ປະທານປະເທດຮ່ວມປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - 285142711 735449197903783 3362261890781140606 n - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - kitchen vibe - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1 ມິຖຸນາ 1980 – 1 ມິຖຸນາ 2022) ແລະ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2022), ຫ້ອງວ່າການສູນກາງພັກ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຂຶ້ນໃນວັນທີ 1 ມິຖຸນາ ທີ່ຫ້ອງວ່າການສູນກາງພັກ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມພັນລະຍາ ແລະ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ຄະນະນໍາຫ້ອງວ່າການສູນກາງພັກ, ຕາງໜ້າຄະນະນຳຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍພະນັກງານທົ່ວຫ້ອງວ່າການສູນກາງພັກ ແລະ ນ້ອງນ້ອຍຊາວໜຸ່ມເຍົາວະຊົນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ໃນໂອກາດສໍາຄັນນີ້, ຫຼານນ້ອຍ ໄດ້ມີໂອກາດຜູກແພແດງເຍົາວະຊົນທັນວາ ໃຫ້ການນໍາ ແລະ ອ່ານກາບກອນ “ຄວາມປາຖະໜາ ຕໍ່ກັບເຍົາວະຊົນລາວຍຸກໃໝ່” ເພື່ອສະແດງຄວາມເຄົາລົບຮັກ ແລະ ຈົດຈໍາຄໍາສັ່ງສອນຂອງຜູ້ນໍາເຮົາ. ພ້ອມນີ້, ກໍເພື່ອເປັນການປຸກລະດົມ ໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນ ແລະ ຍົກສູງໃນວຽກງານປົກປ້ອງສິດທິເດັກ ກໍຄື ວຽກງານແມ່ ແລະ ເດັກ, ເອົາໃຈໃສ່ລ້ຽງດູເບິ່ງແຍງໃຫ້ເຂົາເຈົ້າໄດ້ເຕີບໂຕ ແລະ ເຕີບໃຫຍ່ຕາມໄວຈະເລີນພັນ, ມີໂອກາດໄດ້ເຂົ້າເຖິງລະບົບຮັກສາສຸຂະພາບ ແລະ ລະບົບການສຶກສາຢ່າງທົ່ວເຖິງ, ທັງເປັນການປູກຈິດສຳນຶກໃຫ້ແກ່ເດັກນ້ອຍ ມີສ່ວນຮ່ວມແຕ່ເຍົາໄວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີຄວາມຕື່ນຕົວພ້ອມກັນປູກຕົ້ນໄມ້ໃຫ້ຫຼາຍ, ໃຫ້ເປັນຂະບວນຟົດຟື້ນ ພ້ອມທັງເອົາໃຈໃສ່ປົກປັກຮັກສາປ່າໄມ້ ກໍຄືຊັບພະຍາກອນທຳມະຊາດ ໃຫ້ມີຄວາມອຸດົມສົມບູນ, ເພາະເດັກນ້ອຍໃນວັນນີ້ຈະກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອະນາຄົດ.
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - 285332006 735449181237118 442204502694813631 n 1024x682 - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ນອກນັ້ນ, 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງວ່າການສູນກາງພັກ ຍັງໄດ້ນໍາພາຫຼານນ້ອຍເຍົາວະຊົນ ທ່ຽວຊົມອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ ແລະ ແບບແຜນເຮັດວຽກຂອງເພິ່ນ ຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນເດັກມີລະບຽບວິໄນ, ມີຈິດໃຈບຸກບືນຮໍ່າຮຽນ, ມີຄວາມເຄົາລົບພໍ່ແມ່, ຄູ-ອາຈານ, ຮັກຜູ້ນໍາ ແລະ ປະເທດຊາດຂອງຕົນ. ພ້ອມນີ້ ກໍຍັງໄດ້ເຂົ້າທ່ຽວຊົມຫ້ອງປະຊຸມສູນກາງພັກ ແລະ ເຂົ້າຮ່ວມກິດຈະກໍາສົນທະນາ, ຖາມ-ຕອບ, ອ່ານຄໍາກອນ ເພື່ອເປັນການສ້າງທັກສະໃນການຮຽນຮູ້ ແລະ ມອບຂອງຂັວນ ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ເດັກນ້ອຍ.

ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - 3 - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - 5 - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ - 4 - ປະທານປະເທດຮ່ວມປູກຕົ້ນໄມ້  ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ