ກະຊວງ ສສກ ສະຫລອງສອງວັນປະຫວັດ ສາດ ລາວ-ຫວຽດນາມ ຢ່າງຟົດຟື້ນ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ຢ່າງເປັນຂະບວນການຟົດຟື້ນ ເມື່ອທ້າຍອາທິດຜ່ານມານີ້ ທີ່ມະຫາວິ ທະຍາໄລແຫ່ງຊາດ ໂດຍມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຫງວຽນ ບຳຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະ ຈຳລາວ ພ້ອມດ້ວຍບັນດາອະດີດພະນັກງານການນໍາ, ຄະນະລັດຖະມົນຕີ, ອະທິການບໍດີ, ຄະນະບໍດີ, ຫົວໜ້າກົມ-ຮອງກົມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ຍົກໃຫ້ເຫັນມູນເຊື້ອອັນປະຫວັດສາດ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ກາຍເປັນຊັບສິນອັນລໍ້າຄ່າ ແຫລ່ງພະລັງອັນປະເສີດທີ່ສຸດ ທັງແມ່ນປັດໄຈສໍາຄັນຍິ່ງ ເພື່ອຮັບປະກັນຜົນສໍາເລັດຂອງການປະຕິ ວັດແຕ່ລະປະເທດ ຊຶ່ງປີ 2022 ເປັນປີແຫ່ງຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ ທັງເປັນປີທີ່ສອງປະເທດພວມເລີ່ມຕົ້ນປະຕິບັດ “ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ”. ໃນໄລຍະ 2021-2030 ກະ ຊວງ ສສກ ກໍໄດ້ມີແຜນການຈັດຕັ້ງສ້າງຂະບວນການ ເພື່ອປະກອບສ່ວນສະເຫລີມສະຫລອງວັນທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ຢູ່ສູນກາງ ທ້ອງຖິ່ນ ແລະ ສະຖານການສຶກສາ ຢ່າງເປັນຂະບວນຟົດຟື້ນ. ພ້ອມກັນນັ້ນ, ກໍຍັງໄດ້ຈັດຕັ້ງການໂຄສະນາທາງສື່ມວນຊົນ, ຈັດງານວາງສະແດງ, ງານພົບປະ, ການປາ ຖະກະຖາ, ຖາມ-ຕອບວິທະຍາສາດ, ຈັດພິມປຶ້ມ ແລະ ສ້າງຮູບເງົາເອກະສານ ກ່ຽວກັບສາຍພົວພັນພິ ເສດ ລາວ-ຫວຽດນາມ ໂດຍສະເພາະແມ່ນໃນຂົງເຂດການສຶກສາ. ທັງນີ້ ກໍເພື່ອຫວນຄືນມູນເຊື້ອປະ ຫວັດສາດ ແລະ ເພື່ອສຶກສາອົບຮົມ ໂຄສະນາປະຊາສໍາພັນໃຫ້ນັກຮຽນ ນັກສຶກສາ ຄູອາຈານ ຜູ້ບໍລິຫານການສຶກສາ ໄດ້ມີຄວາມຮູ້ຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ.
ສຳລັບໃນຂົງເຂດວຽກງານການສຶກສາ ລາວ-ຫວຽດນາມ ໄດ້ມີການພົວພັນຮ່ວມມືຊ່ວຍເຫລືອກັນມາຕັ້ງແຕ່ດົນນານແລ້ວ ໃນສະໄໝສົງຄາມຕໍ່ສູ້ປົດປ່ອຍຊາດ ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງການປະຕິວັດລາວ, ຫວຽດນາມ ໄດ້ຊ່ວຍເຫລືອລາວສ້າງ ແລະ ຂະຫຍາຍການສຶກສາໃນເຂດປົດປ່ອຍຢ່າງຮອບດ້ານ ເຊັ່ນ: ຊ່ວຍລາວສ້າງລະບົບການສຶກສາໃໝ່ຢູ່ເຂດປົດປ່ອຍ, ສົ່ງຊ່ຽວຊານຫວຽດນາມມາຊ່ວຍການສຶກສາລາວໃນທຸກຊັ້ນທຸກສາຍ, ຊ່ວຍອຸປະກອນການຮຽນ-ການສອນ, ຈັດພິມປຶ້ມແບບຮຽນ ແລະ ສະໜອງເອກະສານປະກອບການຮຽນການສອນຕ່າງໆ, ຊ່ວຍກໍ່ສ້າງພະນັກງານລາວຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆຂອງຫວຽດນາມ ເປີດໂຮງຮຽນສາມັນສຶກສາຢູ່ຫວຽດນາມ ເພື່ອສອນນັກ ຮຽນປະຖົມ ແລະ ມັດທະຍົມຂອງລາວ. ການຊ່ວຍເຫລືອໄດ້ຈັດຕັ້ງເປັນຫລາຍຮູບແບບຂອງການກໍ່ສ້າງ ແລະ ບໍາລຸງ: ເປີດການອົບຮົມໄລຍະສັ້ນ ກໍ່ສ້າງໄລຍະຍາວ ກໍ່ສ້າງສະເພາະ ແລະ ກໍ່ສ້າງກັບທີ່ຢູ່ຮາກຖານ ເລີ່ມຈາກການສ້າງກໍາລັງປະກອບອາວຸດຂອງລາວ ບໍາລຸງສ້າງຖັນແຖວພະນັກງານປະຕິວັດ ລຶບ ລ້າງຄວາມບໍ່ຮູ້ໜັງສືໃຫ້ປະຊາຊົນສ້າງລະບົບສາມັນສຶກສາ, ສ້າງຖັນແຖວຄູອາຈານ ແລະ ສ້າງເນື້ອໃນຫລັກສູດການສຶກສາສໍາລັບຊັ້ນຮຽນຕ່າງໆ ທີ່ໃຊ້ພາສາລາວເປັນພາສາໃນການສິດສອນນັບແຕ່ຊັ້ນປະຖົມຈົນຮອດມະຫາວິທະຍາໄລ ຢູ່ເຂດປົດປ່ອຍ.
ນັບແຕ່ປະເທດຊາດ ໄດ້ຮັບການປົດປ່ອຍ ການສ້າງບຸກຄະລາກອນໃຫ້ແກ່ລາວຍິ່ງມີຄວາມຮີບຮ້ອນ ໄດ້ໃຫ້ການຮ່ວມມືຊ່ວຍເຫລືອພັດທະນາການສຶກສາຂອງລາວ ໃຫ້ສາມາດບັນລຸບັນດາມາດຕາລະອຽດກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໃນແຕ່ລະໄລຍະ ແລະ ຜົນງານທີ່ພົ້ນເດັ່ນ ນັບແຕ່ປີ 1982 ເຖິງປີ 2022 ລັດຖະບານລາວ ກໍໄດ້ກໍ່ສ້າງພະນັກງານ ແລະ ນັກສຶກສາໃຫ້ແກ່ຫວຽດນາມ ທັງໝົດ 4.850 ຄົນ ຊຶ່ງຮຽນຂະແໜງການຕ່າງໆໃນມະຫາວິທະຍາໄລແຫ່ງຊາດຂອງລາວ ຕາມເງື່ອນໄຂຕົວຈິງ. ນອກຈາກນັ້ນ, ແຕ່ລະປີ ບັນດາຂະແໜງການສຶກສາ ແລະ ກິລາ ຂັ້ນທ້ອງຖິ່ນ, ບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຂອງສອງປະເທດ ກໍໄດ້ຮ່ວມມືຊ່ວຍ ເຫລືອກັນຢ່າງຮອບດ້ານ ແລະ ໄປມາຫາສູ່ ແລກປ່ຽນບົດຮຽນນໍາກັນຢ່າງຕໍ່ເນື່ອງ.
ໂອກາດດຽວກັນ, ທ່ານ ຫງວຽນ ບຳຮຸ່ງ ໄດ້ກ່າວວ່າ: ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈຄວາມສາມັກຄີມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນຂອງ ປະຊາຊົນສອງຊາດ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ ແລະ ຄວາມສາມັກຄີມິດຕະພາບອັນເລິກເຊິ່ງ ມາຍັງຂະແໜງການສຶກສາຂອງ ສປປ ລາວ ປີ 2022 ເປັນປີສຸດທີ່ມີຄວາມໝາຍສໍາຄັນສໍາລັບຫວຽດນາມ-ລາວ ກໍຄືສາຍພົວພັນສອງຊາດ ເປັນປີທໍາອິດທີ່ສໍາຄັນຂອງການຜັນຂະຫຍາຍບັນດາຍຸດທະສາດ ສັນຍາຮ່ວມມືສອງຝ່າຍຫວຽດນາມ-ລາວ ໄລຍະ 2021-2025 ໃນສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປຢ່າງວ່ອງໄວ ສັບສົນ ຄາດຄະເນຍາກ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ບັນດາປະເທດ. ໃນນັ້ນ, ຫວຽດນາມ ແລະ ລາວ ໄດ້ຮັບຜົນກະທົບແຮງສົມຄວນຕໍ່ການຮ່ວມມືຂອງສອງປະເທດ ແຕ່ດ້ວຍຄວາມພະຍາຍາມອັນສູງສົ່ງການຮ່ວມມື ລາວ-ຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນ ລຸບັນດາໝາກຜົນທີ່ສໍາຄັນໃນທຸກຂົງເຂດ.
ສະເພາະດ້ານການສຶກສາ ແຕ່ລະປີຫວຽດນາມໃຫ້ທຶນການສຶກສາແກ່ລາວ ຫລາຍກວ່າ 1.000 ທຶນ ທັງການສຶກສາ ໄລຍະສັ້ນ ແລະ ໄລຍະຍາວ; ປັດຈຸບັນມີພະນັກງານ ນັກສຶກສາລາວທີ່ກໍາລັງຮຽນຢູ່ຫວຽດນາມຫລາຍກວ່າ 16.000 ຄົນ ແລະ ນັກສຶກສາຫວຽດນາມ ຫລາຍຮ້ອຍຄົນແມ່ນກໍາລັງຮຽນຢູ່ມະຫາວິທະຍາໄລຂອງລາວ, ກະຊວງສຶກສາໄດ້ຕັ້ງໜ້າສົມທົບຜັນຂະຫຍາຍແຜນການປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນ ການຮ່ວມມືຂອງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ຫວຽດນາມ-ລາວ ໄລຍະ 2021-2030” ໃນນັ້ນສຸມໃສ່ການເປີດກວ້າງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານຫວຽດນາມ-ລາວ ຈົ່ງແຕກດອກອອກຜົນ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ເພື່ອເປັນການຮ່ວມສະຫຼອງວັນດັ່ງກ່າວໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ນອກຈາກຈັດໃຫ້ມີການພົບປະແລກປ່ຽນຄຳຄິດຄຳເຫັນແລ້ວ ກໍຍັງໄດ້ມີການແຂ່ງຂັນກິລາເປຕັງມິດຕະພາບ ລະຫວ່າງກະຊວງ ສສກ ແລະ ສະຖານທູດຫວຽດນາມ ອີກດ້ວຍ.