ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!

ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - 20150909 health food 11 - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!
ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - kitchen vibe - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!

ວິທີຮັກສາສິວ ດ້ວຍວິທີທຳມະຊາດໃນການໃຊ້ໝາກເລັ່ນຮັກສາສິວ ເຊິ່ງໝາກເລັ່ນເປັນສິ່ງທີ່ສາມາດຊື້ໄດ້ງ່າຍ ຕາມທ້ອງຕະ ຫລາດທົ່ວໄປ ການຮັກສາສິວດ້ວຍໝາກເລັ່ນສາມາດ ເຮັດເອງໄດ້ງ່າຍໆຢູ່ບ້ານ ບໍ່ເປັນອັນຕະລາຍ ເນື່ອງຈາກໃຊ້ວັດຖຸດິບທີ່ໄດ້ຈາກທຳມະຊາດລ້ວນໆ  ໃນໝາກເລັ່ນຈະມີສານຕໍ່ຕ້ານອະນູມູນອິດສະຫຼະຢູ່ ນອກຈາກນັ້ນໝາກເລັ່ນຍັງອຸດົມໄປດ້ວຍ ວິຕາມິນຊີ

  • ໃນການນຳໝາກເລັ່ນມາຮັກສາສິວແມ່ນບົດໝາກເລັ່ນ 1 ໜ່ວຍໃຫ້ມຸ່ນ ຈາກນັ້ນນໍາໝາກເລັ່ນທີ່ບົດແລ້ວມາພອກ ບໍລິເວນໃບໜ້າ ຈາກນັ້ນປະໄວ້ປະມານ 1 ຊົ່ວໂມງ ແລ້ວລ້າງອອກດ້ວຍນ້ຳອຸ່ນ ຈາກນັ້ນເຊັດໜ້າໃຫ້ແຫ້ງເຮັດແບບນີ້ຕໍ່ເນື່ອງກັນປະມານ 1 ອາທິດ ຈະຊ່ວຍແກ້ສິວໄດ້.
  • ອີກວິທີໜຶ່ງແມ່ນນໍາເອົານໍ້າໝາກເລັ່ນປະມານ 1 ບ່ວງແກງ ປະສົມກັບນໍ້າໝາກນາວປະມານ 2–4 ຢອດ ຈາກນັ້ນໃຊ້ສໍາລີກ້ອນຈຸບສ່ວນປະສົມດັ່ງກ່າວແລ້ວທາ ແລະ ຂັດໄປທົ່ວທັງໃບໜ້າ ປະໄວ້ປະມານ 15 ນາທີ ຈາກນັ້ນໃຫ້ລ້າງອອກດ້ວຍນໍ້າອຸ່ນ, ວິທີນີ້ແມ່ນການກະຊັບຮູຂຸມຂົນໃຫ້ນ້ອຍລົງ.
  • ສຳລັບສູດພອກໜ້າດ້ວຍໝາກເລັ່ນ ແລະ ອາໂວກາໂດ້ ແມ່ນ ບົດໝາກເລັ່ນກັບອາໂວກາໂດ້ໃຫ້ເຂົ້າກັນ ຈາກນັ້ນນຳໄປທາ ໃຫ້ທົ່ວໃບໜ້າ ປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ ຫລື ນ້ຳເຢັນກໍໄດ້ ເຊັດໜ້າໃຫ້ແຫ້ງເປັນອັນສຳເລັດຮຽບຮ້ອຍ
  • ສຳລັບການຫລຸດຄວາມມັນຂອງໃບໜ້າໃຫ້ຜ່າໝາກເລັ່ນເຄິ່ງໜ່ວຍ ຈາກນັ້ນນຳໝາກເລັ່ນສົດໆທາໃຫ້ທົ່ວໜ້າ ໂດຍສະເພາະບໍລິເວນທີ່ເກີດສິວ ຫລື ບໍລິເວນທີ່ໜ້າມັນໆ ຈາກນັ້ນລ້າງໜ້າໃຫ້ສະອາດດ້ວຍນ້ຳອຸ່ນ ແລະ ເຊັດໜ້າໃຫ້ແຫ້ງ.
  • ສູດຮັກສາສິວດ້ວຍໝາກເລັ່ນ ແລະ ໝາກແຕງ ນຳໝາກແຕງມາ 1 ໜ່ວຍ ຈາກນັ້ນນຳໄປຊອຍບາງໆ ແລະຝັກໃຫ້ມຸ່ນ ຄັ້ນເອົາແຕ່ນ້ຳໝາກແຕງແລ້ວກໍຕອງແຍກໃສ່ຖ້ວຍເອົາໄວ້ ຈາກນັ້ນນຳໝາກເລັ່ນມາ 1 ໜ່ວຍຊອຍໃຫ່ມຸ່ນ ແລ້້້ວຄັ້ນເອົາແຕ່ນ້ຳເຊັ່ນກັນ ນຳນ້ຳໝາກແຕງ ແລະ ນໍ້າໝາກເລັ່ນມາປະສົມໃຫ້ເຂົ້າກັນ ຈາກນັ້ນໃຊ້ສຳລີກ້ອນຈຸ່ມທາ ແລະ ຂັດໃຫ້ທົ່ວໃບໜ້າ ແລ້ວລ້າງອອກເຊັດໜ້າໃຫ້ແຫ້ງ
  • ສູດພອກໜ້າດ້ວຍໝາກເລັ່ນ ແລະ ໂຍເກິດ ຊອຍໝາກເລັ່ນມາເຄິ່ງໜ່ວຍ ຈາກນັ້ນຝັກໃຫ້ມຸ່ນແລ້ວນຳໄປປະສົມກັບໂຍເກິດປະມານ 2 ບ່ວງແກງ ທາໃຫ້ທົ່ວໃບໜ້າປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ.

ການຮັກສາສິວທຳມະຊາດ ນອກຈາກໝາກເລັ່ນທີ່ສາມາດຊ່ວຍຮັກສາສິວໄດ້ແລ້ວ ຍັງມີພືດສະຫມຸນໄພຫຼາຍຊະນິດ ທີ່ສາມາດນຳມາແກ້ສິວ, ຫລຸດສິວໄດ້ເຊັ່ນ: ກະທຽມ, ຫົວຜັກບົ່ວແດງ ຂີ້ໝິ້ນ ແລະ ໝາກແຕງ ກໍເປັນອີກທາງເລືອກໜຶ່ງໃນການຮັກສາສິວ.

ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - Visit Laos Visit SALANA BOUTIQUE HOTEL - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!
ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - Visit Laos Visit SALANA BOUTIQUE HOTEL - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!
ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - 4 - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!
ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - 3 - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!
ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! - 5 - ໝາກເລັ່ນຮັກສາສິວ … ສູດທຳມະຊາດ!!