ລັດຖະມົນຕີ ຖະແຫລງຂ່າວ ແລະ ສື່ມວນຊົນອາຊີ ຫາລືການຮ່ວມມືພັດທະນາສື່ມວນຊົນໄລຍະໃໝ່

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນກອງປະຊຸມສຸດຍອດສື່ມວນຊົນອາຊີຄັ້ງທີ 17 ແບບທາງໄກ ໂດຍມີບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນສື່ມວນຊົນອາຊີເຂົ້າຮ່ວມໃນວັນທີ 25 ພຶດສະພາ 2022 ວ່າ: ຍຸກດິຈິຕອນໃນໂລກຂອງພວກເຮົາປັດຈຸບັນ ມີຜົນກະທົບທຸກດ້ານຂອງສັງຄົມ ລວມທັງການເມືອງ, ເສດຖະກິດ ແລະ ການພັດທະນາວັດທະ ນະທໍາ-ສັງຄົມຂອງທຸກປະເທດ, ແຕ່ເພື່ອສ້າງຄວາມເຂັ້ມແຂງດ້ານສື່ມວນຊົນໃນການປ່ຽນແປງຂອງໂລກ, ລັດຖະບານລາວ ໂດຍສະເພາະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແຈ້ງໃຫ້ບັນ ດາສື່ມວນຊົນຂອງລັດ ແລະ ເອກະຊົນປ່ຽນວິທີການສະໜອງຂ່າວແບບດັ້ງເດີມຜ່ານຊ່ອງທາງໃໝ່ເພື່ອເຂົ້າ ເຖິງຜູ້ບໍລິໂພກທຸກເປົ້າໝາຍທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໂດຍຮັບປະກັນວ່າ ພົນລະເມືອງທຸກຄົນມີສິດພື້ນຖານທີ່ຈະໄດ້ເຂົ້າເຖິງຂໍ້ມູນຂ່າວສານໂດຍສະເພາະໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຊີຂໍ້ມູນຂ່າວສານລວມທັງຜະເຊີນບັນຫາຫລາຍຢ່າງທີ່ເກີດຈາກຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ, ຂໍ້ມູນຂ່າວ ສານທີ່ບໍ່ຖືກຕ້ອງ ສ້າງຄວາມເຂົ້າໃຈຜິດ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມທັງສົ່ງຜົນກະທົບຕໍ່ການພັດທະນາການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມຂອງ ສປປ ລາວ. ຈາກນີ້ຈຶ່ງເປັນສິ່ງຈຳເປັນຈະຕ້ອງລະມັດລະວັງ ແລະ ມີສະຕິຕໍ່ການບໍລິໂພກຂໍ້ມູນຂ່າວສານໃຫ້ຫລາຍຂຶ້ນ. ປັດຈຸບັນ ສ ປປ ລາວ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຕ້ານອາຊະຍາກຳທາງອິນເຕີເນັດ, ກົດໝາຍວ່າດ້ວຍສື່ ແລະ ລັດຖະດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການແຜ່ກະຈາຍຂໍ້ມູນທາງອິນເຕີເນັດ ພ້ອມທັງສ້າງຕັ້ງທີມງານສຸກເສີນຄອມພິວເຕີຂອງລາວ ເພື່ອແກ້ໄຂບັນຫາດັ່ງກ່າວ.
ທ່ານ ອຸ່ນທວງ ຢໍ້າອີກວ່າ: ລັດຖະມົນຕີຖະແຫລງຂ່າວ ແລະ ສື່ມວນຊົນພວກເຮົາ ຄວນມຸ່ງໝັ້ນເສີມຂະ ຫຍາຍການຮ່ວມມື ເພື່ອຮັກສາສັນຕິພາບ, ຄວາມສະຫງົບ ລວມທັງກຳນົດການປະສານງານທີ່ເປັນຮູບປະທຳ ແລະ ການຮັບມືກັບໄພຂົ່ມຂູ່ທາງອິນເຕີເນັດ, ຂໍ້ມູນຂ່າວສານ ແລະ ການກໍ່ການຮ້າຍໃນພາກພື້ນທີ່ດີ ກວ່າເກົ່າ.