ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ

ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ -              - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ
ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - kitchen vibe - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ

ຊາວຊຽງໄຮ້ໄດ້ຮັບອິດສະຫລະພາບອີກ ເມື່ອທາງການປະກາດຫລຸດຜ່ອນມາດຕະການ 1 ມິຖຸນານີ້ ສິ້ນສຸດການລັອກດາວຍາວນານ 2 ເດືອນ.

ວັນທີ 31 ພຶດສະພາ 2022, ສຳນັກຂ່າວເອພີ (AP) ລາຍງານວ່າ: ທາງການຊຽງໄຮ້ກຽມກັບມາເປີດເມືອງອີກໃນວັນທີ 1 ມິຖຸນານີ້ ຫລັງຈາກບັງຄັບໃຊ້ມາດຕະການລັອກດາວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ມາເປັນເວລາ 2 ເດືອນ, ແຕ່ຍັງສັ່ງຫ້າມບໍ່ໃຫ້ປະຊາຊົນກວ່າເຄິ່ງລ້ານອອກຈາກເຮືອນ.

ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - Visit Laos Visit SALANA BOUTIQUE HOTEL - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ
ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - Visit Laos Visit SALANA BOUTIQUE HOTEL - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ

ທ່ານ ຊົງ ໝິງ ຮອງເຈົ້າຄອງຊຽງໄຮ້ ຢືນຢັນວ່າ: ຊຽງໄຮ້ຄວບຄຸມການລະບາດຂອງເຊື້ອໄວຣັສໄດ້ຢ່າງມີປະສິດທິພາບແລ້ວ ເຮັດໃຫ້ສາມາດເລີ່ມຂະບວນການທີ່ຈະເຮັດໃຫ້ປະຊາຊົນກັບມາເຮັດວຽກ ແລະ ໃຊ້ຊີວິດໄດ້ອີກ.

ໂດຍໃນວັນທີ 1 ມິຖຸນານີ້ ລົດປະຈຳທາງ, ລົດໄຟໃຕ້ດິນ ແລະ ເຮືອເຟີຣີຈະເລີ່ມເປີດໃຫ້ບໍລິການ, ເຊັ່ນດຽວກັບລະບົບລາງທີ່ເຊື່ອມກັບເມືອງອື່ນໆໃນຈີນ. ຂະນະທີ່ແທັກຊີ, ບໍລິການເອີ້ນລົດ ແລະ ການເດີນທາງດ້ວຍລົດຍົນສ່ວນຕົວ ຈະໄດ້ຮັບອະນຸຍາດໃຫ້ເຂົ້າສະເພາະຖະໜົນໃນພື້ນທີ່ສ່ຽງຕໍ່າເທົ່ານັ້ນ.

ດ້ານຫ້າງສັບພະສິນຄ້າ, ຊຸບເປີມາເກັດ, ຮ້ານສະດວກຊື້ ແລະ ຮ້ານຂາຍຢາ ຈະອະນຸຍາດໃຫ້ເປີດໄດ້ໂດຍມີຜູ້ເຂົ້າໃຊ້ບໍລິການບໍ່ເກີນ 75% ຂອງຈຳນວນສູງສຸດທີ່ໃຫ້ບໍລິການໄດ້, ສ່ວນໂຮງຮຽນຈະເປີດຮຽນບາງສ່ວນຂຶ້ນກັບຄວາມສະໝັກໃຈຂອງນັກຮຽນ ໂດຍສ່ວນທີ່ຍັງບໍ່ເປີດໃຫ້ບໍລິການ ຄືໂຮງຮູບເງົາ, ຄາລາໂອເກະ ແລະ ສູນອອກກຳລັງກາຍ.

ເຖິງຢ່າງໃດກໍຕາມ, ຍັງມີປະຊາກອນສ່ວນໜຶ່ງຍັງບໍ່ສາມາດອອກຈາກເຮືອນໄດ້ ປະກອບມີຜູ້ທີ່ຢູ່ໃນພື້ນທີ່ລັອກດາວ 190.000 ຄົນ ແລະ ອີກ 450.000 ຄົນທີ່ຍັງຢູ່ໃນພື້ນທີ່ຄວບຄຸມ ຫລັງຈາກມີການກວດພົບຜູ້ຕິດເຊື້ອໃນພື້ນທີ່ດັ່ງກ່າວ.

ສ່ວນຜູ້ທີ່ອອກຈາກເຮືອນໄດ້ ຍັງຕ້ອງເຂົ້າຮັບການກວດເຊື້ອໃນທຸກໆ 2-3 ວັນ ເພື່ອຈະສາມາດກວດພົບເຊື້ອໄດ້ແຕ່ຫົວທີ່ ຖ້າເກີດການລະບາດຂຶ້ນມາອີກ.

ຫລ້າສຸດຈຳນວນຜູ້ຕິດເຊື້ອໃໝ່ໃນຊຽງໄຮ້ໃນວັນທີ 30 ພຶດສະພາ ຫລຸດລົງເຫລືອພຽງ 31 ຄົນ ຈາກທີ່ເຄີຍຂຶ້ນໄປສູງເຖິງ 20.000 ຄົນຕໍ່ວັນໃນເດືອນເມສາ.

ອ້າງອີງ:

https://apnews.com/…/covid-health-education-beijing…

https://www.bloomberg.com/…/shanghai-takes-biggest…

ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - 4 - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ
ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - 3 - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ
ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ - 5 - ຊຽງໄຮ້ຫລຸດຜ່ອນມາດຕະການ ຫລັງລັອກດາວມາ 2 ເດືອນ ເຜີຍຄວບຄຸມການລະບາດໄດ້ແລ້ວ