ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ

ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - aHR0cHM6Ly9zLmlzYW5vb2suY29tL2hlLzAvdWQvMS83MTYxL2VnZy13aGl0ZS5qcGc - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ
ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - kitchen vibe - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ

ຄວາມນິຍົມໃນການກິນໄຂ່ຂາວເພີ່ມຫຼາຍຂຶ້ນຢ່າງເຫັນໄດ້ຊັດເຈນ ແຕ່ໃນປັດຈຸບັນມີໄຂ່ບັນຈຸແກ້ວຂາຍຕາມທ້ອງຕະຫຼາດໃຫ້ເລືອກໃຊ້ກັນຢ່າງສະບາຍເຮັດໃຫ້ຫຼາຍຄົນທີ່ຍັງບໍ່ເຄີຍກິນໄຂ່ຂາວແບບຈິງໆຈັງໆ ແລະ ຫລາຍຄົນອາດຈະສົງໄສວ່າ ປະໂຫຍດຂອງໄຂ່ຂາວ ດີຕໍ່ສຸຂະພາບແນວໃດ ເຮົາມາອ່ານພ້ອມເລີຍ

ໄຂ່ຂາວ ສານອາຫານບໍ່ທຳມະດາ

ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - Visit Laos Visit SALANA BOUTIQUE HOTEL - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ
ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - Visit Laos Visit SALANA BOUTIQUE HOTEL - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ

ໄຂ່ໄກ່ໜ່ວຍໃຫຍ່ 1 ໜ່ວຍ ນໍ້າໜັກປະມານ 50 ກຣາມ ມີປະລິມານໄຂ່ຂາວ ຫຼື ອັບບູມິນປະມານ 58% ຂອງໄຂ່ທັງໜ່ວຍ ໂດຍມີນໍ້າເປັນສ່ວນປະກອບຫລັກເຖິງ 88% ມີໂປຣຕີນ 11% ໂດຍປະມານ ເຊິ່ງໂປຣຕີນໃນໄຂ່ຂາວມີຢູ່ຫຼາຍຊະນິດດ້ວຍກັນ ທັງໂອວັນບູມິນ (Ovalbumin) ໂຄນັດບູມິນ (Comalbumin) ແລະ ອະວິດິນ (Avidin)

ໄຂ່ຂາວ 1 ໜ່ວຍ ໃຫ້ພະລັງງານປະມານ 15 ກິໂລແຄລໍຣີ ມີໂປຣຕີນ 4 ກຣາມ ແລະ ນອກຈາກໂປຣຕີນ ໄຂ່ຂາວຍັງອຸດົມໄປດ້ວຍແຮ່ທາດຫຼາຍຊະນິດ ທັງແຄລຊຽມ ວິຕາມິນເອ ວິຕາມິນບີ 1 ບີ 2 ບີ 3 ບີ 6 ແລະ ບີ 12 ເລຊີຕິນ ທາດເຫລັກ ຟອສຟໍຣັດ ແລະ ສານອາຫານອື່ນໆ ອີກຫຼາຍຢ່າງ ອີກທັງຍັງມີໄຂມັນ ແລະ ຄໍເຣສເຕຣໍ ໜ້ອຍທີ່ສຸດຕ່າງຈາກໄຂ່ແດງທີ່ 1 ໜ່ວຍ ໃຫ້ພະລັງງານປະມານ 55 ກິໂລແຄລໍຣີ ແລະ ມີຄໍເຣສເຕຣໍລ ປະມານ 180-200 ມິນລີກຣາມ

ປະໂຫຍດຂອງໄຂ່ຂາວດີຕໍ່ສຸຂະພາບ

  1. ເປັນໂປຣຕີນຄຸນນະພາບດີ

ໄຂ່ຂາວມີໂປຣຕີນອັບບູມິນເຊິ່ງຈັດວ່າເປັນໂປຣຕີນຊະນິດທີ່ຮ່າງກາຍສາມາດດູດຊືມໄດ້ຫຼາຍເກືອບ 100% ແຖມຍັງເປັນໂປຣຕີນທີ່ຍ່ອຍງ່າຍ ຈຶ່ງຈັດໄດ້ວ່າໄຂ່ຂາວເປັນໂປຣຕີນຄຸນນະພາບດີເໝາະກັບຜູ້ສູງອາຍຸ ຜູ້ຮັກສາສຸຂະພາບ ຜູ້ປ່ວຍພະຍາດມະເຮັງ ແລະ ຜູ້ທີ່ຕ້ອງການເສີມໂປຣຕີນໃຫ້ຕົວເອງ

  1. ກະຕຸ້ນການເຮັດວຽກຂອງຮ່າງກາຍ

ໄຂ່ຂາວມີກົດອາມີໂນທີ່ຮ່າງກາຍຈຳເປັນຕ້ອງໄດ້ຮັບຢູ່ຫຼາຍ ດ້ວຍເຫດນີ້ໄຂ່ຂ່າວຈຶ່ງຊ່ວຍສົ່ງເສີມການເຮັດວຽກຂອງເອນໄຊມ໌ໃນຮ່າງກາຍໃຫ້ເປັນໄປຢ່າງຕໍ່ເນື່ອງ ທັງຍັງຊ່ວຍໃນການຫລັ່ງຮໍໂມນຕ່າງໆ ໃນຮ່າງກາຍເປັນໄປດ້ວຍດີອີກດ້ວຍ

  1. ສ້ອມແຊມສ່ວນທີ່ຖືກທໍາລາຍ

ໂປຣຕີນໃນໄຂ່ຂາວມີປະລິມານຫຼາຍພໍທີ່ຈະຊ່ວຍສ້ອມແຊມເຊວເນື້ອເຍື່ອໃນຮ່າງກາຍປ້ອງກັນການເສຍຫາຍ ແລະ ການຈີກຂາດຂອງກ້າມເນື້ອ ນັກກິລາ ຫຼື ຜູ້ທີ່ອອກກຳລັງກາຍໜັກໆ ຮັບປະທານໄຂ່ຂາວເສີມໂປຣຕີນໃຫ້ຮ່າງກາຍກໍຈະດີ

  1. ບໍາລຸງປະບົບປະສາດ

ໄຂ່ຂາວມີວິຕາມິນ ແລະ ແຮ່ທາດຄ່ອນຂ້າງຫຼາຍ ໂດຍສະເພາະວິຕາມິນບີ ທີ່ເປັນວິຕາມິນສຳຄັນທີ່ຊ່ວຍບໍາລູງລະບົບປະສາດ ແລະ ການເຮັດວຽກຂອງສະໝອງ ຊ່ວຍກະຕຸ້ນຄວາມຈຳ ແລະ ຊ່ວຍໃຫ້ອາລົມຄົງທີ່

  1. ເພີ່ມໂປຣຕີນໃຫ້ຜູ້ປ່ວຍພະຍາດໄຕ

ຜູ້ປ່ວຍພະຍາດໄຕອາດມີພາວະໄຂ່ຂາວຮົ່ວ ຄື ມີປະລິມານອັບບູມິນໃນປັດສະວະ ຫຼາຍກວ່າປົກກະຕິ ສັງເກດໄດ້ຈາກລັກສະນະປັດສະວະທີ່ເປັນຟອງຄ້າຍຟອງເບຍ ເຊິ່ງເມື່ອເກີດພາວະໄຂ່ຂາວຮົ່ວ ຮ່າງກາຍຜູ້ປ່ວຍພະຍາດໄຕກໍອາດຈະຂາດໂປຣຕີນ ແລະ ສູນເສຍມວນກ້າມຊີ້ນໄດ້ ດັ່ງນັ້ນໄຂ່ຂາວຈຶ່ງເປັນອາຫານເສີມທີ່ຊ່ວຍເຕີມໂປຣຕີນໃຫ້ຮ່າງກາຍຜູ້ປ່ວຍພະຍາດໄຕໄດ້

  1. ເສີມສ້າງພູມຄຸ້ມກັນ

ໂປຣຕີນເປັນອີກ 1 ອາຫານສໍາຄັນຂອງລະບົບພູມຄຸ້ມກັນ ແລະ ເມື່ອເຮົາຮັບປະທານໄຂ່ຂາວເຂົ້າໄປ ນອກຈາກຈະໄດ້ຮັບໂປຣຕີນແລ້ວ ຮ່າງກາຍຍັງຈະໄດ້ຮັບວິຕາມິນ ແຮ່ທາດຊະນິດອື່ນໆ ອີກຫຼາຍຢ່າງ ເຊິ່ງລ້ວນແຕ່ມີປະໂຫຍດຕໍ່ຮ່າງກາຍທັງນັ້ນ.

ຢ່າງໃດກໍ່ດີ ການຮັບປະທານໄຂ່ຂາວຢ່າງປອດໄພຄວນຮັບປະທານໄຂ່ຂາວທີ່ປຸງສຸກແລ້ວເພື່ອໃຫ້ຄວາມຮ້ອນເຂົ້າໄປທຳລາຍເຊື້ອພະຍາດທີ່ອາດຈະມາກັບໄຂ່ຂາວ ແລະ ເພື່ອສະຫລາຍໂປຣຕີນອະວິດິນທີ່ອາດໄປຂັດຂວາງການດູດຊືມໄບໂອຕິນຂອງຮ່າງກາຍໄດ້

  1. ບໍາລຸງຜິວໜ້າ

ຢ່າງທີ່ເຮົາຮູ້ກັນວ່າ ໄຂ່ຂາວອຸດົມໄປດ້ວຍວິຕາມິນຫລາກຫລາຍຊະນິດທີ່ສຳຄັນສຳຫລັບຜິວ ສາວໆຫລາຍຄົນຈຶ່ງນຳໄຂ່ຂາວມາພອກໜ້າເພື່ອບຳລຸງຜິວໃຫ້ຂາວໃສ ບໍ່ມີສິວ ນຽນນຸ້ມ ຫລຸດຈຸດດ່າງດຳ ແຖມຍັງຊ່ວຍໃຫ້ຜິວແຂງແຮງ ຫລຸດອາການແພ້ໄປໃນຕົວ

  1. ບໍາລຸງຜົມໃຫ້ເງົາງາມ

ນອກຈາກປະໂຫຍດຄວາມງາມເລື່ອງຜິວໜ້າແລ້ວ ໄຂ່ຂາວຍັງຊ່ວຍໃຫ້ຜົມງາມໄດ້ອີກດ້ວຍ ໂດຍໃຫ້ນຳໄຂ່ຂາວມາຕີໃຫ້ເປັນຟອງ ປະສົມກັບກັບນໍ້າມັນໝາກກອກເລັກໜ້ອຍຄົນໃຫ້ເປັນເນື້ອດຽວກັນແລ້ວນຳມາໝັກຜົມປະໄວ້ປະມານ 30 ນາທີ ແລ້ວສະຜົມໃຫ້ສະອາດ ເຮັດແບບນີ້ຢ່າງນ້ອຍອາທິດລະ 1 ເທື່ອ ເສັ້ນຜົມຂອງເຈົ້າຈະຄ່ອຍໆມີສຸຂະພາບດີຂຶ້ນບໍ່ຟູ ແຖມຍັງມີນໍ້າໜັກ ແລະ ເງົາງາມຢ່າງເປັນທຳມະຊາດອີກດ້ວຍ

  1. ຊ່ວຍຮັກສາບາດແຜ

ເນື່ອງຈາກໄຂ່ຂາວສາມາດເກາະເທິງຜິວເຮົາຄ້າຍກັບຟີລມ໌ໄດ້ຈຶ່ງຖືກນຳມາໃຊ້ປະຖົມພະຍາບານຮັກສາບາດແຜ ຫຼື ບາດນໍ້າຮ້ອນລວກໃນເບື້ອງຕົ້ນເພື່ອລົດຄວາມແສບຮ້ອນລົງ ໂດຍໃຫ້ນຳໄຂ່ໄກ່ມາ 1 ໜ່ວຍ ແລ້ວແຍກເອົາສະເພາະໄຂ່ຂາວມາທາບໍລິເວນທີ່ຖືກນໍ້າຮ້ອນລວກໃຫ້ທົ່ວ ປະໄວ້ໄລຍະໜຶ່ງຈົນແຫ້ງຈຶ່ງລ້າງອອກດ້ວຍນໍ້າສະອາດ ຮອຍບາດທີ່ແດງ ຫຼື ພຸພອງກໍຈະຫາຍໄປ ຢ່າງໃດກໍຕາມ ກ່ອນທາໄຂ່ຂາວຢ່າໃຫ້ບາດຖືກນໍ້າເຢັນ ຫຼື ແກະ ເກົາ ບາດເດັດຂາດ ເພາະຈະເຮັດໃຫ້ມັນລອກ

ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - 3 - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ
ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - 5 - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ
ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ - 4 - ປະໂຫຍດຂອງໄຂ່ຂາວດີິຕໍ່ສຸຂະພາບ