ຂໍ້ຜິດພາດໃນການສຳພາດວຽກ ບໍ່ປະສົບຜົນສຳເລັດ
ຫລັງຈາກທີ່ຍື່ນຊີວະປະຫວັດໄປພ້ອມກັບໃບສະໝັກວຽກແລ້ວ ສິ່ງທີ່ຄົນທີ່ກຳລັງຊອກວຽກທຸກຄົນຄາດຫວັງຫລັງຈາກນັ້ນຄື ການເອີ້ນໄປສຳພາດ ຖ້າຫາກເຈົ້າໄດ້ຮັບການຕິດຕໍ່ກັບໄປ ແລະ ໄດ້ຮັບໂອກາດໃຫ້ເຂົ້າໄປສຳພາດແລ້ວ ຖືເປັນຂ່າວດີວ່າກຳລັງຈະມີວຽກເຮັດແລ້ວ ແຕ່ຢ່າລືມວ່າອີກເຄິ່ງທາງທີ່ເຫລືອແມ່ນຢູ່ທີ່ການສຳພາດກຳລັງຈະເກີດຂຶ້ນ ເຊິ່ງເຫດການຕໍ່ຈາກນີ້ເປັນສິ່ງຕັດສິນວ່າເຈົ້າຈະໄດ້ໄປຕໍ່ ຫລື ຕ້ອງໄດ້ນັບໜຶ່ງໃໝ່ອີກຄັ້ງ
ມີຫລາຍຄົນທີ່ໄປສຳພາດນຳບໍລິສັດຕ່າງໆແຕ່ເປັນຫຍັງຈຶ່ງບໍ່ໄດ້ເຂົ້າເຮັດວຽກຈັກເທື່ອ ຫລາຍຄົນເລີ່ມຊອກຫາຄຳຕອບໄດ້ແລ້ວວ່າເປັນຫຍັງຕົນເອງຈຶ່ງຜິດພາດຕະຫລອດ ຖ້າເຮົາທົບທວນຕົນເອງຈົນມາຮອດຈຸດນີ້ໄດ້ ສະແດງວ່າເຈົ້າມາຖືກທາງແລ້ວ ບົດຄວາມນີ້ຈະຍົກເອົາຂໍ້ຜິດພາດໃນການສຳພາດ ທີ່ເຮັດໃຫ້ເຈົ້າພາດໂອກາດນັ້ນໄປ ຕໍ່ໄປນີ້ເຈົ້າຈະໄດ້ພະຍາຍາມຫລີກລ່ຽງໃນຂໍ້ຜິດພາດດັ່ງກ່າວ
- ບໍ່ກຽມຂໍ້ມູນ ແລະ ບໍ່ມີຄວາມພ້ອມໃນການສຳພາດ
ໂດຍສະເພາະຄົນທີ່ຄິດວ່າຕົນເອງເຄີຍສຳພາດມາກ່ອນແລ້ວ ເຈົ້າອາດຄິດວ່າເຈົ້າມີໂອກາດໄດ້ສຳພາດຢູ່ຕະຫລອດ ຈຶ່ງບໍ່ມີຫຍັງຕ້ອງກະກຽມ ແຕ່ມັນເປັນຄວາມຄິດທີ່ຜິດ ເພາະການສຳພາດໃນແຕ່ລະເທື່ອ ຕ່າງບໍລິສັດ ຕ່າງຄົນສຳພາດ ສະຖານະການ ແລະ ປັດໄຈພາຍນອກມັນບໍ່ຄືກັນ ສິ່ງທີ່ເຈົ້າຕ້ອງເຕືອນຕົນເອງຢູ່ສະເໝີຄື ຄົນອື່ນທີ່ຍ່າງຫອບເອກະສານເຂົ້າມາສຳພາດພ້ອມກັບເຈົ້າ “ເຂົາຄືຄູ່ແຂ່ງ” ທີ່ເຈົ້າບໍ່ມີທາງຮູ້ເລີຍວ່າເຂົາກຽມຄວາມພ້ອມມາສໍ່າໃດ ເຊິ່ງຖ້າເຂົາກຽມຕົວ ແລະ ມີຄວາມພ້ອມກວ່າເຈົ້າ ເຈົ້າຈະເອົາຊະນະເຂົາໄດ້ແນວໃດ ບາງຄົນນອກຈາກຈະບໍ່ກຽມເລື່ອງຂໍ້ມູນເບື້ອງຕົ້ນແລ້ວ ຍັງບໍ່ກຽມຄວາມພ້ອມຂອງຕົນເອງອີກ ເພາະປະໝາດວ່າຕ້ອງຕອບໄດ້ຢູ່ແລ້ວ ແຕ່ຖ້າຫາກເຈົ້າພົບກັບບັນຫາທີ່ບໍ່ຄາດຄິດຈົນບໍ່ໄດ້ທັນຕັ້ງສະຕິ ຈະເຮັດໃຫ້ເຈົ້າບໍ່ພ້ອມ ເຮັດໃຫ້ເຈົ້າບໍ່ໜັ້ນໃຈ ແລະ ຈະເຮັດໃຫ້ເຈົ້າໄປຕໍ່ບໍ່ໄດ້
- ຄວບຄຸມຕົນເອງບໍ່ໄດ້
ຄວາມສາມາດໃນການຄວບຄຸມອາລົມຕົນເອງເປັນທັກສະຄວາມສະຫລາດທາງອາລົມ ເຊິ່ງທຸກວັນນີ້ບໍລິສັດໃດໆກໍຊອກຫາໃນຕົວຂອງຜູ້ສະໝັກງານ ຖືວ່າເປັນ Soft Skill ທີ່ສຳຄັນຕໍ່ການເຮັດວຽກແບບວ່າມີແຕ່ IQ ນັ້ນມັນຍັງບໍ່ພໍ ເຈົ້າຕ້ອງມີຄວາມສະຫລາດທາງອາລົມອີກດ້ວຍ ເພາະມັນຄືທັກສະທີ່ຊ່ວຍໃຫ້ເຈົ້າເຮັດວຽກຢ່າງເປັນມືອາຊີບ ແລະ ມີຄວາມໝັ້ນຄົງໃນການເຮັດວຽກ, ເມື່ອເຈົ້າຢູ່ໃນສະຖານະການຕອນສຳພາດອາລົມຂອງເຈົ້າຈະບໍ່ຄົງທີ່ແນ່ນອນ ຢ່າງໜ້ອຍກໍຮູ້ສຶກຕື່ນເຕັ້ນ ເຂີນອາຍ ຫລື ກັງວົນ…ເຈົ້າຕ້ອງຄວບຄຸມອາລົມຕົນເອງໃຫ້ໄດ້ ເພາະອາການເຫລົ່ານັ້ນມັນຈະສະແດງອອກຜ່ານສີໜ້າ ແວວຕາ ແລະ ພາສາກາຍຂອງເຈົ້າ
- ສາລະພັດຄວາມບໍ່ປະທັບໃຈ
ແມ່ນຢູ່ວ່າຄົນເຮົາບໍ່ຄວນຕັດສິນໃຈຄົນຢູ່ທີ່ພາຍນອກ ແຕ່ກໍປະຕິເສດບໍ່ໄດ້ວ່າທຸກຄົນກໍເບິ່ງທີ່ບຸກຄະລິກພາຍນອກກ່ອນເປັນອັນດັບທຳອິດ ເຊິ່ງຖ່າບໍ່ເຊີນຊວນປະທັບໃຈ ກໍບໍ່ມີໃຜຢາກຈະຮູ້ຈັກຕົວຕົນທີ່ອທ້ຈິງຂອງເຈົ້າ ເຈົ້າຕ້ອງນຶກຢູ່ສະເໝີວ່າບຸກຄະລິກພາຍນອກກໍເປັນດ່ານທຳອິດທີ່ເຮັດໃຫ້ເຈົ້າໂດດເດັ່ນຈາກຄົນອື່ນເປັນຕົ້ນການແຕ່ງກາຍໃຫ້ເໝາະສົມ, ຮັກສາຄວາມສະອາດຂອງຮ່າງກາຍ, ແຕ່ງໜ້າຕາມຄວາມເໝາະສົມ, ຮັກສາບຸກຄະລິກກະພາບເຮັດໃຫ້ຕົນເອງດູດີທີ່ສຸດ,
- ໃຫ້ຄວາມສຳຄັນກັບເງິນຫລາຍເກີນໄປ
ຄວາມຈິງມັນກໍບໍ່ຜິດຖ້າເຈົ້າຈະສົນໃຈວ່າວຽກທີ່ເຈົ້າຈະໄດ້ເຮັດ ຫລື ຕຳແໜ່ງທີ່ເຈົ້າຈະໄດ້ຮັບນັ້ນມັນມີຄ່າຕອບແທນຢູ່ເທົ່າໃດ ເພາະຈຸດປະສົງຂອງການຊອກວຽກເຮັດກໍເພື່ອໃຫ້ມີເງິນໃຊ້ ແຕ່ມັນຄົງຈະດີຖ້າເຈົ້າເກັບຄຳຖາມນີ້ເອົາໄວ້ ບໍ່ຟ້າວສົນໃຈກັບຄ່າຈ້າງຈົນອອກໜ້າອອກຕາໃຫ້ຖາມໃນເວລາທີ່ເໝາະສົມ
- ການເວົ້າເຖິງອະດີດນາຍຈ້າງ ຫລື ໝູ່ຮ່ວມງານໃນທາງລົບ
ເປັນທຳມະດາຂອງຄົນເຮົາ ຖ້າຮູ້ສຶກວ່າເພິ່ງພໍໃຈ ປະທັບໃຈ ຫລື ມີຄວາມສຸກກັບບ່ອນເຮັດວຽກເກົ່າກໍຈະບໍ່ຊອກຫາບ່ອນເຮັດວຽກໃໝ່ ຖ້າພະນັກງານຊອກຫາບ່ອນເຮັດວຽກບ່ອນໃໝ່ ສະແດງວ່າຮູ້ສຶກບໍ່ດີ ຫລື ບໍ່ພໍໃຈຫຍັງຈັກຢ່າງ ຖ້າຖືກຖາມກ່ຽວກັບເລື່ອງວຽກເກົ່າ ຫົວໜ້າເກົ່າ ໝູ່ຮ່ວມງານເກົ່າ ພະຍາຍາມຕອບແບບກາງໆ ແມ່ນຫຍັງທີ່ເວົ້າໄປແລ້ວມັນບໍ່ມີປະໂຫຍດກໍບໍ່ເວົ້າ ເພາະວົງການນີ້ມັນແຄບຖ້າບັງເອີນເຂົາຮູ້ຈັກກັນຂຶ້ນມາເຂົາກໍຈະເອົາໄປເວົ້າລັບຫລັງ ແລະ ເຈົ້າກໍຈະເປັນຄົນທີ່ບໍ່ໜ້າເຊື່ອຖືທັນທີ