ອາຫານບຳລຸງມົດລູກ ເລັ່ງການຕົກໄຂ່ ຊ່ວຍໃຫ້ມີລູກງ່າຍ.
May 30, 2022 - 10:22 AM
- ໄຂ່ : ເປັນອາຫານທີ່ອຸດົມໄປດ້ວຍໂປຣຕິນ, ວິຕາມິນ A, B1, B2 , D, ທາດການຊຽມ ແລະ ທາດເຫລັກ ເຊິ່ງລ້ວນແຕ່ເປັນສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ທັງການບຳລຸງສະໝອງ, ຫລຸດການເກີດພະຍາດຫົວໃຈ ແລະ ຫລອດເລືອດ, ຄຸມລະດັບຄໍເລສເຕີໂຣນໃນເລືອດໄດ້ ຫາກກິນໃນປະລິມານທີ່ເໝາະສົມ ແລະ ຫາກເປັນຜູ້ທີ່ວາງແຜນການຖືພາ ຄວນຈະກິນໄຂ່ທຸກມື້ ໂດຍສະເພາະໄຂ່ເປັດ ມື້ລະ 1 ໜ່ວຍ ເພື່ອເພີ່ມໂປຣຕິນບຳລຸງໃນໄຂ່ແຂງແຮງໜ່ວຍໃຫຍ່ ພ້ອມສຳລັບການຖືພາ.
- ນຳ້ເຕົ້າຫູ້ : ການດື່ມນຳ້ເຕົ້າຫູ້ ຫລື ນົມຖົ່ວເຫລືອງທຸກມື້ຈະຊ່ວຍເພີ່ມໂອກາດການຖືພາໄດ້ສູງ ເພາະນຳ້ເຕົ້າຫູ້ເຮັດມາຈາກຖົ່ວເຫລືອງທີ່ອຸດົມໄປດ້ວຍໂປຣຕິນທີ່ດີ ເຊິ່ງຈະຊ່ວຍເສີມເນື້ອເຍື່ອພາຍໃນຮ່າງກາຍໃຫ້ເປັນປົກກະຕິ ຊ່ວຍໃຫ້ຜິວພັນສົດໃສ, ບຳລຸງສະໝອງ, ເພີ່ມຄວາມຈື່ຈຳ ແລະ ນອກຈາກນີ້, ຍັງເໝາະສົມສຳລັບດື່ມໃນຕອນຖືພາ ເພື່ອເສີມໂປຣຕິນໃຫ້ລູກໃນທ້ອງ ແລະ ຫລຸດໂອກາດສ່ຽງຕໍ່ການແພ້ນົມງົວນຳອີກ.
- ງາດຳ : ການກິນງາດຳເປັນປະຈຳມື້ລະ 3-4 ບ່ວງຊາ ຈະມີສ່ວນຊ່ວຍໃຫ້ຮ່າງກາຍຜ່ອນຄາຍ, ບຳລຸງສະໝອງໃຫ້ໂລ່ງ, ແກ້ບັນຫານອນບໍ່ຫລັບ, ຊ່ວຍໃຫ້ຫລັບສະບາຍຍິ່ງຂຶ້ນ ສົ່ງຜົນໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່ ແລະ ຮໍໂມນໃນຮ່າງກາຍກໍເຮັດວຽກຢ່າງປົກກະຕິ, ຊ່ວຍບຳລຸງໄຂ່ ແລະ ມົດລູກໃຫ້ແຂງແຮງ ພ້ອມສຳລັບການຖືພາ. ນອກຈາກນີ້, ການກິນງາດຳເປັນປະຈຳ ລະຫ່ວາງການຖືພາ ຍັງສົ່ງຜົນດີຕໍ່ລູກໃນທ້ອງນຳອີກ.
- ໝາກຂີ້ຫູດ : ມີຄຸນສົມບັດໃນການກະຕຸ້ນການໄຫລວຽນເລືອດ ຊ່ວຍປັບຄວາມດຸ່ນດ່ຽງຂອງປະຈຳເດືອນໃຫ້ເປັນປົກກະຕິ, ຫລຸດຜ່ອນກຸ່ມອາການໄຂ່ບໍ່ຕົກຊຳ້ເຮື້ອ ທັງຍັງຊ່ວຍປັບລະບົບໄຫລວຽນໃນເລືອດ ຊ່ວຍເພີ່ມອົກຊີແຊນ ແລະ ສານອາຫານເວລາຜະລິດໄຂ່ ແລະ ບຳລຸງມົດລູກໄດ້ດີຍິ່ງຂຶ້ນ ເຮັດໃຫ້ໄຂ່ໜ່ວຍໃຫຍ່ງາມ ແລະ ຊ່ວຍໃຫ້ມົດລູກສົມບູນເໝາະສົມກັບການຝັງຕົວຂອງໂຕອ່ອນ.
- ຜັກໃບຂຽວ : ການກິນຜັກໃບຂຽວທຸກມື້ ບໍ່ຕໍ່າກ່ວາ 400 ກຣາມ ມີສ່ວນຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ E ໂດຍສະເພາະຜັກກາດນາ, ຜັກຫົມ ແລະ ຜັກກະລໍ່າດອກ ທີ່ມີສ່ວນຊ່ວຍໃຫ້ເລັ່ງໄຂ່ຕົກ, ເພີ່ມອັດຕາຂອງໄຂ່ຕົກ, ຊ່ວຍບຳລຸງການຖືພາ ແລະ ຍັງເຕັມໄປດ້ວຍເສັ້ນໄຍກາກໄຍທີ່ມີປະໂຫຍດ ຊ່ວຍໃຫ້ຂັບຖ່າຍສະດວກ ເໝາະສົມກັບການກິນບຳລຸງມົດລູກ ທັງກ່ອນ ແລະ ຫລັງການຖືພາ ເພື່ອຫລຸດຄວາມສ່ຽງການຫລຸລູກໄດ້.
- ຖົ່ວ : ໂປຣຕິນຈາກຖົ່ວຕ່າງໆ ເຊັ່ນ : ຖົ່ວເຫລືອງ, ຖົ່ວແດງ, ຖົ່ວປາກອ້າ, ຖົ່ວພູ ແລະ ຖົ່ວແປບ ເປັນແຫ່ລງອາຫານທີ່ມີໂປຣຕິນຫລາຍ ເໝາະສົມກັບການກິນແທນຊີ້ນສັດ ເນື່ອງຈາກມີຜົນການວິໄຈຮອງຮັບວ່າ ແມ່ຍິງທີ່ກິນໂປຣຕິນຈາກຖົ່ວສາມາດເພີ່ມໂອກາດການຖືພາຫລາຍກ່ວາແມ່ຍິງທີ່ກິນໂປຣຕິນຈາກສັດຫລາຍ. ທາງທີ່ດີໃຜທີ່ກຳລັງວາງແຜນຈະມີລູກຢູ່ ແນະນຳໃຫ້ກິນຖົ່ວຫລາຍໆ ແທນຊີ້ນສັດ.
- ເຂົ້າເບລ – ເຂົ້າໜົມປັງໂຮຫວີດ – ທັນຍາພືດ : ມີຄາໂບໄຮເດຣດຊ່ວຍຄວບຄຸມລະດັບຂອງນຳ້ຕານໃນເລືອດ ການກິນເປັນປະຈຳຈະຊ່ວຍໃຫ້ປະຈຳເດືອນມປົກກະຕິ ແລະ ຍັງຊ່ວຍບຳລຸງການເຮັດວຽກຂອງຮໍໂມນສືບພັນ ຊ່ວຍໃຫ້ມີລູກງ່າຍຂຶ້ນ.
- ໝາກກ້ວຍຫອມ : ໃຫ້ພະລັງງານຫລາຍ, ອີ່ມທ້ອງດົນ ເໝາະສົມກັບການກິນທຸກໄລຍະເວລາ ອຸດົມໄປດ້ວຍວິຕາມິນ, ເກືອແຮ່, ໂປຕັສຊຽມຫລາຍ, ກົດອະມິໂນ, ທາດເຫລັກ, ນຳ້ຕານຊູໂກສ, ຟຣຸກໂຕສ ແລະ ກລູໂກສ ທີ່ຮ່າງກາຍສາມາດເອົາໄປໃຊ້ໄດ້ທັນ ທັງຍັງມີກາກໄຍທີ່ຊ່ວຍໃນເລື່ອງຂອງລະບົບຂັບຖ່າຍໃຫ້ເປັນປົກກະຕິ, ຊ່ວຍເສີມສ້າງລະບົບຈະເລີນພັນ ແລະ ຍັງເໝາະສົມກັບການກິນໃນເວລາຖືພານຳອີກ ເພາະມີສ່ວນຊ່ວຍພັດທະນາການລະບົບແຊນຂອງລູກໃນທ້ອງ.
- ວິຕາມິນ B ແລະ ກົດໂຟລິກ : ຫາກຢາກໃຫ້ຖືພາງ່າຍໆ, ມີໄຂ່ໜ່ວຍໃຫຍ່ໆສົມບູນ ສິ່ງທີ່ຄວນກິນເປັນປະຈຳແມ່ນແຫ່ລງອາຫານທີ່ອຸດົມໄປດ້ວຍວິຕາມິນ B ເຊັ່ນ : ໄຂ່ແດງ, ນົມ, ໂຢເກິດ, ເຂົ້າເບລ, ເຂົ້າກໍ່າ, ໝາກເດືອຍ, ຊີຣຽວ, ໝາກກ້ຽງ ເຊິ່ງການກິນວິຕາມິນ B ຢ່າງສະໝໍ່າສະເໝີເປັນປະຈຳ ຈະຊ່ວຍໃຫ້ໄຂ່ຕົກຢ່າງສະໝໍ່າສະເໝີ ແລະ ຍັງເພີ່ມໂອກາດໃຫ້ການຖືພາມີຫລາຍຂຶ້ນຕື່ມອີກ.
- ໝາກເລັ່ນ : ມີສານອາຫານສຳຄັນ ຄື ໄລໂຄປີນ ເຊິ່ງມີສ່ວນຊ່ວຍໃນການຕໍ່ຕ້ານອະນຸມູນອິດສະລະ ແລະ ຍັງຊ່ວຍຂັດຂວາງການສ້າງເມັດສີເມລານິນ ເຊິ່ງຊ່ວຍຫລຸດຄວາມໝອງຄຳ້, ຊ່ວຍໃຫ້ຜິວສົດໃສອີ່ມນຳ້ສຸຂະພາບດີ ແລະ ຍັງຊ່ວຍປັບຄວາມດຸ່ນດ່ຽງຮ່າງກາຍ, ບຳລຸງຮັງໄຂ່ໃຫ້ເໝາະສົມສຳລັບການຖືພາຫລາຍຂຶ້ນ.
- ປາທະເລ : ຊີ້ນປາເປັນແຫ່ລງໂປຣຕິນທີ່ມີປະໂຫຍດເຕັມໄປດ້ວຍກົດໂອເມກ້າ 3 ຊ່ວຍເພີ່ມການໄຫລວຽນຂອງເລືອດ ຊ່ວຍປັບຄວາມດຸ່ນດ່ຽງບຳລຸງຮໍໂມນໃນລະບົບສືບພັນໃຫ້ແຂງແຮງ ແລະ ຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິ ເພາະຍ່ອຍງ່າຍ ໂດຍປາທີ່ເໝາະສົມສຳລັບການກິນເພື່ອບຳລຸງມົດລູກແມ່ນປາແຊວມັອນ, ປາດໍຣີ່ ແລະ ປາທະເລ.
- ໝາກໄມ້ຕະກູນເບີຣີ : ເຊີຣີ, ສະຕໍເບີຣີ, ຣາສເບີຣີ, ແຄນເບີຣີ, ແບລັກເບີຣີ ເປັນໝາກໄມ້ທີ່ອຸດົມໄປສານຕ້ານອະນຸມູນອິດສະລະຫລາຍ, ວິຕາມິນ C ເຊິ່ງຊ່ວຍປົກປ້ອງແຊນຈາກຄວາມເສຍຫາຍ ລວມເຖິງແຊນສືບພັນ.
- ຫອຍນາງລົມ : ເປັນແຫ່ລງທາດອາຫານສັງກະສີ ແລະ ວິຕາມິນ B12 ທີ່ມີສ່ວນຊ່ວຍໃຫ້ຮ່າງກາຍສາມາດຜະລິດໄຂ່ທີ່ມີຄຸນນະພາບໄດ້ດີ ແລະ ຍັງຊ່ວຍໃຫ້ອະສຸຈິມີຄວາມແຂງແຮງ. ດັ່ງນັ້ນ, ຜົວເມຍຄູ່ໃດທີ່ກຳລັງວາງແຜນການຖືພາ ຄວນກິນຫອຍນາງລົມເປັນປະຈຳ, ແຕ່ສຳລັບຝ່າຍຍິງນັ້ນ ເໝາະສຳລັບການກິນເພື່ອບຳລຸງມົດລູກກ່ອນການຖືພາເທົ່ານັ້ນ ບໍ່ຄວນກິນຫລັງຈາກຖືພາແລ້ວ ເພາະສ່ຽງຕໍ່ການຕິດເຊື້ອໄດ້ງ່າຍ.
- ໃນໝາກອຶ : ເປັນແຫ່ລງວິຕາມິນ ແລະ ໂປຣຕິນທີ່ເໝາະສົມສຳລັບຜູ້ທີ່ກິນຊີ້ນສັດ ຫລື ປາບໍ່ໄດ້, ອຸດົມໄປດ້ວຍທາດເຫລັກ ເຊິ່ງການກິນເປັນປະຈຳຈະຊ່ວຍເພີ່ມໂອກາດການຖືພາໃຫ້ສູງຂຶ້ນຫລາຍກ່ວາແມ່ຍິງທີ່ບໍ່ໄດ້ກິນເປັນປະຈຳ ເຖິງ 40%, ແຕ່ທາງທີ່ດີ ຄວນຫລີກເວັ້ນການຕື່ມເກືອລົງໄປເພື່ອຫລຸດໂຊດຽມເກີນ ແລະ ອາການບວມນຳ້.
- ມັນຝຣັ່ງ : ນອກຈາກເປັນແຫ່ລງຄາໂບໄຮເດຣດທີ່ດີແລ້ວ ຍັງອຸດົມໄປດ້ວຍວິຕາມິນທີ່ເໝາະສົມສຳລັບບຳລຸງຮັງໄຂ່, ຊ່ວຍປັບຮໍໂມນໃຫ້ດຸ່ນດ່ຽງ ແລະ ປົກກະຕິ ຊ່ວຍໃນການປົກປ້ອງແຊນໄຂ່ຈາກອະນຸມູນອິດສະລະ ຊ່ວຍຫລຸດຄວາມເສື່ອມໃຫ້ແຊນໄຂ່, ຊ່ວຍໃຫ້ການຖືພາໄດ້ງ່າຍຂຶ້ນ ໂດຍສະເພາະແມ່ຍິງທີ່ມີອາຍຸຕໍ່າກ່ວາ 35 ປີ ແລະ ຜູ້ທີ່ມີລູກຍາກ.