5 ຍຸດທະສາດ ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກ ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ
ວັນທີ 27 ພຶດສະພາ 2022ນີ້, ທີ່ສະໂມສອນຂອງຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສົມທົບກັນຈັດພິທີປາຖະກະຖາ ກ່ຽວກັບ ການຄຸ້ມຄອງດ້ານການເງິນ – ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ.
ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປາຖະກະຖາກ່ຽວກັບສະພາບການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກ ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດທີ່ມີທ່າອ່ຽງສູງໃນປັດຈຸບັນ; ເພື່ອເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະຫລາດພາຍໃນບໍ່ມີການເໜັງຕີງແຮງ ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລັດຖະບານ ກໍຄື ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫລາຍນິຕິກໍາ ແລະ ວາງມາດຕະການຕ່າງໆອອກມາເປັນແຕ່ລະໄລຍະ ຊຶ່ງມາດຕະການທີ່ສໍາຄັນຈໍານວນໜຶ່ງທີ່ນໍາໃຊ້ໃນປັດຈຸບັນຄື:
ຍຸດທະສາດທີ 1: ກອງທຶນຄັງແຮເຂົ້າ ກອງທຶນດັ່ງກ່າວຈະນໍາໃຊ້ເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫຼື ຂາຍໃນລາຄາແຊກແຊງ ໃນລາຄາທີ່ລາຄາເຂົ້າສານມີການເໜັງຕີງຂຶ້ນສູງເກີນເພດານທີ່ລັດກໍານົດໃຫ້;
ຍຸດທະສາດທີ 2: ການຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດເປັນປະຈໍາ ຂະ ແໜງ ອຄ ກໍໄດ້ມີການຕິດຕາມສະພາບການສະໜອງ ແລະ ລາຄາຕາມທ້ອງຕະຫຼາດເປັນປະຈໍາແຕ່ລະວັນ ເພື່ອປ້ອງກັນການສວຍໂອກາດທຸກຮູບແບບ; ຍຸດທະສາດທີ 3: ກໍານົດໂຄງປະກອບ ລາຄາຂາຍຍົກ-ຍ່ອຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະສິນຄ້າໃນບັນຊີຄວບຄຸມ ຫຼື ສິນຄ້າ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ໂດຍສະເພາະປະເພດ ສະບຽງອາຫານ ເຊັ່ນ: ເຂົ້າກິນ, ຊີ້ນໝູ, ງົວ, ຄວາຍ, ໄຂ່, ໄກ່ປອກ, ເປັດປອກ, ປານິນ ແລະ ພືດຜັກຕ່າງໆ;
ຍຸດທະສາດທີ 4: ດັດສົມການສະໜອງ ແລະ ຄວາມຕ້ອງການ ຫຼື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະ ເພື່ອປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ,
ຍຸດທະສາດທີ 5: ເຄື່ອງມືດ້ານນິຕິກໍາ ເປັນຕົ້ນແມ່ນນໍາໃຊ້ມາດຕະການ ພາຍໃຕ້ ດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ເປັນເຄື່ອງມືທາງດ້ານນິຕິກໍາທີ່ສໍາຄັນ ໃນການຄຸ້ມຄອງລາຄາສິນຄ້າ.
ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມຮັບຟັງ ກໍຄືຜູ້ບໍລິໂພກຈົ່ງມີສະຕິໃນສະພາບການທີ່ມີຄວາມຫຍຸ້ງຍາກຄືໃນປັດຈຸບັນ ຈົ່ງຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ ພ້ອມທັງຕິດຕາມສະພາບການຢ່າງໃກ້ຊິດ ແລະ ຕ້ອງຊ່ວຍກັນໃນການປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໃນຍາມທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະ ແມ່ນການຊົມໃຊ້ນໍ້າມັນເຊື້ອໄຟ. ຖ້າຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ສາມາດໂທແຈ້ງ ສາຍດ່ວນ 1510 ແລະ ເວັບໄຊ້ www.lcp.gov.la