ໂພນໂຮງ ແຂວງວຽງຈັນ ອົບຮົມ ແລະ ເຮັດບົດບັນທຶກ ຜູ້ຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ
May 25, 2022 - 11:11 AM

ຂ່າວໂພນໂຮງວັນນີ້ ລາຍງານ ໃຫ້ຮູ້ວ່າ: ວັນທີ 23 ພຶດສະພາ 2022ຜ່ານມານີ້ ຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ນຳໂດຍ ທ່ານ ຈຳປາ ທອງ ແກ້ວິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ-ການຄ້າເມືອງ ສົມທົບ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງຕິດຕາມກວດກາ ແລະ ສຶກສາອົບຮົມ ຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກທີ່ຈຳໜ່າຍຢູ່ແຄມທາງແບບບໍ່ໄດ້ຮັບອະນຸຍາດ.
ເພື່ອເປັນສະກັດກັ້ນ ຄວາມບໍ່ເປັນລະບຽບຂອງການຈຳໜ່າຍນ້ຳມັນທີ່ບໍ່ໄດ້ຮັບອະນຸຍາດ ພ້ອມທັງເປັນການປົກປ້ອງຄວາມອັນຕະລາຍຂອງການຈຳໜ່າຍນ້ຳມັນທີ່ຊະຊາຍ.
ໃນການລົງກວດກາຄັ້ງນີ້ໄດ້ພົບເຫັນຜູ້ກະທຳຜິດ ມີ 8 ກໍລະນີ ລວມມີ 8 ຈຸດ ທີ່ພົບເຫັນການລະເມີດຕໍ່ລະບຽບການຄຸ້ມຄອງ ຊຶ່ງແຕ່ລະຈຸດ ພາກສ່ວນກ່ຽວຂ້ອງກໍ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ບໍ່ໃຫ້ຈຳໜ່າຍນ້ຳມັນຊຶ່ງການຈຳໜ່າຍດັ່ງກ່າວເປັນແບບຢ່າງບໍ່ທີ່ດີບໍ່ສອດຄອງລະບຽບການຄຸ້ມຄອງທີ່ວາງອອກ.