4 ເດືອນຕົ້ນປີ ແຂວງຫລວງນໍ້າທາ ຈັດເກັບລາຍຮັບເຂົ້າງົບປະມານໄດ້ເກືອບ 300 ຕື້ກີບ
ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງໆຫລວງນໍ້າທາ ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານການນໍາ ແລະ ພະນັກງານຫລັກແຫລ່ງຂອງແຂວງຫລວງນໍ້າທາໃນວັນທີ 30 ພຶດສະພາ 2022 ນີ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້, ແຂວງຫລວງນໍ້າທາ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 299,61 ຕື້ກີບ ເທົ່າກັບ 34,01% ຂອງແຜນປີ, ໃນນີ້, ພູດສູນກາງ ປະຕິບັດໄດ້ 194,91 ຕື້ກີບ, ພູດທ້ອງຖິ່ນ ປະຕິບັດໄດ້ 34,7 ຕື້ກີບ.
ສ່ວນລາຍຈ່າຍ ປະຕິບັດໄດ້ 136,92 ຕື້ກີບ, ໄດ້ຊຸກຍູ້-ສົ່ງເສີມ ກະສິກອນປູກເຂົ້ານາແຊງໄດ້ 154 ເຮັກຕາ, ຜົນຜະລິດໄດ້ 616 ໂຕນ, ສົ່ງເສີມການຜະລິດພືດສະບຽງອາຫານ ເຊັ່ນ: ສາລີຫວານ, ເຜືອກ-ມັນ, ໄມ້ໃຫ້ໝາກ ແລະ ພືດຜັກຕ່າງໆ ໄດ້ 4.359 ເຮັກຕາ, ຜົນຜະລິດໄດ້ 22.254 ໂຕນ, ການຜະລິດກະສິກຳເປັນສິນຄ້າ ປະເພດສາລີແຂງ, ກ້ວຍ, ອ້ອຍ, ໄມ້ໃຫ້ໝາກ, ພືດຕະກຸນຖົ່ວ ແລະ ອື່ນໆ ໄດ້ທັງໝົດ 16.291 ເຮັກຕາ, ຜົນຜະລິດໄດ້ 711.679 ໂຕນ. ທົ່ວແຂວງ, ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳທັງໝົດ 298 ແຫ່ງ ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງບັນລຸໄດ້ 92,05 ຕື້ກີບ, ຫັດຖະກຳ ບັນລຸໄດ້ 5,96 ຕື້ກີບ; ມູນຄ່າຈໍລະຈອນສິນຄ້າພາຍໃນ ບັນລຸໄດ້ 232,66 ຕື້ກີບ, ມູນຄ່າສິນຄ້ານຳເຂົ້າພາຍໃນແຂວງ ບັນລຸໄດ້ 80,21 ລ້ານໂດລາສະຫະລັດ, ມູນຄ່າສິນຄ້າສົ່ງອອກໄດ້ 22,47 ລ້ານໂດລາສະຫະລັດ ແລະ ສິນຄ້າຜ່ານແດນ 38,02 ລ້ານໂດລາສະຫະລັດ.
ທ່ານ ຄຳໄຫລ ສີປະເສີດ ຍັງໃຫ້ຮູ້ອີກວ່າ: ຈັດຕັ້ງປະຕິບັດໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ, ມາຮອດປັດຈຸບັນ ເມືອງຫລວງນໍ້າທາ ປະຕິບັດໄດ້ 80,66%, ພວມສຸມໃສ່ກະກຽມຈັດຕັ້ງປະຕິບັດໂຄງການປູຢາງ 2 ຊັ້ນ ເສັ້ນທາງເມືອງຫລວງນ້ຳທາ ໄປຫາ ເມືອງນາແລ, ໂຄງການກໍ່ສ້າງຕາຂ່າຍໄຟຟ້າ ເຂດສົບໂຫລຍ ເມືອງລອງ, ທົ່ວແຂວງນຳໃຊ້ໄຟຟ້າຖາວອນທັງໝົດ ກວມ 87,22% ຂອງຈຳນວນຄົວເຮືອນໃນທົ່ວແຂວງ; ມີໂຮງງານນ້ຳປະປາ 9 ແຫ່ງ, ຜະລິດນໍ້າປະປາໄດ້ 2.766 ລ້ານແມັດກ້ອນ; ປະຊາຊົນໄດ້ນໍາໃຊ້ນໍ້າປະປາ ກວມ 33% ຂອງຈຳນວນປະຊາກອນທົ່ວແຂວງ ແລະ ກວມ 100% ຂອງປະຊາກອນພາຍໃນເທສະບານແຂວງ ແລະ ເທສະບານເມືອງ, ມີບ້ານສາທາລະນະສຸກແບບຢ່າງທັງໝົດ 328 ບ້ານ ກວມ 93% ຂອງຈຳນວນບ້ານທັງໝົດ; ມີບ້ານວັດທະນະທໍາ 318 ບ້ານ, 26.457 ຄອບຄົວ ແລະ 8 ກຸ່ມບ້ານວັດທະນະທຳ ແລະ ອື່ນໆ.