ເມືອງຫາດ ຄອງແຊ້ມບານເຕະ ນະຄອນຫຼວງລີກ 2 ປະຈຳປີ 2022
May 30, 2022 - 3:00 PM
ທັບນັກເຕະສະໂມສອນ ເມືອງຫາດ ຢູໄນເຕັດ ສ້າງຜົນງານໄດ້ຕາມຄາດໝາຍ ຫຼັງໃນຮອບຊີງຊະນະເລີດ ບຽດເອົາຊະນະ ສະໂມສອນ HBT 941 ເອັບຊີ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ໃນໄລຍະຕໍ່ເວລາພິເສດ 30 ນາທີ ຫຼັງສະເໝີກັນ 1-1 ໃນເວລາປົກກະຕິ ທັງທີ່ເຫຼືອຜູ້ຫຼິ້ນ 10 ຄົນໃນສະໜາມ ຄວ້າແຊ້ມໄປຄອງຢ່າງຍິ່ງໃຫຍ່ ແລະ ເປັນແຊ້ມທຳອິດຂອງສະໂມສອນ ໄດ້ຮັບຂັນຊະນະເລີດ 1 ໜ່ວຍ ພ້ອມຫຼຽນຄຳ ແລະ ເງິນສົດ 30 ລ້ານກີບ. ນອກນັ້ນຍັງກວາດມາໄດ້ອີກ 3 ລາວວັນ ໄດ້ແກ່ທີມດີເດັ່ນ, ດາວຊັນໂວ ແລະ ຄູຝຶກດີເດັ່ນອີກດ້ວຍ.
ການແຂ່ງຂັນເຕະບານ ນະຄອນຫຼວງລີກ 2 ປະຈຳປີ 2022 ແມ່ນໄດ້ເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 19 ມີນາ ເປັນຕົ້ນມາ ຈົນຮອດມື້ນີ້ (28 ພຶດສະພາ) ກໍສຳເລັດລົງຕາມລະດັບຄາດໝາຍ ໂດຍມີທັງໝົດ 10 ສະໂມສອນ ຄື: ເມືອງຫາດ ຢູໄນເຕັດ, HBT 941 ເອັບຊີ, ແຄນລາວ ຢູໄນເຕັດ, ວຽງຈັນ ເອັບທີ, ໄອສະປອດ ເອັບຊີ, ເອັດອີຊີ ຢູໄນເຕັດ, ກະຊວງສາທາລະນະສຸກ ເອັບຊີ, ເອັດທີທີ ເອັບຊີ, ເຄພີເອັດ ເອັບຊີ ແລະ ທຣີນິຕີ ເອັບຊີ. ຊຶ່ງແຂ່ງແບບຄົບກັນໝົດຮອບດຽວ ແລະ ເອົາຄະແນນອັນດັບທີ 1-2 ມາຊີງຊະນະເລີດ.
ຜ່ານການແຂ່ງຂັນຕະຫຼອດ 10 ອາທິດ ຜົນປະກົດວ່າ ສາມາດຄັດເລືອກໄດ້ 2 ທີມ ທີ່ຜ່ານເຂົ້າໄປຊີງຊະນະເລີດ ໂດຍເປັນການໂຄຈອນມາພົບກັນອີກຄັ້ງລະຫວ່າງ ສະໂມສອນ ເມືອງຫາດ ຢູໄນເຕັດ ແລະ ສະໂມສອນ HBT 941 ເອັບຊີ. ໂດຍຄູ່ນີ້ເຄີຍພົບກັນມາແລ້ວເທື່ອໜຶ່ງ ເປັນຝ່າຍ HBT 941 ເອັບຊີ ສາມາດບຽດເອົາຊະນະ ໄປໄດ້ 2-1 ປະຕູ ແຕ່ມາໃນນັດຊີງຊະນະເລີດ ເມືອງຫາດ ຢູໄນເຕັດ ສາມາດລ້າງແຄ້ນໄດ້ສຳເລັດ ດ້ວຍການບຽດເອົາຊະນະມາໄດ້ໃນສະກໍດຽວກັນ 2-1 ປະຕູ ຄວ້າແຊ້ມໄປຄອງຢ່າງຍິ່ງໃຫຍ່ ແລະ ກໍເປັນແຊ້ມທຳອິດຂອງສະໂມສອນອີກດ້ວຍ ໄດ້ຮັບຂັນຊະນະເລີດ 1 ໜ່ວຍ ພ້ອມເງິນຄຳ ແລະ ເງິນສົດ 30 ລ້ານກີບ ແລະ ຮອງຊະນະເລີດ ສະໂມສອນ HBT 941 ເອັບຊີ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 20 ລ້ານກີບ.
ນອກຈາກຄອງຂັນຊະນະເລີດແລ້ວ ເມືອງຫາດ ຢູໄນເຕັດ ຍັງຄວ້າມາໄດ້ເພີ່ມອີກ 3 ລາງວັນຄື: ລາງວັນດາວຊັນໂວ ໄດ້ແກ່ ສຸລິມານ ຄູຣີບາຣີ ຍິງໄດ້ 15 ປະຕູ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ລາງວັນຄູຝຶກດີເດັ່ນ ທ່ານ ເກດສະໜາ ແກ້ວດວງເດດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ ແລະ ລາງວັນທີມດີເດັ່ນ ເມືອງຫາດ ຢູໄນເຕັດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ. ສ່ວນລາງວັນກຳມະການດີເດັ່ນ ຕົກເປັນຂອງອາຈານ ວົງພັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ລາງວັນຜູ້ຮັກສາປະຕູດີເດັ່ນ ທ້າວ ສັນຕິສຸດ ຄຳຜານຸວົງ ຈາກສະໂມສອນ ໄອສະປອດ ເອັບຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ ແລະ ລາງວັນນັກເຕະດີເດັ່ນ ທ້າວ ອາທິດ ຫຼວງລາດ ກອງໜ້າຈາກສະໂມສອນ ເອັດທີທີ ເອັບຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ.
ການແຂ່ງຂັນເຕະບານນະຄອນຫຼວງລີກ 2 ປະຈຳປີ 2022 ໃນເທື່ອນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ຈຳນວນ 250 ລ້ານກີບ, ສະຫະພັນບານເຕະແຫ່ງຊາດລາວ 80 ລ້ານກີບ, ທ່ານ ພິຈິກາ ບຸນກວ້າງ 50 ລ້ານກີບ ແລະ ພາກສ່ວນອື່ນໆອີກຈຳນວນໜຶ່ງ. ສະນັ້ນ, ສະແດງຄວາມຂອບໃຈ ແລະ ຮູ້ບຸນເປັນຢ່າງສູງມາຍັງການນຳນະຄອນຫຼວງວຽງຈັນ ທີ່ໃຫ້ການຊີ້ນຳຢ່າງໃກ້ຊິດຕິດແທດ, ບັນດາປະທານສະໂມສອນທີ່ເຂົ້າຮ່ວມ ແລະ ທີ່ຂາດບໍ່ໄດ້ແມ່ນບັນດາບໍລິສັດຫ້າງຮ້ານຜູ້ໃຫ້ການສະໜັບສະໜູນ ພ້ອມທັງຂອບໃຈມາຍັງກອງເຊຍ ແລະ ແຟນບານຊາວນະຄອນຫຼວງວຽງຈັນ ທີ່ໃຫ້ການຕອບຮັບ ແລະ ສ້າງບັນຍາກາດໃນການແຂ່ງຂັນ, ກອງເຊຍ ແລະ ອື່ນໆ ໃຫ້ມີຄວາມຄຶກຄື້ນ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ