ສະນັ້ນກໍຄວນປຶກສາແພດເພື່ອຫາທາງປ້ອງກັນເອົາໄວ້ກ່ອນ ຄວາມກົດອາກາດຕໍ່າຍັງອາດເຮັດໃຫ້ເກີດອາການບວມນຳ້ເຫລືອງຂຶ້ນມາໄດ້ ສະນັ້ນ ເພື່ອຫລີກເວັ້ນບັນຫາດັ່ງກ່າວກໍຄວນໃສ່ເຄື່ອງນຸ່ມຫລົມໆທີ່ໃສ່ສະບາຍໆ ແລະ ຍ່າງໄປຍ່າງມາເທິງເຮືອບິນຢ່າງໜ້ອຍຊົ່ວໂມງລະເທື່ອ ເພື່ອກະຕຸ້ນລະບົບໄຫລວຽນເລືອດ.
- ຫາເວລາພັກຜ່ອນ : ອາການອ່ອນເພຍເປັນໜຶ່ງໃນອາການທີ່ຄົນເປັນມະເຮັງປອດຕ້ອງພົບ ຖ້າທ່ານມີອາການອິດເມື່ອຍອ່ອນເພຍລະຫ່ວາງການເດີນທາງ ກໍຄວນຢຸດພັກ ແລະ ບໍ່ຄວນເຮັດກິດຈະກຳຫລາຍເກີນໄປ ຄວນໃຫ້ເວລາຕົນເອງໄດ້ພັກຜ່ອນນຳ.
- ຢ່າຖືເບົາອາການບາງຢ່າງ : ຖ້າມີໄຂ້ສູງ, ຫາຍໃຈບໍ່ສະດວກ ຫລື ວິນຫົວ ແລະ ຮາກກະທັນຫັນ ຄວນແນມຫາຄວາມຊ່ວຍເຫລືອ ຫລື ຄວນໄປຫາທ່ານໝໍທັນທີ. ນອກຈາກນັ້ນ, ບໍ່ຄວນຖືເບົາອາການຕ່າງໆ ເພາະອາດເປັນອັນຕະລາຍໄດ້.
- ກິນອາຫານຢ່າງປອດໄພໃນລະຫ່ວາງການເດີນທາງ : ທ່ານຄວນເຄັ່ງຄັດໃນການເລືອກກິນອາຫານທີ່ເໝາະສົມກັບຜູ້ປ່ວຍມະເຮັງປອດຕະຫລອດການເດີນທາງ ຖ້າທ່ານເດີນທາງໄປໃນພື້ນທີ່ບໍ່ຄ່ອຍມີສຸຂະອະນາໄມ ກໍຄວນລະມັດລະວັງເລື່ອງນຳ້ດື່ມ ແລະ ນຳ້ກ້ອນ ໃຫ້ໃຊ້ວິທີດື່ມນຳ້ກະຕຸກ ຫລື ຂວດແກ້ວ ເພື່ອຫລຸດຄວາມສ່ຽງໃນການຕິດເຊື້ອ ຫລື ອາການເປັນພິດ.
ເຖິງວ່າທ່ານຈະເປັນມະເຮັງປອດ, ແຕ່ການໝົກໂຕຢູ່ແຕ່ໃນເຮືອນ ອາດເຮັດໃຫ້ທ່ານຮູ້ສຶກເຫງົາໄດ້. ສະນັ້ນ, ກໍຫາໂອກາດອອກໄປເດີນທາງທ່ອງທ່ຽວແດ່ ເຊິ່ງນີ້ອາດເປັນຢາປິ່ນປົວທີ່ດີທີ່ສຸດສຳລັບທ່ານກໍເປັນໄດ້, ລອງປຶກສາແພດເບິ່ງວ່າ ທ່ານສາມາດເດີນທາງໄດ້ຫລືບໍ່ ແລະ ຖ້າການເດີນທາງໂດຍເຮືອບິນເຮັດໃຫ້ທ່ານສ່ຽງເກີນໄປ ກໍອາດໃຊ້ການເດີນທາງດ້ວຍລົດ ຫລື ລົດໄຟແທນ.