ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ

ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - WhatsApp Image 2022 05 28 at 6 - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ
ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - kitchen vibe - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ

ໂດຍ: ທິດກໍ່າ
ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ, ສະເພາະຂະບວນການປູກຕົ້ນໄມ້ປີນີ້ ອາດແຕກຕ່າງກັບປີຜ່ານມາ ຍ້ອນວ່າປີນີ້ມັນຕິດພັນກັບການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ແຕ່ແນວໃດກໍດີ, ອີງຕາມແຜນປູກຂອງລັດຖະບານ ກໍຄືກະຊວງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຢືນຢັນວ່າຈະປູກໃຫ້ໄດ້ເຖິງ 37.200ເຮັກຕາໃນຂອບເຂດທົ່ວປະເທດ.ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ ນິຕິບຸກຄົນ 5.000 ເຮັກຕາ. ນອກຈາກຕົວເລກໃນແຜນປູກຢ່າງເປັນທາງການແລ້ວ ກໍຄົງບໍ່ປະຕິເສດໄດ້ຕໍ່ການປູກແບບກະແຈກກະຈາຍຂອງປະຊາຊົນບັນດາເຜົ່າໃນແຕ່ລະທ້ອງຖິ່ນເຂດແຂວງຕ່າງໆໃນທົ່ວປະເທດເຊັ່ນ: ປູກຕາມຫົວໄຮ່ປາຍນາ, ປູກຕາມສວນ, ປູກຕາມເດີ່ນບ້ານທີ່ປຸກສ້າງໃໝ່ ແລະ ບ່ອນອື່ນໆ. ພາບພົດທີ່ພົ້ນເດັ່ນທີ່ສຸດກໍແມ່ນການປູກຢາງພາລາ ນັບທັງໝາກໄມ້ກິນໝາກ, ປະເພດຕົ້ນໄມ້ອຸດສາຫະກຳ ທັງຜະລິດແປຮູບເປັນສິນຄ້າ.

ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - Visit Laos Visit SALANA BOUTIQUE HOTEL - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ
ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - Visit Laos Visit SALANA BOUTIQUE HOTEL - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ປ່າໄມ້ມີຄຸນປະໂຫຍດຫລາຍດ້ານຕໍ່ພວກເຮົາ ແລະ ປະເທດຊາດບ້ານເມືອງ ເຊິ່ງກ່ອນອື່ນໝົດແມ່ນໃຫ້ສີຂຽວ, ໃຫ້ອາກາດສົດ, ໃຫ້ຄວາມຊຸ່ມຊື່ນ. ນອກຈາກນັ້ນ ກໍເປັນສິນຄ້າທີ່ສ້າງຮັ່ງຄູນມີໃຫ້ແກ່ປະເທດຊາດໃນທຸກດ້ານ. ປະເທດຊາດມີປ່າໄມ້ດົກໜາຫລາຍເທົ່າໃດ ກໍຍິ່ງອຸດົມສົມບູນໄປດ້ວຍສັດສາວາສິ່ງ, ຊີວະນາໆພັນ ແລະ ສະພາບອາກາດສິ່ງແວດລ້ອມກໍສົດຊື່ນປອດພະຍາດບາດເຍົາ ທັງອຸດົມສົມບູນໄປດ້ວຍເຂົ້າປາອາຫານ ແລະ ບໍ່ມີໄພທຳມະຊາດມາບຽດບຽນ. ໃນສະໄໝກ່ອນໜ້ານີ້ຫລາຍທົດສະວັດ ປະເທດຊາດຂອງພວກເຮົາອຸດົມສົມບູນໄປດ້ວຍປ່າໄມ້ດົກໜາ ນັບທັງສັດສາວາສິ່ງຊີວະນາໆພັນກໍຫລາກຫລາຍ 80-90% ແມ່ນພື້ນທີ່ສີຂຽວໃນຂອບເຂດທົ່ວປະເທດ.

ແຕ່ມາຮອດປັດຈຸບັນນີ້ ດ້ວຍເງື່ອນໄຂ ແລະ ປັດໄຈຫລາຍຢ່າງ ເຮັດໃຫ້ສະພາບປ່າໄມ້ກຸດຫ້ຽນລົງໃນແຕ່ລະໄລຍະ ເປັນຕົ້ນສາເຫດອັນທີໜຶ່ງຍ້ອນຄວາມຈຳເປັນໃນການສ້າງສາພັດທະນາ, ອັນສອງມາກໍແມ່ນເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນພົນລະເມືອງທີ່ນັບມື້ເພີ່ມຂຶ້ນໃນແຕ່ລະປີ ແລະ ອັນສຸດທ້າຍກໍຍ້ອນວ່າໄມ້ໄດ້ກາຍເປັນສິນຄ້າອັນດັບແຖວໜ້າຂອງໂລກ ຈຶ່ງເຮັດໃຫ້ພວກທີ່ຫາກິນນຳໄມ້ພາກັນຕັດເອົາໄປຂາຍຢ່າງບໍ່ອັ້ນ ຈຶ່ງເປັນເຫດໃຫ້ປ່າໄມ້ກຸດຫ້ຽນໄປແຕ່ລະໄລຍະຈົນບາງບ່ອນຍັງເຫລືອປ່າເລົ່າ ແລະ ພູປອກໂຫລ້ນ.

ເຖິງຢ່າງໃດກໍດີ, ເມື່ອເປັນຄືສະພາບດັ່ງກ່າວ ເພື່ອແກ້ໄຂບັນຫາປ່າໄມ້ກຸດຫ້ຽນຊຸດໂຊມນັບແຕ່ຊຸມປີ 2000 ເປັນຕົ້ນມາ ພັກ ແລະ ລັດຖະບານໄດ້ມີແຜນຟື້ນຟູປ່າມາເປັນໄລຍະຕາມແຜນຄາດກະມາຮອດປີ 2020 ທີ່ຜ່ານມາ ຕ້ອງໃຫ້ມີພື້ນທີ່ສີຂຽວກວມ 70% ຂອງພື້ນທີ່ໃນທົ່ວປະເທດ ເຊິ່ງມາຮອດປັດຈຸບັນເຖິງວ່າຍັງບໍ່ທັນໄດ້ຕາມຄາດໝາຍກໍຕ້ອງໄດ້ພ້ອມກັນຮ່ວມແຮງຮ່ວມໃຈກັນປູກໃນແຕ່ລະປີບໍ່ໃຫ້ຂາດ. ຄາດວ່າຖ້າປູກໄປແລ້ວ ພ້ອມກັນຄຸ້ມຄອງບົວລະບັດຮັກສາ ບໍ່ໄວກໍຊ້າປ່າສີຂຽວຢູ່ເມືອງລາວຕ້ອງຫວນກັບມາເປັນພື້ນທີ່ສີຂຽວຢ່າງແນ່ນອນ.

ເອົາເທາະ! ແຜນການປູກຕົ້ນໄມ້ຂອງປະເທດເຮົາແຕ່ລະປີກໍຄືດັ່ງທີ່ເວົ້າມາ ຖ້າທຽບໃສ່ແຜນການຂອງແຕ່ລະປີ ກັບແຜນນະໂຍບາຍຂອງລັດທີ່ຈະສ້າງໃຫ້ເປັນທິດສີຂຽວຍືນຍົງນັ້ນເໝືອນຈະໄດ້ໂດຍງ່າຍ ແຕ່ກໍຍັງມີສິ່ງທີ່ບໍ່ເປັນໄປຕາມແຜນ ແລະ ຍັງມີສິ່ງທີ່ຄ້າງຄາຫລາຍຢ່າງເຊັ່ນ ການປູກແລ້ວບໍ່ຮັກສາ, ເວົ້າແຕ່ຈຳນວນ, ລາຍງານແຕ່ເນື້ອທີ່ ແຕ່ປູກຕົວຈິງ ການປະຕິບັດແທ້ພັດບໍ່ເຫັນຜົນ.

ດັ່ງນັ້ນ, ເພື່ອເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດໄປລ້ວບໍ່ສູນເປົ່າປະໂຫຍດ ຂໍໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ປະຕິບັດ, ເຮັດແທ້ທຳຈິງ, ມີການປະເມີນຜົນພາຍຫລັງປູກໄປແລ້ວ ວ່າແຕ່ລະແີຍັງເຫລືອຈັກຕົ້ນ ແລະ ຄວນເຮັດແນວໃດເພື່ອໃຫ້ສິ່ງທີ່ປູກໄປນັນໄດ້ແທ້.

ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - 4 - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ
ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - 5 - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ
ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ - 3 - ສ່ວນຫລາຍເຮົາເວົ້າແຕ່ແຜນການປູກ ແຕ່ບໍ່ມີການປະເມີນຄືນຫລັງວ່າປູກແລ້ວຍັງເຫລືອຈັກຕົ້ນ