ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ

ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ -                                - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ
ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - kitchen vibe - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ

ເນື່ອງໃນໂອາກາດວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນນີ້ ເຊື່ອວ່າ ຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຕ່າງກຽມເນື້ອທີ່ ເບ້ຍໄມ້ໄວ້ປູກທັງອາດຈະມີແຜນລ້າແຜນການບົວລະບັດ ປົກປັກຮັກສາບໍ່ໃຫ້ຕາຍ. ຂະນະທີ່ທັງພາກລັດ, ເອກະຊົນ, ສະຖາບັນການສຶກສາ ແລະ ສະຖາບັນຄອບຄົວ ຕ່າງກໍເຂົ້າໃຈດີເນື້ອໃນຈິດໃຈຄວາມໝາຍຄວາມສຳຄັນຂອງ ສອງວັນນີ້ ເຊິ່ງລວມແລ້ວເພື່ອອະນາຄົດອັນສົດໃສຂອງລູກຫລານ ແລະ ການປູກໄມ້ກໍເພື່ອຮຸ່ນລູກຫລານ ໃນພາຍພາກໜ້າໄດ້ຊົ້ນຮົ່ມເຢັນໄດ້ຊົມໃຊ້ແບບບໍ່ບົກແຫ້ງເປັນ.

ເຖິງວ່າຜ່ານມາ, ໄດ້ຈັດຕັ້ງປະຕິບັດຖືກທິດ, ແຕ່ບັນຫາຄືຈະເຮັດແນວໃດໃຫ້ທັງການປູກໄມ້ ການປູກນິດໄສເດັກເຕັມໄປດ້ວຍໝາກຜົນ, ມີຄຸນນະພາບສູງ. ສະເພາະການປູກໄມ້ ຖືວ່າຍັງເປັນສິ່ງທ້າທາຍສົມຄວນ ເນື່ອຈາກຂອດການບົວລະບັດບໍ່ທັນດີ ເຮັດໃຫ້ເບ້ຍໄມ້ທີ່ໃຊ້ງົບກ້າຫລາຍ ປູກໄປກໍໄຮ້ຄ່າ ໝາຍວ່າອັດຕາສ່ວນການເຕີບໃຫຍ່ຂອງເບ້ຍທີ່ປູກລົງໄປຍັງໜ້ອຍ.

ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - Visit Laos Visit SALANA BOUTIQUE HOTEL - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ
ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - Visit Laos Visit SALANA BOUTIQUE HOTEL - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ

ຈາກນີ້ຈຶ່ງຕ້ອງໄດ້ເອົາໃຈໃສ່ຂອດການບົວລະບັດຕື່ມ ເພື່ອບໍ່ໃຫ້ທຶນຮອນ ແລະ ເຫື່ອແຮງທີ່ໃຊ້ໄປນັ້ນສູນເສຍໄປລ້າ ເພື່ອປີໜ້າ ຫລື ປີຕໍ່ໄປບໍ່ໄດ້ປູກທົດແທນ ໃສ່ຂຸມ ແລະ ເນື້ອທີ່ເກົ່າອີກ. ສ່ວນວັນເດັກນ້ອຍສາກົນປີນີ້, ການຈັດຕັ້ງສະເຫລີມສະຫລອງ ນອກຈາກມີເວທີຖາມ-ຕອບຄວາມຮູ້, ການສະແດງສິລະປະວັນນະຄະດີແລ້ວ, ການທັດສະນະສຶກສາຕາມສະຖານທີ່ຕ່າງໆ ຖືເປັນການສ້າງຈິດສຳນຶກໃຫ້ເດັກນ້ອຍໄດ້ເປັນຢ່າງດີ ໂດຍການປູກຈິດສຳນຶກໃຫ້ເປັນຄົນດີຂອງສັງຄົມ ເປັນຕົ້ນ ພາໄປທັດສະນະຫໍພິພິທະພັນຜູ້ນຳ ແລະ ພິພິທະພັນອື່ນໆ ທີ່ຊວນເຊື່ອໃຫ້ສົນໃຈແຕ່ເຍົາໄວ…

ການສ້າງຈິດສຳນຶກໃຫ້ເດັກນ້ອຍມີແນວຄິດດີ ແລະ ຢາກປະຕິບັດຕົນເປັນຄົນດີເອື້ອເຟື້ອເພື່ອແຜ່,ຮັກເຊື້ອແພງຊາດ, ໃຫຍ່ຂຶ້ນມາກໍປະຕິບັດຕົນດີ, ເຫັນແກ່ຜົນປະໂຫຍດລວມຊາດ ແລະ ອື່ນໆຕ້ອງເຮັດເປັນປະຈຳ, ທຸກເວລາຜູ້ປົກຄອງ ຕ້ອງເປັນແບບຢ່າງທີ່ດີອີຫລີ. ວັນເດັກນ້ອຍ, ຜູ້ໃຫຍ່ພໍຫລີກໄດ້ກໍຫລີກໝາຍວ່າບໍ່ຄວນສວຍໂອກາດສ້າງສັນ ໃຊ້ເດັກນ້ອຍໄປຊື້ຂອງມຶນເມົາມາໃຫ້ ເພາະທຸກຄົນຄົງຮູ້ດີວ່າ ເດັກ ນ້ອຍຄືເຈ້ຍຂາວ, ເມື່ອແຕ້ມ ຫລື ຂຽນຫຍັງລົງໄປ ກໍຈະໄດ້ແນວນັ້ນ. ການລ້ຽງລູກໃຫ້ເປັນຄົນດີ ເຖິງວ່າມີຫລາຍອັນພັນຢ່າງກະທົບ, ແຕ່ພໍ່ແມ່ຜູ້ປົກຄອງຕ້ອງເຮັດແທ້ ເປັນແບບຢ່າງທີ່ດີແທ້ໆ.

ຖ້າເຮັດໄດ້ ສຸດທ້າຍພວກເຮົາກໍໄດ້ລູກມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດເຫັນແກ່ຜົນປະໂຫຍດສ່ວນລວມ, ບໍ່ເຫັນແກ່ຜົນປະໂຫຍດສ່ວນໂຕ ເພື່ອອະນາຄົດ ທີ່ສົດໃສຂອງລູກຫລານ ແລະ ປະເທດຊາດ..

ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - 5 - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ
ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - 3 - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ
ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ - 4 - ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ