ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ

- kitchen vibe - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ

- USA 300x179 - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ    ສູນວິເຄາະ ແລະ ລະບາດວິທະຍາ (ສວລ) ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກລັດຖະບານສະຫະລັດ ໄດ້ເປີດໂຄງການໃໝ່: ສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ ແລະ ລະບາດວິທະຍາໃນລາວ ທີ່ນະຄອນຫລວງວຽງຈັນ ໃນວັນທີ 21 ມີນາເພື່ອແນໃສ່ສ້າງຄວາມເຂັ້ມແຂງລະບົບຫ້ອງວິເຄາະການແພດແຫ່ງຊາດໃນລາວ ໂດຍການສະໜັບສະໜູນງົບປະມານ 3 ລ້ານໂດລາສະຫະລັດ ຈາກລັດຖະບານສະຫະລັດ ໃນໄລຍະເວລາ 3 ປີ ຄືແຕ່ 2017-2020 ໂດຍຜ່ານອົງການອະນາໄມໂລກ (WHO) ຈະເປັນຜູ້ຈັດຕັ້ງປະຕິບັດ ເຊິ່ງຈະປະສານງານໃນການຄຸ້ມຄອງ ແລະ ຊ່ວຍເຫລືອດ້ານວິຊາການແກ່ສູນວິເຄາະ ແລະ ລະບາດວິທະຍາໃນການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດແຫ່ງຊາດຂອງລະບົບຫ້ອງວິເຄາະ ແລະ ການບົ່ງມະຕິເຊັ່ນ: ການຄຸ້ມຄອງຄຸນນະພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໃນຫ້ອງວິເຄາະ, ເຮັດວຽກຮ່ວມກັບຫ້ອງວິເຄາະເຄືອຂ່າຍຂອງສູນກາງ ແລະ ແຂວງ. ພ້ອມດຽວກັນນີ້ຍັງຊ່ວຍສະໜັບສະໜູນການເຝິກອົບຮົມລະບາດວິທະຍາພາກສະໜາມ (FET) ໃນການສ້າງຄວາມອາດສາມາດລະດັບຊາດ ແລະ ທ້ອງຖິ່ນໃນການຕອບໂຕ້ຕໍ່ໄພຂົ່ມຂູ່ຂອງພະຍາດຕິດຕໍ່ ລວມທັງພະຍາດໄຂ້ຫວັດສັດປີກ ແລະ ການລະບາດໃຫຍ່.

ໃນພິທີໄດ້ມີທ່ານ ດຣ. ບຸນຫລາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໄມເຄິນ ຄລາຍ ຮອງເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ Dr. Luo Dapeng ຫົວໜ້າຝ່າຍເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດອົງການອະນາໄມໂລກປະຈຳລາວ ເຂົ້າຮ່ວມນຳດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ
- Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ
- 5 - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ
- 3 - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ
- 4 - ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ