ເດັກທຸກຄົນໃນທົ່ວແຂວງອັດຕະປື ສາມາດ ບັນລຸຫລາຍມິຕິ ຂອງຄວາມທຸກຍາກ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2022 ໄດ້ໝູນວຽນມາບັນຈົບຄົບ ຮອບ 97 ປີ, ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງອັດຕະປື ໄດ້ຕາງໜ້າການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ໄດ້ໃຫ້ຄໍາອວຍພອນວ່າ: ຂ້າພະເຈົ້າ ຂໍຝາກຄວາມຮັກແພງແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກຫລານ ທີ່ເປັນອານຸຊົນ ແລະ ເຍົາວະຊົນໃນ ທົ່ວແຂວງ ແລະ ຂໍອວຍພອນ ບັນດາລູກຫລານຈົ່ງມີສຸຂະພາບເຂັ້ມແຂງ ແຂງແຮງ ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ ເພື່ອອະນາຄົດທີ່ດີຂອງລູກຫລານ.
ການສະເຫລີມສະຫລອງວັນເດັກນ້ອຍສາກົນ ໃນທຸກໆປີແມ່ນປຽບດັ່ງປາງບຸນໃຫຍ່ ຂອງເດັກ ນ້ອຍໃນທົ່ວປະເທດ ກໍຄື ເດັກນ້ອຍໃນທົ່ວແຂວງ. ໃນປີນີ້, ເພື່ອດຳເນີນກິດຈະກຳຕ່າງໆ ທີ່ຕິດພັນເຖິງການປູກຕົ້ນໄມ້ແຫ່ງຊາດ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງ ແມ່ຍິງ ແລະ ແມ່-ເດັກ ໄດ້ສົມທົບກັບ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນແຂວງ ກຽມຈັດງານສະເຫລີມສະຫລອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ນັບແຕ່ປີ 2020 ມານີ້ ປະເທດເຮົາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສ້າງຜົນກະທົບອັນໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ລວມທັງ ຕໍ່ສຸຂະພາບ ແລະ ການຮຽນ ຂອງນັກຮຽນໃນລະບົບການຮຽນ-ການສອນ ໃນທົ່ວແຂວງ. ຕໍ່ສະພາບດັ່ງກ່າວ ແຂວງເຮົາກໍໄດ້ເອົາ ໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ–19 ຢ່າງເຄັ່ງຄັດ ເພື່ອແນໃສ່ປ້ອງກັນ ສຸຂະພາບ ຂອງລູກຫລານທີ່ເປັນອະນາຄົດຂອງປະເທດຊາດ.
ວັນເດັກສາກົນ ວັນທີ 1 ມິຖຸນາ ໃນປີນີ້ ເປັນໄລຍະທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍມະກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ຂອງອົງຄະນະພັກແຂວງ ແລະ ຈັດຕັ້ງປະຕິບັດໄລຍະຕົ້ນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ( 2021-2025) ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ, ເມື່ອເວົ້າເຖິງ ວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ການແກ້ໄຂ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໃນຊຸມປີຜ່ານ ມານັ້ນ ໄດ້ມີຜົນສຳເລັດຫລາຍດ້ານ ອັນພົ້ນເດັ່ນ ແມ່ນເດັກທຸກຄົນໃນທົ່ວແຂວງອັດຕະປື ສາມາດບັນລຸຫລາຍມິຕິ ຂອງຄວາມທຸກຍາກ, ທີ່ສຳຄັນ ເດັກໃນທົ່ວແຂວງ ສາມາດມີທີ່ຢູ່ອາໄສທີ່ຮອງຮັບ ຕາມແຕ່ລະລະດັບຂອງຄວາມທຸກຍາກ ບໍ່ມີເດັກເລ້ລ້ອນ ຂາດທີ່ເພິ່ງພາອາໄສ. ພ້ອມນີ້ ກໍໄດ້ນຳພາຕົວແທນເດັກຂອງແຂວງເຂົ້າຮ່ວມກອງປະຊຸມເວທີເດັກລະດັບຊາດ ທີ່ແຂວງຄຳມ່ວນຫລາຍພາກສ່ວນກໍໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິທິເດັກ ໂດຍນໍາໃຊ້ກາລະໂອກາດພັດທະນາທ່າແຮງ ຂອງເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາ ແບບຢືນຍົງ.
ທ່ານ ຮອງເຈົ້າແຂວງອັດຕະປື ກ່າວຕື່ມວ່າ: ເຖິງແມ່ນວ່າວຽກສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກ ຈະມີຜົນສຳເລັດຫລາຍດ້ານກໍຕາມ ແຕ່ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ໂດຍສະເພາະບັນຫາ ຄວາມທຸກຍາກຂາດເຂີນຂອງເດັກນ້ອຍບັນດາເຜົ່າ, ບັນຫາຂາດໂພຊະນາການ, ພາວະດ້ານຂາດສານອາຫານ, ອັດຕາເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນຳໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ, ບັນຫາຄ້າມະນຸດ ແລະ ບັນ ຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ; ນອກນັ້ນ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ໂດຍສະເພາະໃນເຂດຊົນນະບົດ, ຫ່າງໄກສອກຫລີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ, ຫລ້າຫລັງ ເຊິ່ງບັນຫາເລົ່ານີ້ຕ້ອງຮ່ວມແຮງຮ່ວມໃຈ ແກ້ໄຂໃຫ້ນັບມື້ນັບຫລຸດນ້ອຍຖອຍລົງ.
ໃນໂອກາດວັນເດັກສາກົນ 1 ມິຖຸນາ ນີ້, ໃນນາມຕາງໜ້າຄະນະພັກ, ອົງການປົກຄອງ ແຂວງ ແລະ ໃນນາມປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ແຂວງ ຮຽກຮ້ອງທຸກພາກສ່ວນ ໃນຂອບເຂດທົ່ວແຂວງ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ, ການແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຄົງຄ້າງໃນປັດຈຸບັນ ກໍ່ຄືການດູແລເອົາໃຈໃສ່ປົກປ້ອງ, ພັດທະນາ ແລະ ມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບ ພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.