ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່

ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ -                                    - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່
ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - kitchen vibe - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່

ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ -                                    - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່

ຄັລດູນ ອັລ ມູບາຣັກ ປະທານສະໂມສອນ ແມນເຊສເຕີ ຊິຕີ ຢືນຢັນວ່າ : ແມນເຊສເຕີ ຊິຕີ ຈະມີການເສີມນັກເຕະໃຫມ່ ມາຮ່ວມທີມອີກຢ່າງແນ່ນອນ ໃນຕະຫລາດນັກເຕະລະດູການນີ້ ເຖິງວ່າຈະໄດ້ ຮູລຽນ ອັລວາເຣສ ແລະ ເອີລິງ ເບຣົາ ຮາແລນ ມາແລ້ວກໍຕາມ.

ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - Visit Laos Visit SALANA BOUTIQUE HOTEL - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່
ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - Visit Laos Visit SALANA BOUTIQUE HOTEL - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່

ໂດຍ ແມນ ຊິຕີ ໄດ້ນັກເຕະໃຫມ່ມາເສີມທີມແລ້ວ 2 ຄົນໃນຕະຫລາດຮອບນີ້ ນັ້ນກໍຄື ຮູລຽນ ອັລວາເຣສ ກອງຫນ້າຈາກ ຣິເວີ ເພລດ ດ້ວຍຄ່າຕົວ 14,1 ລ້ານປອນ ແລະ ເອີລິງ ຮາແລນ ດາວຍິງຂອງໂບຣຸສເຊຍ ດອດມຸນ ດ້ວຍຄ່າຕົວ 51,2 ລ້ານປອນ.

ແນວໃດກໍຕາມຫລ້າສຸດ ມູບາຣັກ ປະທານແມນຊິຕີ ຢືນຢັນວ່າຈະມີການດຶງນັກເຕະອື່ນໆມາຮ່ວມທີມເພີ່ມອີກຢ່າງແນ່ນອນ, ‘‘ ເຮົາມີ ຮາແລນ ເຊິງເປັນນັກເຕະຫມາຍເລກ 9 ທີ່ດີທີ່ສຸດໃນໂລກ, ຮູລຽນ ອັລວາເຣສ ຫນຶ່ງໃນດາວຍິງທີ່ເກ່ັງທີ່ສຸດ ໃນອາເມລິກາໃຕ້ ແລະ ຈະມີການເຊັນສັນຍາເພີ່ມຕື່ມອີກ ’’.

‘‘ ເຮົາພວມຊອກຫາການເສີມຄວາມແຂງແກ່ນໃນສ່ວນທີ່ເຮົາຕ້ອງເສີມ ທຸກໆລະດູການ ນັກເຕະບາງຄົນຍ້າຍອອກໄປ ແລະ ເຮົາຈຳເປັນຕ້ອງເພີ່ມຄວາມສົດໃຫມ່ ເຮົາຈະເຮັດອີກ 2-3 ຢ່າງ ແລະຈະພະຍາຍາມໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ແຕ່ມັນບໍ່ໄດ້ຢູ່ ໃນການຄວບຄຸມຂອງເຮົາທັງຫມົດສະເຫມີໄປ  ’’.

ທັງນີ້ ມີລາຍງານວ່ານັກເຕະ ແມນຊິຕີ ຫລາຍຄົນກຽມອຳລາສະໂມສອນໃນຕະຫລາດຮອບນີ້ເພີ່ມຈາກ ແຟນານດິນໂຢ ແລະ ຣາຮິມ ສະເຕີຣິງ, ກາບຣຽວ ເຄຊຸດ ລວມເຖິງ ອິລກາຍ ກຸນໂດກັນ ເປັນຕົ້ນ.

ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - 4 - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່
ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - 5 - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່
ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່ - 3 - ຮາແລນ-ອັລວາເຣສ ຍັງບໍ່ພໍ, ປະທານແມນຊິຕີ ຢືນຢັນຈະເສີມນັກເຕະໃຫມ່ໃນລະດູການໃຫມ່