ສະຫວັນນະເຂດ-ນະຄອນໂຮ່ຈິມິນ ເຊັນບົດບັນທຶກການຮ່ວມມື 2022-2025
ອົງການປົກຄອງແຂວງສະຫວັນນະເຂດ ແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມລົງນາມເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍທິດທາງ ແລະ ແຜນການຮ່ວມມື ໄລຍະ 2022-2025 ຂຶ້ນເມື່ອບໍ່ດົນມານີ້ ໂດຍເນື້ອໃນຂອງການຮ່ວມມື ໄດ້ລະບຸວ່າ: ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມື ຕາມເນື້ອໃນບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມ ໃນຄັ້ງວັນທີ 24 ມັງກອນ 2018 ທີ່ແຂວງສະຫວັນນະເຂດ, ສອງຝ່າຍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາອົງການຈັດຕັ້ງພັກ, ອຳນາດການປົກຄອງ, ພະແນກການ, ຂະແໜງການ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງແຕ່ລະຝ່າຍມີການເດີນທາງໄປ-ມາ, ຢ້ຽມຢາມ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ນະຄອນໂຮ່ຈິມິນ ຈະຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຂວງສະຫວັນນະເຂດໂດຍການໃຫ້ທຶນການສຶກສາ 30 ທຶນຕໍ່ປີ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ,ນະຄອນໂຮ່ຈິມິນ ສະໜັບສະໜູນ, ຊ່ວຍເຫຼືອງົບປະມານ ໃນການບູລະນະສ້ອມແປງ, ຍົກລະດັບອະນຸ ສອນສະຖານປະທານ ໂຮ່ຈິມິນ ທີ່ແຂວງສະຫວັນນະເຂດ ເພື່ອເປັນຂອງຂວັນ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ສອງຝ່າຍປະສານສົມທົບຈັດກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022, ພະແນກການຕ່າງປະເທດແຂວງສະຫວັນນະເຂດ ແລະ ພະແນກພົວພັນຕ່າງປະເທດນະຄອນໂຮ່ຈິມິນ ເປັນໃຈກາງໃນການປະສານງານ ຮ່ວມກັບບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການຜັນຂະຫຍາຍບົດບັນທຶກສະບັບນີ້ ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ຄວາມອາດສາມາດຂອງແຕ່ລະຝ່າຍ
ຈາກນັ້ນ, ທັງສອງຝ່າຍກໍໄດ້ຮ່ວມລົງນາມເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍທິດທາງ ແລະ ແຜນການຮ່ວມມື ໄລຍະ 2022-2025 ຢ່າງເປັນທາງການ ຝ່າຍແຂວງສະຫວັນນະເຂດ ໂດຍແມ່ນສະຫາຍ ນາງ ຫຼິງທອງ ແສງຕາວັນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ຝ່າຍຫວຽດນາມ ໃຫ້ກຽດລົງນາມເຊັນບົດບັນທຶກຂອງ ສະຫາຍ ໂງ ມິງ ເຈົາ ກຳມະການພັກນະຄອນ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈິມິນ, ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຜູ້ແທນທັງສອງຝ່າຍ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ. ໃນພິທີຄັ້ງນີ້ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ກໍຍັງໄດ້ມອບເຄື່ອງວິດີໂອຄອນເຟີເຣັນ ແລະ ມອບເງິນ 1,5 ຕື້ດົງ (ສະກຸນເງິນຫວຽດນາມ) ເພື່ອປະກອບສ່ວນສະໜັບສະໜູນກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແຂວງສະຫວັນນະເຂດນຳອີກ.