ເລວານດອບສະກີ ປະກາດຢືນຢັນລາ ບາເຢິນ ມິວນິກ ແລ້ວ
ໂຣເບີດ ເລວານດອບສະກີ ກອງຫນ້າທີມ ບາເຢິນ ມິວນິກ ອອກມາປະກາດຢ່າງສຽງດັງວ່າ ຫມົດເວລາການຄ້າແຄ່ງກັບ ບາເຢິນ ມິວນິກ ແລ້ວ ແລະ ບໍ່ຄິດຮັບໃຊ້ທີມດັງຂອງລີກເຢຍລະມັນໃນລະດູການຫນ້າຢ່າງແນ່ນອນ.
ເລວານດອບສະກີ ກອງຫນ້າທີມຊາດໂປແລນ ຕົກເປັນຂ່າວອຳລາຖິ່ນ ອັລລີອັນ ອາຣີນາ ໃນລະດູການນີ້ ຫລັງລົງຫລິ້ນໃຫ້ຍອດທີມແຫ່ງບາວາເຣຍ ມາຍາວນານ 8 ປີປີທ່າມກາງການຖືກລະບຸວ່າ ລາວຕ້ອງການ ຍ້າຍໄປຊີມລົດຊາດຄວາມທ້າທາຍໃນລີກສະເປນກັບບາເຊໂລນາ.
ຫລ້າສຸດ ວັນທີ 30 ພຶດສະພາ ດາວຍິງອາຍຸ 33 ປີ ໄດ້ອອກມາກ່າວຢ່າງຊັດເຈນເປັນທີ່ຮຽບຮ້ອຍແລ້ວວ່າ ຕ້ອງການ ຍ້າຍອອກຈາກທີມແຊ໊ມ ບຸນເດສລີກາ ແທ້ ໂດຍລະບຸວ່າບໍ່ມີຄວາມເປັນໄປໄດ້ອີກແລ້ວທີ່ລາວຈະລົງຫລິ້ນໃຫ້ ບາເຢິນ ມິວນິກ ໃນລະດູການຫນ້າ.
‘‘ ເວລາຂອງຂ້ອຍທີ່ ບາເຢິນ ມິວນິກ ສິ້ນສຸດລົງແລ້ວ ຂ້ອຍເບິ່ງບໍ່ເຫັນຄວາມເປັນໄປໄດ້ເລີຍທີ່ຂ້ອຍຈະ ຫລິ້ນຢູ່ກັບສະໂມສອນແຫ່ງນີ້ອີກຕໍ່ໄປ, ຂ້ອຍເຊື່ອວ່າ ບາເຢິນ ມິວນິກ ບໍ່ຄິດດຶງຂ້ອຍເອົາໄວ້ແນ່ນອນ ການຍ້າຍທີມຄືການແກ້ບັນຫາທີ່ດີທີ່ສຸດ ຂ້ອຍຫວັງວ່າພວກເຂົາຈະບໍ່ຂວາງຂ້ອຍ ’’.
ຕໍ່ການປະກາດດັ່ງກ່າວ ເຊື່ອແນ່ນອນ ເລວານດອບສະກີ ຈະໄດ້ຮັບການທາບທາງຈາກຫລາຍທີມດັງໃນຢູໂຣບ ເຖິງວ່າລາວຈະຖືກເຊື່ອມໂຊງກັບ ບາເຊໂລນາ ຫລາຍທີ່ສຸດກໍຕາມ ເນື່ອງຈາກ ໄມ ບາເທລ ອະດີດໂຕແທນຂອງລາວເຄີຍອອກມາກ່າວເມື່ອບໍ່ດົນນີ້ວ່າ ລາວຢາກຍ້າຍໄປຫລິ້ນທີ່ ຣຽວ ມາດຣິດ.
ແລະ ທີ່ສຳຄັນ ຣຽວ ມາດຣິດ ພາດການໄດ້ຕົວ ຄີລຽນ ເອັມບັບເປ ກອງຫນ້າທີມ ປາຣີ ແຊັງ ແຊັກແມັງ ເຊິ່ງຕົກລົງຕໍ່ສັນຍາກັບສະໂມສອນ ໃນລີກ ເອິງ ນຳອີກ, ຈຶ່ງອາດເປັນໄປໄດ້ວ່າ ຣຽວ ມາດຣິດ ຈະຍື່ນຂໍ້ສະເຫນີໃຫ້ລາວພິຈາພິລະນາ.
ຂະນະດຽວກັນ ເຊລຊີ ກໍເປັນຫນຶ່ງທີມທີ່ມີຂ່າວກັບ ເລວານດອບສະກີ ເນື່ອງຈາກທີມເສດຖີ ພຣີເມຍລີກ ກຽມປ່ອຍ ໂຣເມລູ ລູກາກູ ກັບຄືນໃຫ້ ອິນເຕີ ມິລານ ເຊິ່ງໃກ້ຈະສຳເລັດກັນອີກຮອບຫນຶ່ງ ແລະ ສົ່ງຜົນໃຫ້ ເຊລຊີ ຈຳຕ້ອງຊອກຫາດາວຍິງຄົນໃຫມ່ມາແທນ ເຊັ່ນດຽວກັນ.
ສຳລັບ ເລວານດອບສະກີ ມີຜົນງານລົງຫລິ້ນໃຫ້ ບາເຢິນ 374 ນັດ ແລະຍິງໄປໄດ້ 344 ລູກ ແລະ ໄດ້ແຊ໊ມ ບຸນເດສລີກາ ມາປະດັບບາລະມີເປັນປະຈຳທຸກລະດູການ ລວມເຖິງໄດ້ແຊ໊ມ ແຊ໊ມປຽນລີກ ມາຄອງເຊັ່ນດຽວກັນໃນປີ 2020.