ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ

ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 285237114 3082193195424554 7698111108404258685 n - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - kitchen vibe - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສ. ເບລາຣຸສ ໄດ້ທົດສອບສະມັດຖະພາບຍິງລູກ ສອນໄຟປ້ອງກັນອາກາດ C 125 – 2TM ຢູ່ພາກສະໜາມຕົວຈິງ, ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ພົນຕີ ບາສະຕາເຍນໂກ ວາລະດີເມຍ ປາວະໂລວິດຈ ຮອງຜູ້ອຳນວຍການບໍລິສັດ ແຕຕຣາແອັດ ຮັບຜິດຊອບວຽກງານການຮ່ວມມືເຕັກນິິກການທະຫານ ສ. ເບລາຣຸສ, ມີຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະຮັບຜິດຊອບຊີ້ນຳ, ຄະນະພັກ- ຄະນະບັນຊາກອງພັນໃຫຍ່ 641, 645, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
อาจเป็นรูปภาพของ 4 คน, ผู้คนกำลังยืน และ ชุดเครื่องแบบทหาร ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 284936482 3082193178757889 8403908709235576339 n - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
อาจเป็นรูปภาพของ กำลังยืน และ กลางแจ้ง ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 285163763 3082193208757886 5815493565266768105 n - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພາບ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດ ຊອບຊີ້ນຳທົດສອບສະມັດຕະພາບຍິງລູກສອນໄຟ ຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກແອບເປັນໄລຍະເວລາ 2 ເດືອນຜ່ານມາ ພະນັກງານວິຊາການກອງພັນໃຫຍ່ປ້ອງກັນອາກາດກອງທັບປະຊາຊົນລາວ ໄດ້ຮຽນຮູ້ການນຳໃຊ້ອຸປະກອນເຕັກນິກການທະຫານ ທີ່ທັນສະໄໝ ເປັນຕົ້ນແມ່ນ ລູກສອນໄຟປ້ອງກັນອາກາດ ແລະ ສູນບັນຊາເຄື່ອນທີ່, ຍຸດທະວິທີ, ຮູບແບບ ແລະ ບັນດາວິທີການນຳໃຊ້ ລະບົບລູກ ສອນໄຟປ້ອງກັນອາກາດ, ອຸປະກອນສືບຂ່າວ ໃນການສູ້ຮົບຂອງເຫຼົ່າຮົບປ້ອງກັນອາກາດ ເພາະວ່າການຍິງລູກສອນໄຟ ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນການຝຶກແອບ ແລະ ດັບສູນເປົ້າໝາຍ ຢ່າງມີປະສິດທິພາບ.
อาจเป็นรูปภาพของ 10 คน, ผู้คนกำลังยืน, ชุดเครื่องแบบทหาร และ กลางแจ้ง ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 285005930 3082193078757899 4077076032224962367 n - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະຮັບຜິດຊອບຊີ້ນຳ ແລະ ພະນັກງານວິຊາສະເພາະເຕັກນິກ ທີ່ໄດ້ເຂົ້າຮ່ວມການເຝິກແອບໃນຄັ້ງນີ້ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ໃນເວລາປະຕິບັດຍິງເປົ້າໝາຍຕົວຈິງ ແລະ ສາມາດຮັບປະກັນດັບສູນເປົ້າໝາຍໄດ້ຢ່າງແໝ້ນຢໍາ, ພ້ອມທັງເນັ້ນຕື່ມໃຫ້ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການເຝິກແອບຮໍ່າຮຽນ, ສືບຕໍ່ປັບປຸງຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກ- ເຕັກໂນ ໂລຢີ ໃຫ້ສູງຂື້ນທຽບທັນກັບຍຸກປັດ ຈຸບັນ, ເພື່ອສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ ແລະ ທັນ ສະໄໝ.
อาจเป็นรูปภาพของ 6 คน, ผู้คนกำลังยืน, ชุดเครื่องแบบทหาร และ กลางแจ้ง ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 284845950 3082193132091227 8368325892641015908 n - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ໂດຍ: ເຄນໄຊ
ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 3 - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 4 - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ
ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ - 5 - ກະຊວງປ້ອງກັນປະເທດ ທົດສອບສະມັດຖະພາບຍິງລູກສອນໄຟປ້ອງກັນອາກາດ