ຄາວານີ ຢືນຢັນອຳລາ ແມນຢູ ລະດູການນີ້, ຮູ້ສຶກເສຍດາຍທີ່ໄດ້ລົງຫລິ້ນຫນ້ອຍເກີນໄປ

ເອດິສັນ ຄາວານີ ກອງຫນ້າທີມຊາດອຸຣຸໄກວຂອງ ແມນເຊສເຕີ ຢູໄນເຕັດ ຢືນຢັນເຖິງການອຳລາຖິ່ນ ໂອນ ແທຣຟເຟີດ ໃນລະດູການນີ້ ເຊື່ອແຟນບານຮູ້ດີວ່າຕົນເຕັມທີ່ເພື່ອທີມຫລາຍພຽງໃດ ຮູ້ສຶກເສຍດາຍທີ່ລົງຫລິ້ນບໍ່ຫລາຍພໍລະດູການນີ້ ແລະ ບໍ່ສາມາດໂຊຟອມທີ່ດີແບບລະດູການກ່ອນໄດ້.
ຄາວານີ ກ່າວວ່າ : ‘‘ ຂ້ອຍບໍ່ມີຫຍັງຈະເວົ້າແທ້ໆ ນອກຈາກຄຳວ່າຂອບໃຈຕໍ່ແຟນບານແມນເຊສເຕີ ຢູໄນເຕັດ, ພວກເຂົາໃຫ້ກຽດຂ້ອຍເປັນຢ່າງຫລາຍຕັ້ງແຕ່ວິນາທີທີ່ຂ້ອຍມາເຖິງບ່ອນນີ້ ຂ້ອຍຄິດວ່າພວກເຂົາຮູ້ດີເຖິງການເຮັດວຽກຫນັກທີ່ຂ້ອຍພະຍາຍາມຢ່າງເຕັມທີ່ສະເຫມີ ທຸ່ມເທຢ່າງເຕັມທີ່ເພື່ອທີມໆນີ້ ຂ້ອຍຈະອອກຈາກທີມໄປພ້ອມກັບຄວາມຊົງຈຳອັນແສນສຸກຄວາມຮັກທີ່ທຸກຄົນມອບໃຫ້ຂ້ອຍຂ້ອຍ ແລະ ສະແດງໃຫ້ຂ້ອຍເຫັນສະເຫມີມາ ’’.
‘‘ ຂ້ອຍຕ້ອງການມີສ່ວນຮ່ວມຫລາຍກວ່ານີ້ໃນລະດູການນີ້ ສິ່ງຫນຶ່ງທີ່ເຮັດໃຫ້ຂ້ອຍຜິດຫວັງກໍຄືຕອນທີ່ເຮົາມີລະດູການທີ່ດີ (2020-21) ເຮົາບໍ່ມີແຟນບານມາຢູ່ຄຽງຂ້າງ ສ່ວນລະດູການນີ້ແຟນບານກັບມາຢູ່ໃນສະໜາມ ແຕ່ຂ້ອຍບໍ່ສາມາດໂຊຟອມແບບນັ້ນອອກມາໄດ້ ’’.
ສຳລັບ ຄາວານີ ອາຍຸ 35 ປີ ຍ້າຍມາຮ່ວມທີມແມນເຊສເຕີ ຢູໄນເຕັດ ເມື່ອເດືອນຕຸລາປີ 2020 ຫລັງຫມົດສັນຍາກັບ ປາຣີສ ແຊັງ ແຊັກແມັງ ໂດຍລະດູການທຳອິດລາວໂຊຟອມໄດ້ຢ່າງຫນ້າປະທັບໃຈ ຍິງໄປ 17 ປະຕູ ແຕ່ລະດູການນີ້ພົບບັນຫາອາການບາດເຈັບລົບກວນ ຈົນເຮັດໃຫ້ບໍ່ສາມາດຊ່ວຍທີມໄດ້ເຕັມເມັດເຕັມຫນ່ວຍ ຍິງໄປພຽງ 2 ປະຕູເທົ່ານັ້ນ.