ຈົບຕົວຜູ້ ຫຼອກລວງຂາຍລົດໃຫຍ່ ມີຜູ້ຫຼົງເຊື່ອໂອນເງິນມັດຈຳໃຫ້ຈຳນວນຫຼາຍ

ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 13 ພຶດສະພາ 2022 ຜ່ານມານີ້ ສາມາດ ກັກຕົວ ທ້າວ ດອນ ຕົວະຂາຍລົດໃຫຍ່ ມີຜູ້ຫຼົງເຊື່ອໂອນເງິນມັດຈຳໃຫ້ຈຳນວນຫຼາຍ.
ເຫດການເກີດຂຶ້ນເລີ່ມແຕ່ວັນທີ 27 ມີນາ 2022, ໄດ້ມີ ທ້າວ ດອນ ໄດ້ໂພສຂາຍລົດໃຫຍຜ່ານສືສັງຄົມອອນລາຍ ປະເພດລົດ ຈັບໂຕໂຍຕ້ງຟໍຈູນເນີ ໃນລາຄາ 630.000 ບາດ ແລະ ຕົນກໍໄດ້ຕົກລົງຊື້-ຂາຍກັນໃນລາຄາ 180.000.000 ກີບ ພ້ອມທັງໄດ້ໂອນເງິນມັດຈໍາໃຫ້ຈໍານວນ 7.000.000 ກີບ; ແຕ່ພາຍຫຼັງຜູ້ກ່ຽວໄດ້ ເງິນມັດຈໍາແລ້ວກໍບໍ່ເອົງລົດມາໃຫ້ ແລະ ຂາດການຕິດຕໍ່; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກໍາຂໍ້ມູນ ແລະ ຕິດຕາມເປົ້າໝາຍ ຈົນຮອດວັນທີ 13 ພຶດສະພາ ກໍສາມາດ ກັກຕົວ ທ້າວ ດອນ ມາສອບສວນ.
ຜ່ານການສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດອນ ຮັບສາລະພາບວ່າ: ຜູ້ກ່ຽວຕິດເກມ ແລະ ບໍ່ມີເງິນເຕີມບັດຈຶ່ງໄດ້ວາງແຜນດ້ວຍວິທີການຈ່າວຂາຍລົດໃຫຍ່ແບບບໍ່ມີ ເອກະສານຜ່ານເຟສບຸກ ເພື່ອໃຫ້ລູກຄ້າຜູ້ທີ່ຕ້ອງການຊື້ລົດດັ່ງກ່າວ ໂອນເງິນມັດຈໍາກ່ອນແລ້ວຈຶ່ງເອົາລົດ ໄປສົ່ງຕາມຫຼັງ ແລະ ໃນວັນທີ 4 ມີນາ 2022 ຜູ້ກ່ຽວໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອ ກະສານ ໃນລາຄາ 17.000 ໂດລາ, ຈາກນັ້ນ, ກໍ່ມີລູກຄ້າສົນໃຈຕ້ອງການຊື້ ພ້ອມທັງໄດ້ຕົກລົງຊື້-ຂາຍ ແລະ ລູກຄ້າ ກໍໄດ້ໂອນເງິນມັດຈໍານວນ 20.000 ບາດ ມາໃຫ້; ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍປິດໂທລະສັບ ແລະ ປິດເຟສ ບຸກ ເຮັດໃຫ້ຂາດການຕິດຕໍ່.
ຮອດວັນທີ 11 ມີນາ 2022, ຜູ້ກ່ຽວກໍໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ຂາຍ ໃນລາຄາ 13,500 ໂດລາ ແລະ ມີລູກຄ້າຜູ້ທີ່ສົນໃຈ ພ້ອມທັງໄດ້ໂອນເງິນມັດຈໍາໃນລາຄາ 5.000.000 ກີບ ເມື່ອໄດ້ເງິນແລ້ວຜູ້ກ່ຽວກໍໃຊ້ຮູບການປິດໂທລະສັບແບບເກົ່າ ແລະ ຫຼ້າສຸດ ໃນວັນທີ 27 ມີນາ 2022, ຜູ້ກ່ຽວໄດ້ໂພສຂາຍລົດໃຫຍ່ຈູນເນີ ໃນລາຄາ 680.000 ບາດ ແລະ ມີລູກຄ້າໂອນເງິນມັດຈໍາໃຫ້ຈໍາ ນວນ 5.000.000 ກີບ ເມື່ອໄດ້ເງິນແລ້ວຈຶ່ງໄດ້ນັດລູກຄໍາວ່າອີກ 3 ວັນ ຈະເອົາລົດໄປໃຫ້ ແລະ ຜູ້ກ່ຽວກໍ ປີດໂທລະສັບ ແລະ ເຟດສບຸກ.
ນອກນັ້ນ, ໃນວັນດຽວກັນ ຍັງໄດ້ມີ ທ້າວ ຫນຸພັກ ຕິດຕໍ່ມາຊື້ລົດໃຫຍ່ຈຸດນີ້ນໍາຜູ້ກ່ຽວອີກ ເຊິ່ງໄດ້ ຕົກລົງຊື້-ຂາຍກັນໃນລາຄາ 180.000.000 ກີບ ແລະ ທ້າວ ຫນຸພັກ ໄດ້ໂອນເງິນມັດຈໍາໃຫ້ຈໍານວນ 7.000.000 ກີບ ມາໃຫ້ຜູ້ກ່ຽວ, ເມື່ອໄດ້ເງິນມັດຈໍາໃຫ້ແລ້ວ ຜູ້ກ່ຽວກໍບໍ່ເອົາລົດໄປໃຫ້ ພ້ອມທັງຂາດການ ຕິດຕໍ່ ແລະ ບໍ່ສາມາດຕິດຕໍ່ໄດ້; ຈົນຮອດວັນທີ 13 ພຶດສະພາ 2022, ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງປະທຸມ ພອນ ແຂວງຈໍາປາສັກ ຈັບຕົວຜູ້ກ່ຽວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຜ່ານການສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດອນ ແມ່ນມີເຈດຕະນາສໍ້ໂກງຊັບແທ້ການ ກະທໍາດັ່ງ ກ່າວແມ່ນຜິດຕໍ່ມາດຕາ 233 ຂອງປະມວນກົດ ໝາຍອງຍາແຫ່ງ ສປປລາວ ນອກນັ້ນຍັງສ້າງ ຄວາມບໍ່ສະຫງົບ ແລະ ຄວາມ ບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນໍາອີກ.
ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສໍານວນ-ສໍາເນົາເອກະສານ ເພື່ອສົ່ງ ໄອຍະການປະຊາຊົນ ແຂວງຈໍາປາສັກ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍບ້ານເມືອງຕໍ່ໄປ.