ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ

ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - 284248765 1902130393324065 7874585498257530955 n - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ
ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - kitchen vibe - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປີ 2022 ນີ້, ແຂວງເຊກອງ ກໍຄື ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີແຜນປູກໄມ້ໃຫ້ໄດ້ຈຳນວນ 600 ເຮັກຕາ, ໃນນີ້ ພາກລັດປູກໃຫ້ໄດ້ 50 ເຮັກຕາ, ປະຊາຊົນປູກໃຫ້ໄດ້ 100 ເຮັກຕາ, ຜູ້ປະກອບການປູກໃຫ້ໄດ້ 450 ເຮັກຕາ, ປັດຈຸບັນສາມາດຜະລິດເບ້ຍໄມ້ປະເພດຕ່າງໆ ໄດ້ທັງໝົດ 137.335 ເບ້ຍ ແລະ ສາມາດປູກໄດ້ຕົວຈິງ 60.423 ເບ້ຍ.

ທ່ານ ສົມຫວັງ ຂຳມະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ພຶດສະພາ 2022 ນີ້ວ່າ: ເພື່ອປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງເຊກອງ ກ່ຽວກັບການສ້າງຂະບວນການສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2022 ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງD

ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - Visit Laos Visit SALANA BOUTIQUE HOTEL - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ
ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - Visit Laos Visit SALANA BOUTIQUE HOTEL - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ

ສະນັ້ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍໄດ້ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ໄດ້ກະກຽມເບ້ຍໄມ້ ເພື່ອປູກຕາມສະຖານທີ່ຕ່າງໆທີ່ກໍານົດໄວ້ ໃຫ້ໄດ້ໃນເນື້ອທີ່ 600 ເຮັກຕາ, ສະເພາະໃນວັນທີ 1 ມິຖຸນາ ຈະປູກໃຫ້ໄດ້ 12 ເຮັກຕາ ປະກອບມີປະເພດໄມ້ດູ່, ໄມ້ຂະຍຸງ, ໄມ້ຍາງ, ໄມ້ແຕ້, ໄມ້ຈຳປາປ່າ, ໄມ້ບາກ ແລະ ອື່ນໆ ໂດຍໄດ້ມອບໃຫ້ບັນດາເມືອງ, ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພາກສ່ວນອື່ນໆ ຈັດຕັ້ງປະຕິບັດການປູກເຊັ່ນ: ເມືອງລະມາມ 2 ເຮັກຕາ, ທ່າແຕງ 6 ເຮັກຕາ, ດາກຈຶງ 2 ເຮັກຕາ ແລະ ເມືອງກະລຶມ 2 ເຮັກຕາ. ສ່ວນທີ່ເຫລືອແມ່ນມອບໃຫ້ບໍລິສັດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນ ພ້ອມກັນປູກໃນເນື້ອທີ່ດິນບ່ອນທີ່ມີເງື່ອນໄຂ.

ໃນປີ 2021 ຜ່ານມາ ທົ່ວແຂວງສາມາດຈັດຕັ້ງປູກໄມ້ໄດ້ 251 ເຮັກຕາ, ຂະນະທີ່ອັດຕາການລອດເຫລືອຂອງຕົ້ນໄມ້ກໍມີທ່າອ່ຽງສູງຂຶ້ນ, ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງຂະແໜງການກ່ຽວຂ້ອງທັງພາກລັດ, ປະຊາຊົນ ແລະ ຫົວໜ່ວຍທຸລະກິດເປັນເຈົ້າການປົກປັກຮັກສາ.

ໂອກາດນີ້, ທ່ານ ສົມຫວັງ ຂຳມະວົງ ຍັງໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງຮ່ວມໃຈກັນປະກອບສ່ວນປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ, ພາຍຫລັງທີ່ປູກແລ້ວຕ້ອງເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາ ເພື່ອເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ ແນໃສ່ສ້າງແຂວງເຊກອງ ໃຫ້ກາຍເປັນເມືອງສີຂຽວ, ສະອາດ, ສະຫງົບ ແລະ ສວຍງາມ.

ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - 3 - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ
ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - 4 - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ
ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ - 5 - ປີ 2022 ນີ້ ແຂວງເຊກອງ ມີແຜນປູກໄມ້ ໃຫ້ໄດ້ 600 ເຮັກຕາ