1 ມິຖຸນາ ກະຊວງການເງິນ ສ້າງຂະບວນການປູກຕົ້ນໄມ້
ວັນທີ 1 ມິຖຸນາ 2022 ນີ້, ກະຊວງການເງິນ, ໄດ້ສ້າງຂະບວນການຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 42 ປີ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຫົວໜ້າຫ້ອງການກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ສະຖາບັນ, ລັດວິສາຫະກິດ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດປະສົງຄັ້ງນີ້, ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ຄະນະພັກ, ຄະນະນໍາ, ພ້ອມດ້ວຍພະນັກງານ-ລັດຖະກອນຂອງກະຊວງການເງິນ, ໄດ້ພ້ອມກັນຈັດກິດຈະກໍາສະເຫຼີມສະຫຼອງວັນດັ່ງກ່າວ ຂຶ້ນໂດຍການຈັດໃຫ້ມີກິດຈະກໍາປູກຕົ້ນໄມ້, ທັງເປັນການສ້າງບັນຍາກາດ ແລະ ຄວາມສາມັກຄີມິດຕະພາບລະຫວ່າງພະນັກງານຂອງກະຊວງການການເງິນ, ອັນເປັນການປະກອບສ່ວນເຮັດໃຫ້ການຝື້ນຟູພື້ນທີ່ດັ່ງກ່າວໃຫ້ກາຍເປັນພື້ນທີ່ສີຂຽວເພີ່ມຄວາມອຸດົມສົບູນໃຫ້ແກ່ທຳມະຊາດ ແລະ ເພີ່ມທະວີຄວາມປົກຫຸ້ມຂອງປ່າໃຫ້ໄດ້ຫຼາຍຂຶ້ນ, ເພື່ອປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ, ທັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນມີຈິດສຳນຶກຮັກສາຕໍ່ສິ່ງແວດລ້ອມ ແລະ ເປັນການປະຕິບັດຕາມຄຳຂວັນ “ສ” ສີຂຽວ ຂອງອຳນາດການປົກຄອງນະຄອນຫຼວງວຽງຈັນວາງອອກນຳອີກດ້ວຍ.