ກອງປະຊຸມປຶກສາຫາລືການເພີ່ມອັດຕາການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນລາວ-ຫວຽດນາມ
ທ້າຍອາທິດຜ່ານມານີ້,ກະຊວງການເງິນ, ໄດ້ຈັດກອງປະຊຸມປືກສາຫາລືການເພີ່ມອັດຕາການຖືຮູ້ນຂອງລັດຖະບານລາວຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນລາວ-ຫວຽດນາມ (VLP).
ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະກຳມະການເຈລະຈາຝ່າຍລາວ ພ້ອມດ້ວຍຄະນະ, ມີທ່ານ ຫງວຽນ ແອງຖັງ ປະທານສະພາບໍລິຫານບໍລິສັດຮຸ້ນສ່ວນ ທ່າເຮືອສາກົນລາວ-ຫວຽດ, ພ້ອມດ້ວຍຄະນະ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອໃຫ້ຄະນະສອງຝ່າຍລາວ-ຫວຽດນາມໄດ້ສະເໜີລາຍງານຄວາມຄືບໜ້າ, ພ້ອມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ, ເພື່ອແກ້ໄຂບັນຫາຕ່າງໆທີ່ຕິດພັນທີ່ທັງສອງຝ່າຍຍັງບໍ່ທັນເປັນເອກະພາບກັນ, ພ້ອມທັງກຳນົດທິດທາງໃນຕໍ່ໜ້າກ່ຽວກັບວຽກງານການເພີ່ມອັດຕາການຖືຮຸ້ນຂອງລັດຖະບານລາວຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນລາວ-ຫວຽດ ກໍ່ຄືການຈັດຕັ້ງຜັນຂະຫຍາຍອະນຸສັນຍາ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸ້ງອ່າງສະບັບລົງວັນທີ 6 ທັນວາ 2020.
ເພື່ອສືບຕໍ່ແກ້ໄຂບັນຫາຕ່າງໆບົນພື້ນຖານຮັກສາສາຍພົວພັນມິດຕະພາບ,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ໃຫ້ສຳເລັດຕາມເປົ້າໝາຍ, ຄະນະສອງຝ່າຍລາວ-ຫວຽດນາມໄດ້ເຫັນດີເປັນເອກະພາບເຖິງຄວາມຈຳເປັນໃນການລາຍງານຄວາມຄືບໜ້າວ່າດ້ວຍຜົນການເຈລະຈາ ແລະ ບັນຫາທີ່ຍັງຄົງຄ້າງເຖິງສອງກົມການເມືອງ ແລະ ສະເໜີຂໍທິດຊີ້ນຳເພື່ອແກ້ໄຂບັນດາບັນຫາດັ່ງກ່າວໃຫ້ສຳເລັດຕາມລະດັບຄາດ ໝາຍ.