ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ
ວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງເຫັນວ່າມີຄວາມຄືບໜ້າດີສົມຄວນ ທັງນີ້ ກໍເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ, ປັບປຸງແບບຟອມສະຖິຕິລົດແຕ່ລະປະເພດ; ສຳເລັດການເຜີຍແຜ່ ດຳລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈໍານວນ 5 ຄັ້ງ
ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ລັດຖະມົນຕີ,
– ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ;
– ຮອງລັດຖະມົນຕີ 2 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ
– ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍ ລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ;
– ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ,
– ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ.
– ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກທາງການຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 5 ຄັນ, ລົດເກັງ 3 ຄັນ ແລະ ລົດກະບະ 2 ຄັນ ແລ້ວ.