ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ທີ່ເຂດເສດຖະກິດພິເສດບໍ່ເຕ່ນ
May 30, 2022 - 11:00 AM
ວັນທີ 29 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ, ແຂວງຫລວງນ້ຳທາ ມີ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫລວງນໍ້າທາ, ບັນດາການນໍາຂອງແຂວງ, ຂອງເມືອງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ບໍ່ເຕ່ນ, ຜູ້ພັດທະນາເຂດເສດຖະກິດພິເສດ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ.
ຈຸດປະສົງ ຂອງການມາເຮັດວຽກໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ຕິດຕາມ ແລະ ແກ້ໄຂສິ່ງທີ່ຫຍຸ້ງຍາກຄົງຄ້າງໃນການດຳເນີນທຸລະກິດ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເປັນອຸປະສັກກີດຂວາງຕໍ່ການພັດທະນາ ແລະ ການລົງທຶນ ຢູ່ພາຍໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ການດໍາເນີນທຸລະກິດ ແນໃສ່ສ້າງເຂດບໍ່ເຕ່ນແດນງາມ ໃຫ້ເປັນເຂດທີໜ້າຢູ່, ໜ້າທ່ອງທ່ຽວ, ທັງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນບ່ອນສ້າງວຽກເຮັດງານທຳ, ທັງເປັນຖານເກັບລາຍຮັບທີ່ສຳຄັນ ເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືຂອງແຂວງ.
ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄວາມຄືບໜ້າໃນການແກ້ໄຂບັນຫາທີ່ຄົງຄ້າງຢູ່ພາຍໃນເຂດ ໃນໄລຍະຜ່ານມາ ລວມທັງ ແຜນພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມປະຊຸມ ກໍ່ຍັງໄດ້ມີຄຳເຫັນ ແລະ ຂໍ້ສະເໜີ ແລກປ່ຽນ.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານ ໄດ້ຕີລາຄາສູງຕໍ່ການພັດ ທະນາຢູ່ພາຍໃນເຂດ ເຊິ່ງເຫັນວ່າ ເປັນເຂດເສດຖະກິດພິເສດໜຶ່ງ ທີ່ມີການພັດທະນາໄວ ນັ້ນສະແດງໃຫ້ເຫັນຍ້ອນມີ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ພັດທະນາເຂດ, ຄະນະຄຸ້ມ ຄອງເຂດເສດຖະກິດພິເສດ, ອົງການປົກຄອງແຂວງ ກໍ່ຄື ພາກສ່ວນທີ່ກ່ຽວ ຂ້ອງຈາກສູນກາງ; ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເຂດເສດຖະກິດພິເສດ ສືບຕໍ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີບາງຄຳເຫັນຊີ້ນຳໂດຍມອບໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ ສືບຕໍ່ເຮັດໜ້າທີ່ເປັນໃຈກາງປະສານງານ ນຳພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າແກ້ ໄຂບັນຫາ ທີ່ຕິດພັນກັບການສະເໜີຂອງຜູ້ລົງທຶນທັງນີ້ ກໍເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ບົນພື້ນຖານສັນຍາ, ລະບຽບການ ກໍ່ຄື ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ກຳນົດ ດ້ວຍຄວາມໂປ່ງໄສ, ຍຸຕິທຳ ແລະ ບໍລິການດ້ວຍຄວາມວ່ອງໄວ ຜ່ານລະບົບທີ່ທັນສະໄໝ; ສຳລັບບໍລິສັດ ແມ່ນສະເໜີໃຫ້ສືບຕໍ່ປະກອບສ່ວນປະຕິບັດພັດທະນາ ຕາມສັນຍາ ແລະ ຕາມນະໂຍບາຍຂອງພັກ-ລັດຖະບານລາວ ກໍ່ຄື ນິຕິກຳທີ່ກ່ຽວຂ້ອງກ່ຽວກັບການລົງທຶນ ແລະ ການພັດທະນາ ຢູ່ພາຍໃນ ສປປ ລາວ.