ຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ
ວັນ 30 ພຶດສະພາ 2022 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ, ໂດຍການເປັນປະທານຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການທີ່ເຮັດວຽກງານທີ່ກ່ຽວຂ້ອງຂອງບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.
ໃນກອງປະຊຸມ,ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ໃຫ້ຮູ້ວ່າ: ວຽກງານຈັດຊື້-ຈັດຈ້າງເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ, ກົມຄຸ້ມຄອງຊັບສິນແຫ່ງລັດເປັນກົມໃຈກາງໃນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ລົງວັນທີ 02 ພະຈິກ 2017 ໃນນາມກົມວິຊາການທີ່ໄດ້ປະຕິບັດຕາມພາລະບົດບາດ, ຮັບຜິດຊອບຊຸກຍູ້, ສົ່ງເສີມ ແລະ ປູກຈິດສໍານຶກໃຫ້ທຸກພາກສ່ວນເປັນຕົ້ນແມ່ນບັນດາກະຊວງ, ອົງການຈັດຕັ້ງຂອງລັດລວມທັງວິສາຫະກິດທີ່ນໍາໃຊ້ງົບປະມານຂອງລັດຈັດຊື້ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ປະຕິບັດການດໍາເນີນການຈັດຊື້-ຈັດຈ້າງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຈັດຊື້-ຈັດຈ້າງກໍານົດໄວ້ຢ່າງເຂັ້ມງວດ ແລະ ເຕັມຮູບແບບ.
ສະນັ້ນ, ເພື່ອເຮັດໃຫ້ບັນດາກົມຂອງກະຊວງການເງິນ ທີ່ນໍາໃຊ້ງົບປະມານຂອງລັດເຂົ້າໃນການຈັດຊື້-ຈັດຈ້າງ ມີຄວາມເຂົ້າໃຈໃນການນໍາໃຊ້ເອກະສານການປະມູນ ສະບັບນໍາໃຊ້ປັດຈຸບັນ ແລະ ບັນດານິຕິກໍາຕ່າງທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ, ຄູ່ມືການຈັດຊື້-ຈັດຈ້າງ, ການປະເມີນການປະມູນ ແລະ ການຂຽນບົດລາຍງານການປະເມີການປະເມີນ ໃນກອງປະຊຸມໄດ້ລົງເລິກແຕ່ລະບັນຫາ ແຕ່ລະຂັ້ນຕອນ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມຝຶກໃນຄັ້ງນີ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ນໍາໄປປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົວໄວ້ໃຫ້ເກີດມີປະສິດທິດພາບ ແລະ ປະສິດທິຜົນ.