ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27

ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 - 284332513 732175554897814 6150376510370035886 n - ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27
ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 - kitchen vibe - ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27
ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານປະເທດ ​ແຫ່ງ ສປປ ລາວ ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນວ່າດ້ວຍອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 27 ​ໃນ​ຮູບ​ແບບ​ກອງ​ປະຊຸມ​ທາງ​ໄກ, ພາ​ຍ​ໃຕ້​ຫົວຂໍ້: “ບົດ ບາດໃໝ່ຂອງອາຊີ ໃນໂລກທີ່ແບ່ງຂົ້ວ (Redefining Asia’s role in a divided world)”, ​​ຈັດ​ຂຶ້ນໂດຍສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI) ໃນ​ວັນ​ທີ 26-27 ພຶດສະພາ 2022 ​ທີ່​ນະຄອນຫຼວງໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ​.
ໃນກອງປະຊຸມຄັ້ງນີ້ ໄດ້ມີການນຳ, ອະດີດການນຳຂອງບັນດາປະ ເທດໃນພາກພື້ນອາຊີ ກໍຄືຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສື່ມວນຊົນ, ນັກຄົ້ນຄວ້າ ເຂົ້າຮ່ວມ ຢ່າງຫຼວງຫຼາຍ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແລກປ່ຽນທັດສະນະຕໍ່ກັບສະພາບການທີ່ເກີດຂຶ້ນ ໃນປັດຈຸບັນ ແລະ ຊຸກຍູ້ບົດບາດຂອງອາຊີຕໍ່ໂລກຄືແນວໃດ ດ້ວຍເປົ້າໝາຍອັນດຽວກັນ ແລະ ສອດ ຄ່ອງກັນ.
ໃນ​ກອງປະຊຸມຄັ້ງນີ້​​ ​ທ່ານປະທານປະເທດ ໄດ້ກ່າວປາ​ໄສຜ່ານ​ສື່​ອີ​ເລັກ​ໂຕຣນິກ (Online) ​​​ຊຶ່ງມີ​ເນື້ອ​ໃນ​ສ່​ອງ​ແສງ​ໃຫ້​ເຫັນ​ເຖິງສະພາບ​ການປັດຈຸ​ບັນ​ທີ່​ໂລກ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ສັບສົນ, ຄວາມ​ຂັດ​ແຍ່ງ, ​ແບ່ງ​ຂົ້ວ ​ຊຶ່ງສະພາບ​ການ​ທີ່​ທ້າ​ທາຍ​ດັ່ງກ່າວ​ມັນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ກໍ​ຄື​ພາກ​ພື້ນ​ອາຊີໃນຖານະເປັນຫົວຈັກ ຂັບເຄື່ອນທີ່ສຳຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ທັງເປັນຜູ້ລິເລີ່ມສ້າງຕັ້ງຫຼາຍກົນໄກການຮ່ວມມືໃໝ່ທີ່ກວ້າງຂວາງ ແລະ ຮອບດ້ານ ຄວນສືບຕໍ່ຍົກ ສູງບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ແນໃສ່ ເພື່ອປົກປ້ອງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອ ເຊື່ອໃຈກັນ, ເຄົາລົບຊຶ່ງກັນ ແລະ ກັນ, ສ້າງສັນ ພ້ອມ​ທັງສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່ການພັດທະນາ, ການ​ເຊື່ອມ​ໂຍງ, ການ​ເຊື່ອມ​ຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.
ພ້ອມກັນນີ້, ທ່ານ ປະທານປະເທດ ກໍໄດ້ຍົກໃຫ້ເຫັນວ່າ ອາຊີ ຄວນ​ສືບ​ຕໍ່ຮ່ວມແຮງຮ່ວມໃຈກັນ ໃນການເພີ່ມທະວີການຮ່ວມມື ແລະ ຄວາມພະຍາຍາມໃນການຮັບປະກັນສັນຕິພາບ ແລະ ສະ ຖຽນລະພາບ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີໂດຍຜ່ານການເຈລະຈາ ແລະ ປຶກສາຫາລືແບບສ້າງສັນ ບົນພື້ນຖານຂອງການເຄົາລົບນັບຖືຊຶ່ງກັນ ແລະ ກັນ, ເພີ່ມທະວີການ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມ​ທັງສືບຕໍ່ຮ່ວມມືກັນຟື້ນຟູສະພາບເສດຖະກິດ-ສັງຄົມ ອັນ ເນື່ອງມາຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຖືໂອກາດນີ້ສະ ແດງຄວາມຂອບໃຈຕໍ່ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ​.
​ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານປະເທດ ​ແຫ່ງ ສປປ ລາວ ​ໄດ້ເຂົ້າຮ່ວມກອງປະ ຊຸມສາກົນ​ວ່າດ້ວຍອະນາຄົດ​ຂອງ​ອາຊີ​ລວມ​ຄັ້ງນີ້ເປັນຄັ້ງທີ 6, ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງການປາໄສຂອງ​ພະນະ​ທ່ານແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການ ຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ. ພ້ອມນີ້, ຍັງເປັນການ​​​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນ ຄູ່ຮ່ວມ​ມື​ຍຸດທະສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໃຫ້​ກວ້າງຂວາງແໜ້ນແຟ້ນ ​ແລະ ​ເລິກ​ເຊິ່ງຂຶ້ນ​ກວ່າ​ເກົ່າ.
ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 - 4 - ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27
ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 - 5 - ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27
ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 - 3 - ປະທານປະ​ເທດ​ແຫ່ງ ສປປ ລາວ ສຳ​ເລັດ​ການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27