ພົກຍ່ຽວອັກເສບ ພະຍາດອັນຕະລາຍທີ່ພະນັກງານຫ້ອງການຄວນລະວັງ.
May 30, 2022 - 10:34 AM
ເຊື່ອວ່າຄົນໄວເຮັດວຽກຫລາຍໆອາດອາດເຄີຍປະສົບບັນຫາວຽກຫຍຸ້ງຈົນບໍ່ມີເວລາພັກ ບາງຄົນເຖິງຂັ້ນຕິດປະຊຸມຈົນບໍ່ມີເວລາພັກເບຣກເພື່ອດື່ມນຳ້ ຫລື ໄປເຂົ້າຫ້ອງນຳ້ ເຊິ່ງພຶດຕິກຳເຫລົ່ານີ້ຖືວ່າທຳຮ້າຍສຸຂະພາບຂອງເຮົາຫລາຍໆ ດົນໄປກໍອາດຈະເຮັດໃຫ້ເປັນພະຍາດພົກຍ່ຽວອັກເສບໄດ້.
- ພົກຍ່ຽວອັກເສບເກີດຈາກການຕິດເຊື້ອຂອງລະບົບຖ່າຍເບົາ ເຊິ່ງອາກາດພົກຍ່ຽວອັກເສບນີ້ມັກພົບໄດ້ຫລາຍໃນແມ່ຍິງ ເນື່ອງຈາກແມ່ຍິງມີທໍ່ຍ່ຽວສັ້ນກ່ວາຜູ້ຊາຍ ຈຶ່ງເຮັດໃຫ້ເຊື້ອພະຍາດຕ່າງໆເຂົ້າໄປໄດ້ງ່າຍກ່ວາ ແລະ ເມື່ອເຊື້ອແບັກທີເຣຍຂະຫຍາຍຕົວຫລາຍກ່ວາສ່ວນທີ່ຖືກໄລ່ອອກມາກັບນຳ້ຍ່ຽວ ກໍເຮັດໃຫ້ເຮົາເປັນພົກຍ່ຽວອັກເສບນັ້ນເອງ.
- ສາເຫດຂອງພົກຍ່ຽວອັກເສບ ບາງຄົນອາດເກີດຈາກການກັ້ນຍ່ຽວ, ອົດຍ່ຽວ, ເວລາປວດຍ່ຽວແລ້ວບໍ່ຍອມໄປຍ່ຽວທັນທີ ມັກຈະອົດໄວ້ດົນໆ, ການນັ່ງຢູ່ໂຕະເຮັດວຽກເປັນເວລາດົນ ຈົນເຮັດໃຫ້ຮ່າງກາຍບໍ່ໄດ້ເຄື່ອນໄຫວ ແມ່ນແຕ່ການດື່ມນຳ້ໃນຕອນກາງເວັນກໍໜ້ອຍເກີນໄປ ສົ່ງຜົນໃຫ້ພົກຍ່ຽວຂອງເຮົາອັກເສບໄດ້ຄືກັນ.
- ອາການຂອງພົກຍ່ຽວອັກເສບທີ່ຄວນສັງເກດ :
- ຮູ້ສຶກແສບ-ອອກຮ້ອນ, ຂັດເວລາຍ່ຽວອອກມາ.
- ຍ່ຽວຫລາຍກ່ວາ 10 ເທື່ອຕໍ່ມື້ ໂດຍສະເພາະໃນຕອນກາງຄືນ.
- ເມື່ອຍ່ຽວສຸດ ອາດມີເຈັບແສບບໍລິເວນປາຍຫລອດທໍ່ຍ່ຽວ.
- ປວດໜ່ວງໆບໍລິເວນທ້ອງນ້ອຍ.
- ຍ່ຽວມີສີ ແລະ ກິ່ນຜິດປົກກະຕິ ໃນບາງຄົນອາດມີເລືອດປົນອອກມາ.
- ວິທີປິ່ນປົວພົກຍ່ຽວອັກເສບ ໂດຍທົ່ວໄປແລ້ວຈະເປັນການກິນຢາຕາມທີ່ແພດສັ່ງ ສ່ວນຫລາຍຈະເປັນຢາປິ່ນປົວທີ່ຕ້ອງຢູ່ໃນການເບິ່ງແຍງແລະການຄວບຄຸມຂອງແພດ ບາງຄົນອາດຈະ 3 – 5 ມື້, ແຕ່ຖ້າຫາກຜູ້ປ່ວຍທີ່ມີອາການຮຸນແຮງກໍອາດຈະຕ້ອງກິນຢາຕໍ່ເນື່ອງດົນ 7 – 10 ມື້.
- ວິທີປ້ອງກັນອາການພົກຍ່ຽວອັກເສບ : ງ່າຍທີ່ສຸດແມ່ນການປັບປ່ຽນພຶດຕິກຳການໃຊ້ຊີວິດໃໝ່ ເຊັ່ນ : ຈາກເມື່ອກ່ອນທີ່ເຄີຍດື່ມນຳ້ໃນແຕ່ລະມື້ໃນປະລິມານໜ້ອຍຈົນເກີນໄປ ກໍຄວນປ່ຽນມາດື່ມນຳ້ໃຫ້ຫລາຍຂຶ້ນ ຫລາຍພຽງພໍ ຢ່າງໜ້ອຍ 6 – 8 ຈອກເພື່ອສຸຂະພາບທີ່ດີ. ນອກຈາກນີ້, ບໍ່ຄວນກັ້ນ ຫລື ອົດຍ່ຽວ ຫາກປວດຍ່ຽວກໍຄວນລຸກໄປຍ່ຽວທັນທີ ບໍ່ຕ້ອງລໍຖ້າ ລວມໄປເຖິງການເຄື່ອນໄຫວຮ່າງກາຍຢູ່ຕະຫລອດ ບໍ່ນັ່ງຢູ່ນິ້ງໆຢູ່ກັບບ່ອນເປັນເວລາດົນໆ.
- ທັງນີ້ ການຮັກສາສຸຂະອະນາໄມກໍຖືເປັນເລື່ອງສຳຄັນ ບໍ່ຄວນຖືເບົາ ເມື່ອຍ່ຽວແລ້ວກໍຄວນເຮັດຄວາມສະອາດອະໄວຍະວະເພດຢູ່ສະເໝີ. ສຳລັບແມ່ຍິງນັ້ນ ຄວນເຮັດຄວາມສະອາດອະໄວຍະວະເພດຈາກທາງໜ້າໄປທາງຫລັງຢູ່ສະເໝີ ເພື່ອຫລຸດການຕິດເຊື້ອຈາກຮູທະວານ ແລະ ຊ່ອງຄອດເຂົ້າສູ່ພົກຍ່ຽວຂອງເຮົາ.