ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ

ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ - e34387a0 ef93 44e2 9706 2fcb5da20bed - ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ
ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ - kitchen vibe - ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ

ໃນວັນທີ 26 ພຶດສະພາ 2022, ທີ່ພະແນກການເງິນ ແຂວງຫຼວງພະບາງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ, ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ແລະ ນິຕິກຳທີ່ກ່ຽວກັບການຄຸ້ມຄອງນຳໃຊ້ລົດຂອງລັດ, ໂດຍການເປັນປະທານຂອງ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຮອງເຈົ້າແຂວງອຸດົມໄຊ, ຮອງເຈົ້າແຂວງໄຊຍະບູລີ, ຮອງເຈົ້າແຂວງຊຽງຂວາງ ແລະ ຫົວໜ້າຫ້ອງວ່າການ, ພະແນກການ, ອົງການຈັດຕັ້ງພັກ-ລັດ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ຂຶ້ນຜ່ານດຳລັດສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021, ເຊີ່ງແມ່ນໜຶ່ງໃນນິຕິກໍາກໍຄືມາດຕະການທີ່ລັດຖະບານ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ ເຊີ່ງເນື້ອໃນຈິດໃຈ ຂອງດຳລັດດັ່ງກ່າວ ແມ່ນເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ ໂດຍສະເພາະ ການຫຼຸດຈຳນວນລົດລົງ, ການຖອນຄືນ, ການດຸ່ນດ່ຽງ ດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າ ໃຫ້ຫຼາຍຂຶ້ນ ແລະ ອື່ນໆ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເວົ້າລວມ, ເວົ້າສະເພາະເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ບັນລຸຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້. ພາຍຫຼັງທີ່ມີ ດຳລັດ ວ່າດ້ວຍລົດຂອງລັດ, ສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງການເງິນ ແມ່ນໄດ້ມີການສ້າງນິຕິກຳເພື່ອຜັນຂະຫຍາຍດຳລັດສະບັບດັ່ງກ່າວຄື: ຄຳແນະນຳການຈັດຕັ້ງປະຕິບັດ ລົດປະຈຳຕໍາແໜ່ງການນຳລະດັບສູງ ສະບັບເລກທີ 02/ຫສນຍ ລົງວັນທີ 30 ທັນວາ 2021 ແລະ ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022.
ຊຶ່ງດຳລັດສະບັບນີ້, ໄດ້ກຳນົດຫຼັກການລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນຳໃຊ້, ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫຼອດຮອດພະນັກງານຜູ້ທີ່ມີສິດນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ, ທັງຮັບປະກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວສະເໜີເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງດຳລັດສະບັບດັ່ງກ່າວ, ທັງຂະແໜງການນັບແຕ່ສູນກາງ ຮອດທ້ອງຖິ່ນ, ສະເໜີໃຫ້ທຸກພາກສ່ວນ ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ກ່ຽວຂ້ອງທີ່ໄດ້ກ່າວມາຂ້າງເທິງນັ້ນໃຫ້ໄດ້ຜົນສຳເລັດເປັນກ້າວໆ.

ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ - 5 - ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ
ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ - 3 - ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ
ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ - 4 - ຮອງລັດຖະມົນຕີກະຊວງການເງິນ ແລະ ຄະນະສືບຕໍ່ ເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ທີ່ແຂວງຫຼວງພະບາງ