ພົບຊາກເຮືອບິນຂອງ Tara Air ໃນເນປານທີ່ຫາຍໄປແລ້ວ ໂດຍເຮືອບິນຕົກຢູ່ເຂດມຸສຕາງ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ
ວັນທີ 30 ພຶດສະພາ 2022, ກອງທັບເນປານເປີດເຜີຍວ່າ: ໄດ້ພົບຈຸດເກີດເຫດຂອງເຮືອບິນລຳໜຶ່ງຂອງສາຍການບິນ Tara Air ທີ່ຫາຍໄປພ້ອມກັບຜູ້ໂດຍສານ ແລະ ຈຸບິນ 22 ຄົນ ທ່າມກາງສະພາບອາກາດທີ່ມີເມກຫລາຍໃນເນປານເມື່ອວັນທີ 29 ພຶດສະພາແລ້ວ. ຂະນະທີ່ທ່ານ ເຕກ ຣາຊ ສິໂຕລລາ ໂຄສົກສະໜາມບິນນາໆຊາດຕຣິກູວັນ ນະຄອນຫລວງກາມານທຸຂອງເນປານ ເປີດເຜີຍວ່າ: ຫລ້າສຸດທີມກູ້ໄພພົບຜູ້ເສຍຊີວິດແລ້ວ 14 ຄົນ ແລະ ການຄົ້ນຫາບຸກຄົນທີ່ເຫລືອຍັງດຳເນີນຕໍ່ໄປ.
ຂະນະທີ່ທ່ານ ເດໂອ ຊານດຣາ ລາລ ຄາຣນາ ໂຄສົກສຳນັກງານການບິນພົນລະເຮືອນແຫ່ງເນປານ (CAAN) ລະບຸວ່າ: “ມີໂອກາດໜ້ອຍໃນການຄົ້ນຫາຜູ້ລອດຊີວິດ”.
ໂດຍກ່ອນໜ້ານີ້, ທ່ານ ນາຣາຢັນ ຊິລວາລ ໂຄສົກກອງທັບບົກ ລະບຸໃນທະວິດເຕີວ່າ: “ໜ່ວຍຄົ້ນຫາ ແລະ ກູ້ໄພພົບຈຸດເກີດເຫດເຮືອບິນຕົກແລ້ວ” ໂດຍໂພສຮູບຊາກເຮືອບິນທີ່ເຫັນເລກທ້າຍເຮືອບິນໄດ້ຊັດເຈນ ແລະ ຊິ້ນສ່ວນຕ່າງໆຂອງເຮືອບິນກະຈາຍຢູ່ຕາມພູ.
ຕາມລາຍງານຂອງສາຍການບິນ ແລະ ເຈົ້າໜ້າທີ່ທາງການ, ເຮືອບິນລຳນີ້ເປັນເຮືອບິນ De Havilland Canada DHC-6-300 Twin Otter ທີ່ດຳເນີນການໂດຍສາຍການບິນເອກະຊົນ Tara Air ມີຊາວອິນເດຍ 4 ຄົນ, ຊາວເຢຍລະມັນ 2 ຄົນ ແລະ ຊາວເນປານ 16 ຄົນຢູ່ໃນເຮືອບິນ.
ເຮືອບິນລຳນີ້ອອກເດີນທາງຈາກເມືອງໂປຂະ ຫ່າງຈາກເມືອງຫລວງກາມານທຸໄປທາງຕາເວັນຕົກປະມານ 125 ກິໂລແມັດ ມຸ້ງໜ້າໄປທາງເຂດປົກຄອງທ້ອງຖິ່ນຈອມສອມ ເຊິ່ງຢູ່ຫ່າງໄປທາງຕາເວັນຕົກສຽງເໜືອອີກປະມານ 80 ກິໂລແມັດ ໂດຍປົກກະຕິຖ້ຽວບິນນີ້ຈະໃຊ້ເວລາປະມານ 20 ນາທີ, ແຕ່ເຮືອບິນລຳດັ່ງກ່າວພັດຂາດການຕິດຕໍ່ກັບຫໍຄວບຄຸມເມື່ອ 5 ນາທີກ່ອນຈະຮອດກຳນົດລົງຈອດຢູ່ເຂດປົກຄອງທ້ອງຖິ່ນຈອມສອມ ອັນເປັນແຫລ່ງທ່ອງທ່ຽວ ແລະ ສະຖານທີ່ສະແຫວງບຸນ ເຊິ່ງເປັນທີ່ນິຍົມ.
ຈຸດເກີດເຫດເຮືອບິນຕົກຢູ່ໃນພາກພື້ນທີ່ເປັນທີ່ຕັ້ງຂອງພູເຕົາລາກີຣີ ເຊິ່ງເປັນຍອດພູທີ່ສູງເປັນອັນດັບ 7 ຂອງໂລກ ໃກ້ຊາຍແດນເນປານກັບຈີນ.
ສຳລັບການກູ້ໄພນັ້ນ ເຈົ້າໜ້າທີ່ທາງການລະບຸວ່າ: ທະຫານຈາກກອງທັບເນປານ ແລະ ເຈົ້າໜ້າທີ່ກູ້ໄພຄົນອື່ນໆ ກຳລັງປະຕິບັດການໃນພື້ນທີ່ຢ່າງຍາກລຳບາກໃນລະດັບຄວາມສູງປະມານ 14.500 ຟຸດ ໂດຍມີເມກປົກຄຸມໜາແໜ້ນ.
ສ່ວນຂໍ້ມູນຈາກເວັບໄຊຕິດຕາມຖ້ຽວບິນ Flightradar24 ລະບຸວ່າ: ເຮືອບິນທີ່ສູນຫາຍລຳນີ້ມີໝາຍເລກທະບຽນ 9N-AET ແລະ ໄດ້ມີການບິນຄັ້ງທຳອິດໃນເດືອນເມສາ 1979.