ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເບີກຈ່າຍຄ່າຊົດຊົດເຊີຍຜູ້ຖືກຜົນກະທົບຕົວຈິງແລ້ວ 1.419 ຕື້ກີບ ຍັງຄ້າງ 296 ຕື້ກວ່າກີບ
ໃນວັນທີ 26 ເມສາ ນີ້ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບການຕິດຕາມ, ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເລີ່ມແຕ່ຫົວທີ ໃນໄລຍະເວລາ 5 ປີຜ່ານມາ (2016-2021) ທີ່ຫ້ອງປະຊຸມແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ -ອົງການກວດກາແຫ່ງລັດ; ມີຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງແລະມີຫົວໜ້າຄະນະສະເພາະກິດສືບຕໍ່ຕິດຕາມ, ກວດກາການປະຕິບັດສັນຍາ ໂຄງການກໍ່ ສ້າງທາງລົດໄຟລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.
ກອງປະຊຸມ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກ ງານຕິດຕາມ-ກວດກາໃນໄລຍະ 5 ປີຜ່ານມາ ກໍຄືບັນດາຄາດໝາຍ ທີ່ໄດ້ວາງອອກໃຫ້ເລິກເຊິ່ງ ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງທັງ ຕໍ່ຜົນສຳເລັດ ທີ່ຍາດມາໄດ້ ທັງໃນດ້ານຈຸດອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງປັບ ປຸງແກ້ໄຂ, ສະຫຼຸບໃຫ້ເຫັນສາເຫດ ແລະ ບົດຮຽນຕົວຈິງ. ພ້ອມກັນນັ້ນ, ຍັງມີການປະກອບຄຳເຫັນ ຕໍ່ທິດທາງຄາດ ໝາຍສູ້ຊົນໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2027 ຊຶ່ງເປັນໄລຍະແຫ່ງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຕັ້ງໜ້າ.
ທີ່ກອງປະຊຸມທ່ານ ສຸກຄໍາເພັດ ເຮືອງບຸດສີ ຫົວໜ້າຄະ ນະສະເພາະກິດສືບຕໍ່ຕິດຕາມ, ກວດກາ ການປະຕິບັດສັນ ຍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນວຽກງານຕິດຕາມ, ກວດກາໂຄງການກໍ່ ສ້າງທາງລົດໄຟລາວ-ຈີນເລີ່ມແຕ່ໄລຍະ 5 ປີ(2016-2021) ແລະ ທິດທາງແຜນການແຕ່ປີ 2022-2027 ຊຶ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຕິດຕາມ, ກວດກາໃນໄລຍະຜ່ານມາວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນລັດຖະບານຂອງສອງປະເທດໄດ້ລົງນາມເຊັນສັນຍາ ວ່າດ້ວຍການພັດທະນາພື້ນຖານໂຄງລ່າງທາງລົດໄຟລາວ-ຈີນ ວັນທີ 13 ພະຈິກ 2015 ແລະ ສັນຍາວ່າດ້ວຍສິດສຳປະທານຂອງໂຄງການກໍ່ສ້າງທາງລົດໄຟລາວ- ຈີນ ຄັ້ງວັນທີ 20 ທັນວາ 2016, ມູນຄ່າການລົງທຶນທັງໝົດ 37,4 ຕື້ຢວນ ຫຼື ປະມານ 5.986 ລ້ານໂດລາໃນນີ້ຝ່າຍລາວ ຖືຮຸ້ນ 30% ແລະ ຝ່າຍຈີນຖືຮຸ້ນ 70% ຊຶ່ງລວມຄວາມຍາວທັງໝົດ 426 ກິໂລແມັດ. ໂຄງການກໍ່ສ້າງທາງລົດໄຟລາວ- ຈີນ ໄດ້ມີນິຕິກໍາ, ມີກົດໝາຍ, ສັນຍາ ວ່າດ້ວຍການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟລາວ-ຈີນ, ສັນຍາວ່າດ້ວຍສໍາປະທານ ແລະນິຕິກໍາອື່ນໆທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິ ບັດ. ຕິດຕາມ, ກວດກາການນໍາເຂົ້າວັດສະດຸ, ພາຫະນະ, ກົນຈັກ, ນໍ້າມັນເຊື້ອໄຟ ແລະ ການນໍາເຂົ້າແຮງງານຂອງໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ. ຕິດຕາມ, ກວດກາການເບີກຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກຜົນກະທົບ: ຕາມໂຕເລກການສະຫຼຸບຂອງຄະນະຄຸ້ມຄອງໂຄງການ ຮອດເດືອນມີນາ 2022 ໄດ້ຈ່າຍເຂົ້າບັນຊີຂອງຄະນະໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫຼວງແລ້ວ 1.716 ຕື້ກີບ, ໃນນີ້ໄດ້ເບີກຈ່າຍປະຊາ ຊົນຜູ້ຖືກຜົນກະທົບຕົວຈິງແລ້ວ 1.419 ຕື້ກີບ ຍັງຄ້າງເບີກ ຈ່າຍໃຫ້ປະຊາຊົນຜູ້ຖືກຜົນກະທົບຕົວຈິງ 296 ຕື້ກວ່າກີບ ແລະຍັງສືບຕໍ່ສະຫຼຸບສັງລວມຂໍ້ມູນຜູ້ທີ່ຖືກຜົນກະທົບຢູ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນຍັງບໍ່ທັນສຳເລັດ.
ການແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສາມາດແກ້ໄຂໄດ້ຈຳນວນໜຶ່ງ ແຕ່ຍັງຈໍານວນຫຼາຍທີ່ບໍ່ສາມາດເເກ້ໄຂໄດ້ຄື: ບັນຫາທາງລົດໄຟຕັດກັບທາງຫຼວງແຫ່ງ ຊາດ, ທາງຫຼວງທ້ອງຖິ່ນ, ທາງເຂົ້າເຂດທຳການຜະລິດ, ຮ່ອງລະບາຍນ້ຳ, ຊົນລະປະທານ, ຈຸດຖົມດິນ, ເຮືອນແຕກ ແຫງ ແລະ ອື່ນໆທີ່ບໍລິສັດທາງລົດໄຟລາວ-ຈີນ ຕ້ອງໄດ້ເອົາ ໃຈໃສ່ສືບຕໍ່ແກ້ໄຂ. ນອກຈາກນີ້, ຜູ້ແທນເຂົ້າຮ່ວມກອງປະ ຊຸມ ໄດ້ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາຕາມການຈັດຕັ້ງປະຕິບັດວຽກງານຕົວຈິງຕໍ່ບົດສະຫຼຸບຖອດ ຖອນບົດຮຽນ ແລະ ທິດທາງແຜນການໃນຕໍ່ໜ້າ.
ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໜັກໃຫ້ສືບຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄ້າງ ຈາກຜົນການກວດກາ ຕ້ອງດໍາເນີນບົນພື້ນຖານການປຶກສາຫາລືກັບຄູ່ຮ່ວມພັດທະນາຕາມລະດັບຕ່າງໆ ທີ່ເໝາະສົມແຕ່ລະກໍລະນີ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນດ້ວຍເຫດຜົນ ແລະຄວາມເປັນ ຈິງ; ຄົ້ນຄວ້າ, ໄຈ້ແຍກ ແລະ ຕີຄວາມໝາຍໃຫ້ຖືກຕ້ອງ, ເອກະພາບຕໍ່ບັນດາເອກະສານທີ່ເປັນສັນຍາລວມ ແລະສັນ ຍາຍ່ອຍຕ່າງໆ; ສືບຕໍ່ຕິດຕາມ-ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບ ທີ່ນອນໃນຂອບ ທີ່ໄດ້ເອກະພາບກັນແລ້ວໃຫ້ສຳເລັດລຸລ່ວງໄວ; ສືບຕໍ່ຊຸກຍູ້, ປະ ສານງານແຂງແຮງຕື່ມອີກໃນການແກ້ໄຂຂໍ້ຂັດແຍ່ງໃນການຊຳລະສະສາງມູນຄ່າໜ້າວຽກ ທີ່ບໍລິສັດຮັບເໝົາ ຕໍ່ຊ່ວງກັບບໍລິສັດຮັບເໝົາຫຼັກ ແລະ ສະເໜີພາກສ່ວນກ່ຽວຂ້ອງ ທີ່ມີໜ້າທີ່ຄຸ້ມຄອງໂດຍກົງຕໍ່ການຈັດຕັ້ງ ແລະເຄື່ອນໄຫວ ຂອງ ບໍລິສັດຮ່ວມທາງລົດໄຟລາວ-ຈີນ ເພື່ອປຶກສາຫາລືຫາທາງອອກແກ້ໄຂບັນດານິຕິກໍາ, ກົນໄກບໍລິຫານຈັດການພາຍໃນ ແລະ ແບບແຜນໃນການເຄື່ອນໄຫວຢູ່ພາຍໃນບໍລິສັດໃຫ້ມີຄວາມເອກະພາບ, ສະສາງບັນຫາຄົງຄ້າງ, ປັບປຸງຄຸນນະ ພາບຂອງການບໍລິຫານໂຄງການເພີ່ມຜົນປະໂຫຍດຂອງຝ່າຍຕ່າງໆ ແລະ ສັງຄົມ.